ຫວຽດນາມ ສູ້ຊົນສົ່ງອອກກຸ້ງໃຫ້ບັນລຸ 4,2ຕື້ໂດລາ

ປີ 2019 ນີ້ ຂະແໜງສິນໃນ ນ້ຳ ສສ ຫວຽດນາມ ຈະສືບຕໍ່ເພີ່ມ ມູນຄ່າການສົ່ງອອກໃຫ້ບັນລຸລະ ດັບ 10 ຕື້ໂດລາສະຫະລັດ; ໃນນັ້ນ ການສົ່ງອອກກຸ້ງສູ້ຊົນໃຫ້ບັນລຸໄດ້ 4,2 ຕື້ໂດລາ.

ຕາມຂ່າວສານຫວຽດນາມ ລາຍງານວ່າ ນີ້ແມ່ນຄາດໝາຍ ຂອງຂະແໜງສິນໃນນ້ຳ ໂດຍທ່ານ ເຈືອງ ດີງແຮ່ວ ເລຂາທິການໃຫຍ່ ສະຫະສະມາຄົມປຸງແຕ່ງ ແລະສົ່ງ ອອກສິນໃນນ້ຳຫວຽດນາມໄດ້ຍົກ ອອກມາຢູ່ກອງປະຊຸມຜັນຂະ ຫຍາຍແຜນການປີ 2019 ຂອງຂະ ແໜງກຸ້ງ, ຊຶ່ງດຳເນີນໃນວັນທີ 13 ມີນາ ຢູ່ແຂວງຊອັກຈັງ. ກ່າວ ຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫງວຽນຊວນເກື່ອງ ລັດຖະມົນ ຕີກະຊວງກະສິກຳ ແລະພັດທະນາ ຊົນນະບົດຫວຽດນາມ ຖືວ່າວົງ ເງິນສົ່ງອອກບັນລຸ 4,2 ຕື້ໂດລາ ແມ່ນຕົວເລກຄາດໝາຍສູງ ແລະ ແມ່ນສິ່ງທ້າທາຍໃຫຍ່ສຳລັບຂະ ແໜງກຸ້ງໃນປີ 2019.

 ທ່ານ ຫງວຽນຊວນເກື່ອງ ກ່າວວ່າ:ປີນີ້ ພວກເຮົາສູ້ຊົນບັນ ລຸໃຫ້ໄດ້ 780.000 ໂຕນ, ໝາຍ ຄວາມວ່າ ປະລິມານພຽງແຕ່ເພີ່ມ ຂຶ້ນ 3% ເທົ່ານັ້ນ ແຕ່ມູນຄ່າເພີ່ມ ຂຶ້ນເຖິງ 10%. ດັ່ງນັ້ນ, ພວກເຮົາ ຕ້ອງໝູນໃຊ້ເຕັກໂນໂລຊີ, ລະບົບ ເຄື່ອງຈັກ, ການບໍລິຫານຢ່າງສຸດ ຂີດເພື່ອສ້າງມູນຄ່າໃຫ້ໄດ້ສູງທີ່ ສຸດ. ຈຸດໜຶ່ງອີກນັ້ນແມ່ນກ່ຽວກັບ ການຕະຫຼາດ, ໄປຄຽງຄູ່ກັບການຈັດຕັ້ງການຂຸດຄົ້ນຕະຫຼາດໃຫ້ເປັນ ຢ່າງດີ, ຕົວຢ່າງຄືຢູ່ໃນຕະຫຼາດ ອີຢູ, ອາເມລິກາ, ຍີ່ປຸ່ນ, ສປ ຈີນ, ພວກເຮົາຕ້ອງເປີດຕະຫຼາດໃໝ່ຕື່ມ ອີກ, ຍິ່ງໄປກ່ວານັ້ນແມ່ນຕະຫຼາດ ຕາເວັນອອກກາງ, ຕະຫຼາດອາຟຣິ ກາ ແລະບັນດາຕະຫຼາດທີ່ໄດ້ເປີດ ແລ້ວນັ້ນຕ້ອງຂະຫຍາຍຂອບຂະໜາດໃຫ້ກວ້າງກວ່າເກົ່າ.

ນສພ ເສດຖະກິດ-ສັງຄົມ