ສພຂ ບໍລິຄຳໄຊ ຈະດຳເນີນກອງປະຊຸມສະໄໝສາມັນໄວໆນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II ຈະໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 5-7 ມັງກອນ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນ ແຂວງບໍລິຄຳໄຊ ໂດຍປະຕິບັດ ຕາມມາດຕາ 59 ຂອງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ ສະບັບເລກທີ  82/ສພຊ, ລົງວັນທີ 30 ມິຖຸນາ  2020 ກ່ຽວກັບກອງປະຊຸມສະ ໄໝສາມັນປະຈໍາປີ ຂອງສະພາ ປະຊາຊົນຂັ້ນແຂວງ.

ທ່ານ ນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາ ຊົນແຂວງບໍລິຄຳໄຊ  ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນແຂວງໃນວັນທີ 30 ທັນວາ ຜ່ານມານີ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2  ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II ຈະໄດ້ໄຂຂຶ້ນ ຢ່າງເປັນທາງການໃນຕອນເຊົ້າ  ວັນທີ 5 ມັງກອນ 2022 ໂດຍ ຜູ້ເຂົ້າຮ່ວມຈະໄດ້ສຸມໃສ່ພິຈາລະນາ, ຕົກລົງບັນຫາສໍາຄັນພື້ນຖານຂອງ ແຂວງຄື: ຮັບຟັງການລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທີ່ ພົ້ນເດັ່ນເປັນຈຸດສຸມບູລິມະສິດ ຂອງແຂວງ ໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈຳປີ 2021 ແລະ ທິດທາງ ແຜນການປະຈຳປີ 2022; ພິຈາລະນາ, ຮັບຮອງເອົາການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ປະຈໍາປີ 2021 ແລະທິດທາງແຜນການປະຈໍາປີ 2022; ພິຈາລະນາ, ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ  2022; ພິຈາລະນາ, ຮັບຮອງເອົາການ ເຄື່ອນໄຫວວຽກງານປະຈໍາປີ 2021 ແລະທິດທາງແຜນການ ປະຈໍາປີ 2022, ບົດລາຍງານ ຜົນການກວດສອບບົດສະຫຼຸບ ຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານ ປະຈໍາປີ 2020 ຂອງອົງການກວດສອບພາກກາງ ແລະ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021, ທິດທາງ ແຜນການ ປະຈໍາປີ 2022 ແລະ ການແກ້ໄຂຜົນການກວດສອບ ໃນປີຜ່ານມາ ຂອງອົງການກວດກາລັດແຂວງ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານ ປະຈໍາປີ 2021  ແລະທິດທາງແຜນການ ປະຈໍາປີ 2022 ຂອງອົງການໄອຍະການ ປະຊາຊົນແຂວງ ແລະສານປະ ຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານປະຈຳປີ 2021  ແລະ ທິດທາງແຜນການ ປະຈຳປີ 2022 ຂອງສະພາປະຊາຊົນ ແຂວງ;  ພິຈາລະນາ,  ຮັບຮອງ ເອົາບົດລາຍງານຜົນການຕິດຕາມ ກວດກາໂຄງການກໍ່ສ້າງ ແລະ ນໍາໃຊ້ຊົນລະປະທານເຂົ້າໃນການ ຜະລິດກະສິກໍາພາຍໃນແຂວງບໍ ລິຄໍາໄຊ; ພິຈາລະນາ, ຮັບຮອງ ເອົານິຕິກຳສຳຄັນຈຳນວນໜຶ່ງ ຕາມການສະເໜີຂອງອົງການປົກ ຄອງແຂວງ.

ພ້ອມນີ້, ໃນກອງປະຊຸມຍັງຈະ ໄດ້ຮັບຟັງການລາຍງານ, ອະທິບາຍ ຊີ້ແຈງຂອງບັນດາພະແນກການ ຈໍານວນໜຶ່ງຕໍ່ຄໍາຖາມ, ຄຳຊັກຖາມ ແລະການປະກອບຄຳເຫັນຂອງສະມາຊິກສະພາປະຊາຊົນແຂວງ. ທ່ານ ນາງ ຟອງສະໝຸດ ພົງວິຈິດ ຍັງໃຫ້ຮູ້ອີກວ່າ: ບັນດາເນື້ອ ໃນທີ່ນຳມາຄົ້ນຄວ້າພິຈາລະນາ ແລະຮັບຮອງໃນກອງປະຊຸມຄັ້ງນີ້, ລ້ວນແລ້ວແຕ່ມີຄວາມໝາຍຄວາມ ສໍາຄັນຍິ່ງໃນການກຳນົດພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ, ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ. ສະນັ້ນຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ,  ສະມາຊິກສະພາປະຊາຊົນແຂວງ ຂໍຖືໂອກາດ ເຊີນຊວນມາຍັງພາກສ່ວນທີ່ກ່ຽວຂ້ອງ, ອົງການຈັດຕັ້ງສັງຄົມ, ປະຊາຊົນບັນດາເຜົ່າແຂວງບໍລິຄຳໄຊ ຈົ່ງໄດ້ພ້ອມກັນເຂົ້າຮ່ວມໃຫ້ການ ຕິດຕາມ, ສະໜັບສະໜູນເຮັດໃຫ້ ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳ ເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ໃນເວລາດຳເນີນກອງປະ ຊຸມຍັງໄດ້ຖ່າຍທອດສົດບາງເນື້ອ ໃນທີ່ສຳຄັນຈຳນວນໜຶ່ງຜ່ານສະ ຖານີວິທະຍຸແຂວງບໍລິຄຳໄຊ ລະບົບ FM 101.3 Mh ແລະ ຍັງໄດ້ເປີດກວ້າງການປະກອບຄຳຄິດ ຄຳເຫັນ, ຄໍາສະເໜີຈາກພໍ່ແມ່ປະ ຊາຊົນບັນດາເຜົ່າມາຍັງກອງປະ ຊຸມຜ່ານໂທລະສັບສາຍດ່ວນໝາຍ ເລກ 054 156 ໂດຍບໍ່ເສຍຄ່າ ບໍລິການ.