ໂພນໂຮງ ປະກາດ 11 ບ້ານ ເປັນບ້ານວັດທະນະທຳ

11 ບ້ານ ຂອງເມືອງໂພນໂຮງ ແຂວງວຽງຈັນ ຖືກປະກາດ ຮັບຮອງເປັນບ້ານວັດທະນະທຳ ຮອບ II, ພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ສະໂມສອນໃຫຍ່ຂອງເມືອງ ໃນວັນທີ 29 ທັນວາ 2021 ຜ່ານມາ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ, ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໂພນໂຮງ, ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກ ຖວທ ແຂວງ, ມີບັນດາຄະນະຮັບຜິດຊອບປະເມີນການສ້າງບ້ານວັດທະນະທຳ ຂັ້ນແຂວງ-ເມືອງ, ແຂກຖືກເຊີນ ຈາກບັນດາຫ້ອງການ ຖວທ ເມືອງ ອ້ອມຂ້າງ ແລະພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ໂພຄຳ ນວນວົງສາ ນາຍບ້ານໂພນຫໍ ໄດ້ຕາງໜ້າ 11 ບ້ານ ຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດຕີລາຄາການສ້າງບ້ານວັດທະ ນະທຳຮອບທີ II ວ່າ: ໃນຈຳນວນ 11 ບ້ານຄື: ບ້ານນາໂພພະລາດ, ບ້ານທາດ, ບ້ານຂາມ, ບ້ານໂພນ ແກ້ວ, ບ້ານແສນຊຸມ, ບ້ານໂພນ ສີເໜືອ, ບ້ານນາກໍ່າ, ບ້ານນາຊອມ, ບ້ານນາມ່ວງ, ບ້ານໂພນຫໍ, ບ້ານນາໂພເໜືອ, ທັງ 11 ບ້ານນີ້ມີເນື້ອທີ່ 1.340 ເຮັກຕາ ເປັນເຂດທົ່ງພຽງ, ມີ 1.758 ຫຼັງຄາ, ມີ 1.869 ຄອບຄົວ, ມີພົນລະເມືອງທັງໝົດ 8.127 ຄົນ, ຍິງ 4.115 ຄົນ, ໃນ 11 ບ້ານມີເງື່ອນໄຂ ແລະສະພາບແວດ ລ້ອມທີ່ເອື້ອອໍານວຍມີຄວາມສະ ດວກຫຼາຍດ້ານມີໄຟຟ້າ, ນໍ້າປະປາ, ມີສຸກສາລາໂຮງຮຽນຮອງຮັບ ແບບສົມບູນມີເສັ້ນທາງເຊື່ອມຕໍ່ ເມືອງແກ້ວອຸດົມ ແລະ ເມືອງຫີນເຫີບ, ແຕ່ລະບ້ານມີເສັ້ນທາງເຂົ້າເຖິງສາມາດທຽວໄດ້ທັງ 2 ລະດູ, ບ້ານໄດ້ເອົາໃຈໃສ່ສ້າງບຸກຄົນ, ສ້າງຄອບຄົວ ແລະ ສ້າງບ້ານວັດທະນະທຳ ໂດຍປະສານສົມທົບກັບ ຂະບວນການສ້າງບ້ານພັດທະນາ ເພື່ອແນໃສ່ເປັນການເພີ່ມທະວີການສຶກສາອົບຮົມຊີວິດຄອບຄົວ ຂອງປະຊາຊົນໃຫ້ເປັນຄອບຄົວ ວັດທະນະທໍາໃໝ່ທີ່ກ້າວໜ້າ, ມີນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ ມີແບບແຜນດຳລົງຊີວິດທີ່ດີງາມ ແລະ ສີວິໄລ ເຄົາລົບລະບຽບກົດ ໝາຍຂອງບ້ານເມືອງ, ປະຊາ ຊົນ 11 ບ້ານ ເປັນຄົນພື້ນຖານ ມີອາຊີບໝັ້ນຄົງມີຄວາມພຽບ ພ້ອມໃນການພັດທະນາໃນການ ສົ່ງເສີມການຜະລິດໃຫ້ກາຍເປັນ ສິນຄ້າເຊັ່ນ: ປູກຝັງ-ລ້ຽງສັດ, ຫັດຖະກໍາຖັກຟອຍ, ສານຫວດ ແລະການຄ້າຂາຍບໍລິການອື່ນໆ.


ຜ່ານການກວດກາປະເມີນຜົນຄືນການສ້າງບ້ານວັດທະນະທຳ ຂອງບ້ານສາມາດຕີລາຄາຈັດປະ ເພດໄດ້ດັ່ງນີ້: ບຸກຄົນວັດທະນະ ທຳໃນ 11 ບ້ານ ມີພົນລະເມືອງ ທັງໝົດ 8.445 ຄົນ, ປະເພດດີ 5.720 ຄົນ ເທົ່າກັບ 92,33%, ປະເພດກາງ 358 ຄົນ ເທົ່າກັບ 5,77%, ຄອບຄົວວັດທະນະທຳ ມີຈຳນວນຄອບຄົວທັງໝົດ 1.877 ຄອບຄົວ ຈັດເປັນປະເພດດີ 1.687 ຄອບຄົວເທົ່າກັບ 89,92%, ປະເພດກາງ 140 ຄອບຄົວ ເທົ່າກັບ 7,46%, ຜ່ານການປະເມີນຜົນ ຂ້າງເທິງນັ້ນເຫັນວ່າທັງ 11 ບ້ານ ນັ້ນຄົບຕາມມາດຖານ ແລະ ເງື່ອນໄຂຂອງການສ້າງບ້ານວັດທະນະທຳ ແລະໄດ້ຖືກຮັບຮອງເປັນບ້ານ ວັດທະນະທຳຮອບ II ຢ່າງເປັນ ທາງການ. ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ບ້ານວັດທະນະທຳຮອບ II ໃຫ້ແກ່ 11 ບ້ານ ຂອງເມືອງໂພນໂຮງ ໂດຍທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ.