ຮ້ານເສື້ອໃນຕຳນານ freeman shop ທີ່ສັງຄົມຕອບຮັບດີ

ຂ່າວ: ບຸນນິກ ມະນີ

 ຮ້ານ freeman shop ເປັນຮ້ານໜຶ່ງທີ່ເປີດຈາກການມັກຮັກຂອງເຈົ້າຂອງຮ້ານທີ່ເພິ່ນມັກແຕ່ໂຕ ແລະເລືອກເສື້ອຜ້າທີ່ໄດ້ ຮັບມາດຖານຄຸນນະພາບມາຈຳໜ່າຍມາໄດ້ 16 ປີ ກາຍເປັນທີ່ຮູ້ຈັກກັນດີໃນສັງຄົມທີ່ເພິ່ນຈະມັກອັບເດດເທຣນບໍ່ເຄີຍຕົກໃຫ້ຢູ່ໄດ້ມາຍາວນານເສື້ອຜ້າແນວ street ຈົນເຖິງເເບລນ hi - end ເຮົາມີ ໝົດນຳເຂົ້າຫຼັກໆ ຈາກຈີນ, ໄທຕາມເວັບໄຊຕ່າງໆ “ ລາຄາເລີ່ມຕົ້ນທີ່ 1 ແສນກີບ ຂຶ້ນໄປຊ້ວງຕົ້ນປີ 2022 ນີ້ເຮົາກຳລັງມີໂປລສ່ວນຫຼຸດ 50% “.

ທ່ານ ໄພຣັດ ທຳມະວົງສາ ( bob freeman) ໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດສັງຄົມພວກເຮົາຮູ້ວ່າ: ແຮງບັນດານໃຈໃນການມາຂາຍເສື້ອຜ້າແນວນີ້ມີຢູ່ 2 ຂໍ້ຫຼັກໆເລີຍຄືເປັນຄົນທີ່ມັກເເຕ່ງໂຕຢູ່ເເລ້ວຜູ້ຄົນທີ່ເຈີເຮົາໝູ່ຄູ່ເຂົາມັກຖາມເຮົາວ່າຊື້ຢູ່ໃສມັກຢາກໃສ່ມັກສະຕາຍເຮົາ (ຊ້ວງປີ 2005 ) ບວກກັບວ່າເຮົາມັກກ່ຽວກັບ fashion ເຮົາເລີຍຕັດສິນໃຈເປີດຮ້ານເລີຍເເຕ່ອີກຂໍ້ 1 ທີ່ສຳຄັນເເທ້ໆຄືໂຕເອງຢາກໄດ້ໂທລະສັບໂນເກຍລຸ້ນທີ່ກຳລັງນິຍົມໃນສະໄໝນັ້ນແລ້ວເເມ່ບໍ່ຊື້ໃຫ້ອັນນີ້ຄວາມຈິງເລີຍຕັດສິນໃຈຫາຊື້ເອງເລີຍກະໄດ້ສັ້ນນິຄືທີ່ມາ.

“ຜ່ານການບໍລິການມາຫຼາຍປີລູກຄ້າໃໝ່ເຮົາກໍ່ຫຼາຍຂື້ນລູກຄ້າເກົ່າເຮົາກໍ່ຍັງມີ ແລະຍັງເປັນທີ່ສົນໃຈຂອງໄວລຸ້ນຍຸກນີ້ໄດ້ຫຼາຍເພາະເຮົາພັດທະນາ ແລະໂຄສະນາຫຼາຍ ຂຶ້ນກ່ວາເກົ່າເເຖມຍັງມີບໍລິການຂາຍທາງອອນລາຍອີກເພື່ອຄວາມສະດວກເເຖມຍັງເພີ່ມລາຍໄດ້ໃຫ້ເຮົາຫຼາຍຂຶ້ນອີກ”.

ປະຈຸບັນບັນຫາກ່ຽວກັບໂຄວິດເອົາງ່າຍໆ ເລີຍບໍ່ມີໃຜຫຼີກລ່ຽງໄດ້ຜົນກະທົບຕອນໂຄວິດມາປີທຳອິດເຮົາຍັງພໍໄປໄດ້ທາງອອນລາຍໜ້າຮ້ານເເມ່ນງົດພໍໂຄວິດມາປີທີ 2 ທັງໜ້າຮ້ານທັງອອນລາຍບໍ່ມີເລີຍຈົນໄດ້ຈົກເງິນກຳໄລຈາກເດືອນກ່ອນໆ ມາຊຳລະຄ່າໃຊ້ຈ່າຍຖືກວ່າໜັກໜ່ວງຢູ່ຈົນໂຄວິດມາຮອບ 3 ເຮົາກະໄດ້ເພີ່ມການຂາຍທາງອອນລາຍໃຫ້ຫຼາຍຂຶ້ນປັບລາຄາຫຼຸດແລກແຈກແຖມສົ່ງລ້າເພື່ອກະຕຸ້ນຍອດຂາຍ ‘’. ປະຈຸບັນຮ້ານເສື້ອຜ້າມັນເກີດຂຶ້ນຫຼາຍບໍ່ກະຄິດວ່າມັນຊໍ້າໆໃນເເຕ່ລະປີນັ້ນ ແລະ ເປີດໄປປິດໄປກະຫຼາຍເເຕ່ລະປີມັນມີການປ່ຽນເເປງທີ່ເຮົາຍັງຢູ່ມາໄດ້ຍາວນານຫຼັກໆຄືການບໍລິການເຮົາທີ່ໃສ່ໃຈລູກຄ້າເເບບລະອຽດເສື້ອຜ້າເຮົາຂາຍເເຕ່ງານເເບລນຄຸນນະພາບເຕັມ 100 ທຸກລຸ້ນຈະບໍ່ຂາຍງານຖືກທົ່ວໄປສິ່ງສຳຄັນເຄື່ອງຮ້ານເຮົາບໍ່ຊໍ້າໃຜ ເເລະເຮົາເປັນຜູ້ນຳດ້ານເເບບໃໝ່ໆຈະບໍ່ຄອຍຕາມກະເເສຈາກຮ້ານອື່ນເດັດຂາດ “ຂາຍໃນເເບບຂອງເຮົາບໍ່ເຄີຍໄປຊອກເເບບໃດທີ່ຮ້ານອື່ນພາກັນເຮີ່ເອົາມາຂາຍເຮົາມີຈຸດຢືນ ຢືນມາ 16 ປີ ເເລະສິຕໍ່ໆໄປໃນລຸ້ນລູກຫຼານ”.

ຮ້ານເຮົາຄົນຈະຈື່ໃນນາມຮ້ານ bob freeman ( freeman shop ) ກາບຂອບພະຄຸນຢ່າງສູງທັງຜຸ້ລົງຂ່າວໃຫ້ ເເລະລູກຄ້າທຸກຄົນທີ່ຈົກເງິນຊື້ທຸກກີບທຸກໂດລ້າທີ່ເຮັດໃຫ້ພໍ່ຄ້າທຳມະດາທີ່ເລີ່ມຈາກສູນຈົນມາເປັນຮ້ານຫຼັງໃຫຍ່ນີ້ໄດ້ສຳລັບລູກຄ້າໃຫມ່ຕິດຕາມຮ້ານເຮົາໄດ້ທີ່ Page freeman shop Facebook ສ່ວນຕົວເເມ່ນ bob freeman “ຮ້ານຕັ້ງຢູ່ບ້ານໂພນຕ້ອງສະຫວາດນະຄອນຫຼວງວຽງຈັນ ໝາຍເລກໂທລະສັບ ວັອດເເອັບທີ່ 02022200398 “ຄິດຫາສະຕາຍທີ່ເເຕກຕ່າງຄິດຫາ freeman shop ເດີ້.