ພົບກັນໃນໄວໆນີ້ ຫຼັງຈາກຫົວເຫວີຍ P50 Pro

ຜ່ານການຮັບຮອງໃນໄທແລ້ວ ໃນທີ່ສຸດສະມາດໂຟນເຮືອທຸງແຖວໜ້າຂອງໂລກຄື Huawei P50 Series ກໍ່ພ້ອມເປີດໂຕ ແລະ ວາງຈຳໜ່າຍຢ່າງເປັນທາງ ການໃນປະເທດໄທແລ້ວ. ທັງນີ້ ຫຼ້າສຸດໄດ້ມີຂໍ້ມູນເຜີຍ ອອກມາແລ້ວວ່າ Huawei P50 Series ຄືລຸ້ນ Huawei P50 Pro ໄດ້ຜ່ານການຮັບຮອງຈາກ ທາງສຳນັກງານຄະນະກຳມະການ ກິດຈະການກະຈາຍສຽງກິດຈະການໂທລະພາບ ແລະ ກິດຈະການ ໂທລະຄົມມະນາຄົມແຫ່ງຊາດ ຫຼື ກສທຊ ເປັນທີ່ຮຽບຮ້ອຍແລ້ວ ໂດຍ Huawei P50 Pro ຈະມາພ້ອມ ຂອບໂຄ້ງຂະໜາດ 6,6 ນິ້ວຄວາມ ລະອຽດ 1228x2700 ພິກເຊລ ແບບ OLED ຣີເຟຣຊ ເຣຕທີ່ 120Hz ແລະ ເຈາະຮູບຈໍໃນສ່ວນ ຂອງກ້ອງຫຼັງ 4 ຕົວປະກອບດ້ວຍ ກ້ອງໄວຕ໌ 50 ລ້ານພິກເຊລ f/1.8 ກ້ອງເພີຣິສໂຄບເທເລໂຟໂຕ 64 ລ້ານພິກເຊລ f/3.5 ກ້ອງອັລຕຣາ ໄວຕ໌ 13 ລ້ານພິກເຊລ f/2.2 ກ້ອງຂາວດຳ 40 ລ້ານພິກເຊລ f/1.6 ກ້ອງໜ້າເປັນກ້ອງໄວຕ໌ 13 ລ້ານພິກເຊລ f/2.4.
ຂຸມພະລັງຂອງ Huawei P50 Pro ຈະມີໃຫ້ເລືອກທັງ Kirin 9000 ແລະQualcomm Snapdragon888 ຮອງຣັບ 4G ເທົ່ານັ້ນມີ RAM ໃຫ້ເລືອກ ທີ່ 8/12:GB ແລະຄວາມຈຳມີ ໃຫ້ເລືອກທັງ 128/256/512 GB ສາມາດເພີ່ມດ້ວຍ Nano Memory Card 256GB ລະບົບປະຕິບັດການ Harmony OS 2.0 ທັງນີ້ຄາດວ່າທາງຫົວ ເຫວີຍປະເທດໄທຈະວາງຈຳໜ່າຍ Huawei P50 Pro ຢ່າງເປັນ ທາງການຕົ້ນປີ 2022.