ທ່ອງທ່ຽວວັງວຽງ ເລີ່ມຄຶກຄັກເດືອນແລ້ວທະລຸ 2 ພັນກວ່າຄົນ

ເມືອງວັງວຽງ ເມືອງແຫ່ງການ ທ່ອງທ່ຽວທຳມະຊາດທີ່ແຂກພາຍໃນ ແລະຕ່າງປະເທດໃຫ້ຄວາມສົນໃຈ ຫຼັງ ມີການແຜ່ລະບາດພະຍາດໂຄວິດກໍ່ເຮັດ ຫຼາຍຢ່າງພົບວິກິດງຽບຫາຍໄປນັບປີ ໂດຍສະເພາະການທ່ອງທ່ຽວເຮັດໃຫ້ ຜູ້ປະກອບການພົບບັນຫາແຕ່ມາຮອດ ປະຈຸບັນໂດຍໄລຍະ 1 ເດືອນຜ່ານມາຄື ເດືອນທັນວາ 2021 ມີນັກທ່ອງທ່ຽວ ເຂົ້າ 2 ພັນກວ່າຄົນ.


ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ເມືອງວັງວຽງ ແຂວງວຽງຈັນ ໃຫ້ ຮູ້ວ່າ: ເມືອງວັງວຽງ ຖືວ່າຫຼາຍຄົນເປັນ ທີ່ຮູ້ຈັກທີ່ຮັບຄວາມນິຍົມຈາກພາຍໃນ ແລະຕ່າງປະເທດເປັນເມືອງທ່ອງທ່ຽວ ທຳຊາດທີ່ໂດດເດັ່ນຄືມີສາຍນໍ້າຊອງສະ ອາດເຢັນສະບາຍເໝາະສົມແກ່ການ ລອຍຫຼິ້ນປະກອບກັບຫຼາຍຖໍ້າທຳມະຊາດ ທີ່ຄວາມສວຍງາມໂດດເດັ່ນ ຊຶ່ງໄລຍະ ຜ່ານມາທາງເມືອງແມ່ນໄດ້ຈັດຕັ້ງປະຕິ ບັດເອົາໃຈໃສ່ ໂດຍສະເພາະການຮັກສາ ສິ່ງແວດລ້ອມ, ປົກປັກຮັກສາປ່າໄມ້ທີ່ສຳ ຄັນການຄຸ້ມຄອງສິນຄ້າ ແລະ ອື່ນໆປະຈຸ ບັນເມືອງວັງວຽງ ແມ່ນມີສະຖານທີ່ທ່ອງ ທ່ຽວທັງໝົດ 40 ແຫ່ງ, ຈຸດທ່ຽວຖໍ້າ 26 ແຫ່ງ, ຊົມວິວ 5 ແຫ່ງ ແລະອື່ນໆ.


ສຳລັບສະຖິຕິນັກທ່ອງທ່ຽວເຂົ້າ ເມືອງວັງວຽງ 1 ເດືອນຜ່ານມາ (ເດືອນ ທັນວາ 2021) ມີທັງໝົດ 2.664 ຄົນ ຍິງ1.300 ຄົນ ໃນນັ້ນນັກທ່ອງທ່ຽວ ພາຍໃນ ມີ 2.586 ຄົນຍິງ 1.257 ຄົນ, ນັກທ່ອງທ່ຽວຕ່າງປະເທດມີ 78 ຄົນ, ຍິງ43 ຄົນ ສະເລ່ຍລາຍຮັບ 1 ຕື້ກວ່າກີບ. ທ່ານ ນາງ ໄກ ເຈົ້າຂອງ ຄລີຟວີວ ຣີເວີໄຊ ລີສອດ ແລະຮ້ານອາຫານ ກໍ່ໃຫ້ ສຳພາດພວກເຮົາວ່າ: ໃນນາມທີ່ຕົນເອງ ເປັນຜູ້ປະກອບການຄ້າຂາຍກໍ່ມີຄວາມຮູ້ ສຶກດີໃຈທີ່ເຫັນເມືອງວັງວຽງ ກັບມາມີ ສີສັນ ແລະເຮັດໃຫ້ການຄ້າຂາຍກັບມາ ປົກກະຕິ ແລະເດືອນຜ່ານມາການຊື້ຂາຍ ແມ່ນມີບັນຍາກາດຄຶກຄື້ນດີຫຼາຍທີ່ສັງ ເກດເຫັນບາງມື້ເຄື່ອງມາໃຫ້ບໍລິການ ແມ່ນເກືອບບໍ່ພຽງພໍແຕ່ສິ່ງສຳຄັນສຸດດີ ໃຈແມ່ນໄດ້ເຫັນຊາວເມືອງວັງວຽງ ແລະ ຜູ້ປະກອບການຫຼາຍຄົນມີຮ້ອຍຍິ້ມອີກ ຄັ້ງໂດຍສະເພາະແມ່ນຈະສ້າງວຽກເຮັດງານທຳພະນັກງານ ມີວຽກເຮັດລ້ຽງຄອງຊີບຕົນເອງ.


ແນວໃດກໍ່ຕາມສຳລັບເມືອງວັງວຽງ ຖືວ່າເປັນເມືອງຍອດນິຍົມໃນດ້ານການ ທ່ອງທ່ຽວ ຊຶ່ງປະຈຸບັນເຖິງເປີດມີການ ທ່ອງທ່ຽວທາງເມືອງກໍ່ຍັງຮັກສາຄວາມ ປອດໄພປະຊາຊົນ ແລະນັກທ່ອງທ່ຽວ ຈາກພະຍາດໂຄວິດ ໂດຍໃຫ້ຜູ້ປະກອບ ການແຕ່ລະບ່ອນຈັດຕັ້ງປະຕິບັດຕາມ ໜ່ວຍງານສະເພາະກິດ ທີ່ສຳຄັນເພື່ອ ເປັນການຟື້ນຟູເສດຖະກິດທາງເມືອງ ຮ່ວມກັບຜູ້ປະກອບການໄດ້ມີເງິນກູ້ຍືມ ເຮັດເອັມອີ ດອກເບ້ຍ 3% ເພື່ອເຮັດ ໃຫ້ແຕ່ລະຫົວໜ່ວຍມີການຟື້ນຟູຂຶ້ນໄວ ທີ່ຈະໄດ້ເຮັດໃຫ້ເມືອງວັງວຽງ ກັບມາມີສີສັນ ແລະເປັນທີ່ຍອມຮັບແຂກພາຍໃນ ແລະຕ່າງປະເທດ ທ່ານ ກວຽນທອງ ເທບ ທິດາ ຮອງເຈົ້າເມືອງວັງວຽງກ່າວຢໍ້າ.

ຂ່າວ: ບຸນນິກ ມະນີ