ລາວເທວ ພ້ອມຮັບນັກທ່ອງທ່ຽວສີຂຽວ

ຂ່າວ: ບຸນນິກ ມະນີ

 ລາວເທວ ໂຣເທວແອນຣີສອດໜຶ່ງໂຮງແຮມທີ່ມີຊື່ສ່ຽງ ແລະເປັນທີ່ຮູ້ຈັກກັນດີບໍ່ວ່າເປັນແຂກພາຍໃນ ແລະຕ່າງປະເທດທີ່ມາໃຊ້ບໍລິການໃຫ້ຄວາມເຊື່ອໝັ້ນເລື່ອງການບໍລິການທີ່ມີຄຸນນະພາບມາດຖານປະຈຸບັນໄດ້ມີຄວາມພ້ອມໃນທຸກດ້ານເພື່ອກຽມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວຂອງ ສປປ ລາວ ພາຍຫຼັງທີ່ລັດຖະບານໄດ້ອະນຸຍາດໃຫ້ເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສປປ ລາວ ໃນວັນທີ 1 ມັງກອນ 2022 ເປັນຕົ້ນມາ.

ທ່ານ ນາງ ວົງຈັນ ບົວແພງ ທີ່ປຶກສາໂຮງແຮມ ລາວເທວວຽງຈັນ ໃຫ້ສຳພາດນັກຂ່າວ ໜັງສືພີມເສດຖະກິດ-ສັງຄົມ ວ່າ: ໂຮງແຮມແຫ່ງນີ້ໃນເມື່ອກ່ອນແມ່ນຊື່ວ່າ : ປະຈຸບັນທາງໂຮງແຮມມີກິດຈະການຂອງຄົນລາວທີ່ເພິ່ນມີອຸດົມການຮັກສາເອກະລັກລາວໆພາຍຫຼັງປິດກິດຈະການຊົ່ວຄາວມາປະຈຸບັນລັດຖະບານໃຫ້ເປີດກິດຈະການໃໝ່ທາງໂຮງແຮມກໍ່ບໍ່ນີ້ງນອນໃຈໄດ້ສືບຕໍ່ປະຕິດບັດຕາມທາງຄະນະສະເພາະກິດໂຄວິດວາງອອກໂດຍເນັ້ນທຸກຄົນເຂົ້າ-ອອກຢ່າງຈິງຈັງ. ໂຮງແຮມສົມບູນໂດຍຕັ້ງຕາມຊື່ຍາພໍ່ ສົມບູນ ອິນທະວົງ ຜູ້ເປັນບິດາຂອງຂ້າພະເຈົ້າທີ່ເປັນເຈົ້າຂອງ ແລະເປັນຜູ້ສ້າງຕັ້ງ, ໂດຍສ້າງຂຶ້ນໃນປີ 1957,ມາຮອດວັນທີ 19 ຕຸລາ1991 ບໍລິສັດ GTS DETICO CO.,LTD ໄດ້ມາເຊົ່າກິດຈະການນຳພວກຂ້າພະເຈົ້າເປັນໄລຍະເວລາ 30 ປີ ແລະມາຮອດວັນທີ 24 ເມສາ 2019 ນີ້ບໍລິສັດດັ່ງກ່າວໄດ້ຕົກລົງເຫັນດີເປັນ ເອກະພາບມອບການບໍລິຫານກິດຈະການໂຮງແຮມດັ່ງກ່າວນີ້ຄືນ. ຊຶ່ງຊ້ວງວິກິດ ໂຄວິດລະບາດຜ່ານມາທາງໂຮງແຮມ ກໍ່ໄດ້ນຳພາພະນັກງານ ແລະ ໝູ່ເພື່ອນຕົນໂຮມສ້າງຂະບວນເຮັດແນວກິນໄປໃຫ້ທາງຕຳຫຼວດ, ແພດໝໍນອກຈາກນີ້ຍັງໄດ້ຮັບການໄວ້ເນື້ອເຊື່ອໃຈຈາກບໍລິສັດພູ ເບ້ຍມາຍນິ່ງ ທີ່ນຳເອົາພະນັກງານຂອງບໍລິສັດມາຕິດຕາມເຝົ້າລະວັງເປັນສູນກັກໂຕຈຳນວນຫຼາຍ 100 ຄົນ.

ປະຈຸບັນທາງໂຮງແຮມລາວເທວວຽງຈັນແມ່ນມີການປັບປຸງລະບົບການໃຊ້ບໍລິການໃຫ້ເໝາະສົມໂດຍສະເພາະເລື່ອງລາຄາທີ່ຄົນລາວສາມາດເຂົ້າມາໃຊ້ບໍລິການໄດ້ໂດຍເນັ້ນສ້າງລະບົບແບບລາວໆແຕ່ຢູ່ໃນລະດັບສາກົນທີ່ສຳຄັນທາງໂຮງແຮມສ້າງວຽກເຮັດງານທຳພະນັກງານຫຼາຍກວ່າ 95 ໜ່ວຍງານມີຫ້ອງພັກທັງໝົດບໍລິການ 172 ຫ້ອງ ແລະເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າທີ່ຈະເຂົ້າມາໃຊ້ບໍລິການໂຮງແຮມໄດ້ມີມາດຕະການກຽມພ້ອມຮອບດ້ານໃນການຮັບມື ແລະປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ໂດຍອີງຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຄັ່ງຂັດ, ໂດຍມີມາດຕະການປ້ອງກັນຢ່າງເຂັ້ມງວດເປັນຕົ້ນມີຈຸດວັດແທກ ອຸນຫະພູມຢູ່ຕາມຈຸດເຂົ້າ-ອອກຕ່າງໆ, ຄື: ແຂກທົ່ວໄປ ແລະແຂກທີ່ເຂົ້າມາກັກຕົວ, ໂດຍໄດ້ມີການແບ່ງທາງເຂົ້າ-ອອກ (ລອບບີ, ລິບ, ຫ້ອງພັກ) ແລະທຳຄວາມສະອາດຂ້າເຊື້ອຕາມສະຖານທີ່ຕ່າງໆຢ່າງເຂັ້ມງວດທັງພາຍໃນ ແລະອອກຮອບບໍລິເວນໂຮງແຮມເປັນປະຈຳທຸກໆມື ແລະໄດ້ມີການວັດແທກອຸນຫະພູມແຂກທີ່ເຂົ້າມາໃຊ້ບໍລິການ, ໃຫ້ບໍລິການເຈວລ້າງມື, ພ້ອມທັງຮັກສາໄລຍະຫ່າງໃຫ້ກັບແຂກທີ່ເຂົ້າມາໃຊ້ບໍລິການ.