ກະຊວງການເງິນ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 5 ສະໄໝທີ III

ໃນວັນທີ 5 ມັງກອນ 2022 ນີ້, ຄະນະບໍລິຫານງານພັກກະຊວງການເງິນ, ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 5 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຄະນະພັກ-ຄະນະນໍາແຕ່ລະຂັ້ນຂອງກະຊວງການເງິນ ເຂົ້າຮ່ວມ.

ໃນກອງປະຊຸມ,ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມໃນຄັ້ງນີ້ແມ່ນເພື່ອພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງໃນ 4 ຄັ້ງທີ່ຜ່ານມາ, ສຸມໃສ່ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະ ທິດທາງແຜນການ 2022 ໃນສະພາບການທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19, ສະຫຼຸບວຽກງານພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈໍາປ2021 ແລະ ທິດທາງແຜນການປະຈໍາປີ 2022, ຜ່ານບົດສໍາຫຼວດການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການແກ້ໄຂຜົນຂອງການກວດກາປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022, ດໍາເນີນການຜ່ານບົດສໍາຫຼວດບຸກຄົນໃນຄະນະບໍລິຫານງານພັກກະຊວງ.

ພ້ອມນັ້ນ,ຍັງໃຫ້ຮູ້ວ່າປີ 2022 ເປັນປີທີ່ທົດສອບຕົວຊີ້ວັດການນໍາພາຊີ້ນໍາຂອງຄະນະນໍາກະຊວງ ແລະເນັ້ນໃຫ້ພ້ອມກັນຕີລາຄາວຽກງານໃຫ້ມີຄວາມຖືກຕ້ອງຄໍານຶງເຖິງສິ່ງທີ່ເຮັດໄດ້, ລົງເລິກບັນຫາທີ່ຍັງເປັນສິ່ງຄົງຄ້າງຊັກຊ້າ, ຕີລາຄາບັນຫາທີ່ຍັງເປັນສິ່ງອຸດຕັນຕ່າງໆທີ່ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດໃຫ້ເພີ່ມທະວີສ້າງກົນໄກວີທີການເພື່ອດໍາເນີນການແກ້ໄຂຢ່າງເປັນຮູບປະທໍາ, ວາງທິດທາງໃນການຊີ້ນໍາ-ນໍາພາຢ່າງຄົບຊຸດ.

ໃນປີ 2022 ເປັນປີທີ່ວາງຄາດໝາຍກ້າວກະໂດດ, ສ້າງທ່າຫັນປ່ຽນ, ບາດລ້ຽວໃໝ່ໃຫ້ເລິກເຊິ່ງແຂງແຮງຮອບດ້ານໃນຂົງເຂດການເງິນມີຫຼາຍຄາດໝາຍມາດຕະການທີ່ຕ້ອງສ້າງຄວາມເປັນເອກະພາບ, ເພື່ອກົນໄກໃນການດໍາເນີນປະຕິບັດຕ່າງໆ ໃຫ້ສາມາດດໍາເນີນການຈັດຕັ້ງປະຕິບັດແຕ່ຫົວທີ ແລະໃຫ້ເຊີດຊູຄວາມຮັບຜິດຊອບ, ປະກອບຄໍາຄິດເຫັນສະຫຼຸບຕີລາຄາໃຫ້ບັນລຸຕາມລະດັບຄາດໝາຍ.

ກອງປະຊຸມດັ່ງກ່າວຈະດຳເນີນເປັນເວລາ 3 ວັນ, ຊຶ່ງນັບແຕ່ວັນທີ 5-7 ມັງກອນ 2022 ເພື່ອຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຕໍ່ບັນດາເອກະສານຕ່າງໆ, ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງກັບຄວາມເປັນຈິງຂອງຂະແໜງການເງິນໃນໄລຍະໃໝ່ ແລະເພື່ອຍົກສູງຄວາມຮັບຜິດຊອບຂອງຄະນະພັກຄະນະນໍາຢູ່ໃນແຕ່ລະຂັ້ນ.