ນວ ມີນັກຮຽນເກັ່ງຮັບປະກາສະນີຍະບັດແດງ  50 ກວ່າຄົນ

ຂ່າວ: ສຸພານັນ

ໃນວັນທີ 30 ທັນວາ 2021 ຜ່ານມາ ທີ່ໂຮງຮຽນມັດ ທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ (ນວ)  ໄດ້ຈັດພິທີສະຫຼຸບການສອບ ເສັງຈົບຊັ້ນ ປ5 ມ4 ແລະ ມ7 ປະຈຳສົກຮຽນ 2020-2021 ແບບເຊິ່ງໜ້າ  ແລະ ຜ່ານທາງອອນລາຍຂຶ້ນ ໂດຍມີທ່ານ ບັນຈົງ ລັດທະວັນ ຮອງຫົວໜ້າກົມສາມັນ ກະຊວງສຶກສາທິການ ແລະກີລາ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ  ແລະ ກີລາ ນວ ໄດ້ລາຍງານວ່າ: ຕາມ  ປົກກະຕິແລ້ວຜົນການສອບເສັງຈົບຊັ້ນ ປ5, ມ4 ແລະ ມ7 ແມ່ນ ສຳເລັດແຕ່ກາງປີ 2021 ຜ່ານມາ ແຕ່ບໍ່ສາມາດຈັດພິທີສະຫຼຸບ ໄດ້ຍ້ອນການລະບາດຂອງພະ ຍາດໂຄວິດ-19 ຈຶ່ງໄດ້ເລື່ອນພິທີ ສະຫຼຸບມາຈັດໃນຕົ້ນເດືອນມັງ ກອນ 2022, ການສອບເສັງຈົບ ຊັ້ນ ປ5 ໄດ້ຈັດເປັນສອງໄລຍະຄື: ໄລຍະ 1 ລະຫວ່າງວັນທີ 3-4 ສິງຫາ 2021 ສອບເສັງ 8 ເມືອງ, ໄລຍ 2 ລະຫວ່າງວັນທີ 20-21 ສິງຫາ 2021 ຈັດສອບເສັງຢູ່ ເມືອງສັງທອງ, ຊຶ່ງສອບເສັງໃນ 3 ວິຊາຄື: ວິຊາຄະນິດສາດ, ພາສາລາວ (ຫັດແຕ່ງ-ຂຽນທວາຍ) ແລະ ວິຊາໂລກອ້ອມຕົວ, ມີນັກຮຽນ ທັງໝົດ 14.972 ຄົນ, ຍິງ 7.325 ຄົນ,  ມີໜ້າສອບເສັງຕົວຈິງ 14.896 ຄົນ, ຍິງ 7.292 ຄົນ, ສອບເສັງໄດ້ທັງໝົດ 14.824 ຄົນ, ຍິງ 7.276 ຄົນ, ໃນນັ້ນຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາ ມີ 1.856 ຄົນ, ຍິງ 1.206 ຄົນ, ຄະແນນສະເລ່ຍ 9 ຂຶ້ນໄປທຸກວິ ຊາມີ 134 ຄົນ, ຍິງ 108 ຄົນ.


ສໍາລັບການສອບເສັງຈົບຊັ້ນ ມ4 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-23 ກໍລະກົດ 2021 ສອບເສັງ 6 ວິຊາຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ວິທະຍາສາດ ທຳມະຊາດ,  ວິທະຍາສາດສັງຄົມ, ສຶກສາພົນລະເມືອງ ແລະ ວິຊາ ພາສາອັງກິດ ມີນັກຮຽນທັງໝົດ 11.947 ຄົນ, ຍິງ 6.013 ຄົນ, ມີໜ້າສອບເສັງຕົວຈິງ 11.912 ຄົນ ຍິງ 5.995 ຄົນ, ສອບເສັງໄດ້ທັງໝົດ 11.879 ຄົນ, ຍິງ 5.990 ຄົນ, ໃນນັ້ນຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາມີ 959 ຄົນ, ຍິງ 620 ຄົນ, (ຄະແນນສະ ເລ່ຍ 9 ຂຶ້ນໄປທຸກວິຊາ) ໄດ້ຮັບ ໃບປະກາສະນິຍະບັດແດງມີ 30 ຄົນ, ຍິງ 23 ຄົນ, ນັກຮຽນທີ່ສອບເສັງໄດ້ຄະແນນສູງສຸດ 57,90 ຄະແນນມີ 1 ຄົນ, ຈຳນວນໂຮງ ຮຽນທີ່ເສັງໄດ້ 100% ມີທັງໝົດ 152 ໂຮງຮຽນ. ສະເພາະຊັ້ນ ມ7 ໄດ້ຈັດສອບເສັງໃນລະຫວ່າງວັນທີ 28-30 ກໍລະກົດ 2021 ສອບເສັງເອກະພາບພ້ອມກັນທົ່ວປະເທດໃນ 5 ວິຊາຄື: ວິຊາຄະນິດ ສາດ, ພາສາລາວ-ວັນນະຄະດີ, ກຸ່ມວິທະຍາສາດທຳມະຊາດ (ຟິ ຊິກສາດ, ເຄມີສາດ, ຊີວະສາດ), ກຸ່ມວິທະຍາສາດສັງຄົມ  (ພູມສາດ, ປະຫວັດສາດ, ສຶກສາພົນລະ ເມືອງ) ແລະ ວິຊາພາສາອັງກິດ ມີນັກຮຽນ ທັງໝົດ 8.980  ຄົນ, ຍິງ 4.669 ຄົນ, ມີໜ້າສອບ ເສັງຕົວຈິງ 8.963 ຄົນ, ຍິງ 4.661 ສອບເສັງໄດ້ທັງໝົດ 8.913 ຄົນ, ຍິງ 4.625 ຄົນ, ໃນນັ້ນຄະແນນສະເລ່ຍໄດ້ 7 ຂຶ້ນ ໄປທຸກວິຊາມີ 2.172 ຄົນ, ຍິງ 1.421 ຄົນ, (ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ) ໄດ້ຮັບໃບປະ ກາສະນິຍະບັດແດງມີ 21 ຄົນ, ຍິງ 18 ຄົນ, ນັກຮຽນທີ່ສອບເສັງໄດ້ ຄະແນນສູງສຸດ 48,10 ຄະແນນ ມີ 1 ຄົນ, ຈຳນວນໂຮງຮຽນທີ່ເສັງໄດ້ 100% ມີທັງໝົດ 87 ໂຮງຮຽນ.  ຈາກນັ້ນໃນພິທີໄດ້ມອບໃບ ຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກີລາໃຫ້ຄະນະຮັບຜິດຊອບ ກຳມະການສອບເສັງຈົບຊັ້ນ ມ4, ມ7 ຈຳນວນ 16 ທ່ານ, ມອບໃບ ຍ້ອງຍໍຂັ້ນເຈົ້າຄອງນະຄອນຫຼວງ ວຽງຈັນໃຫ້ນັກຮຽນທີ່ສອບເສັງ ໄດ້ໃບປະກາສະນີຍະບັດແດງຈຳ ນວນ 51 ຄົນ, ຍິງ 40 ຄົນ, ໃນນັ້ນຊັ້ນ ມ4 ຈຳນວນ 30 ຄົນ, ຍິງ 22 ຄົນ ແລະຊັ້ນ ມ7 ຈຳນວນ 20 ຄົນ, ຍິງ 18 ຄົນ ແລະມອບໃບ ຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ໂຮງຮຽນທີ່ສ້າງນັກຮຽນໄດ້ອັນດັບດີເລີດຊັ້ນມ 4 ແລະ ມ7 ທີ່ໄດ້ຮັບ ໃບປາກາສະນິຍະບັດແດງຈຳນວນ 13 ໂຮງຮຽນຕື່ມອີກ.