ທະຫານແຂວງຫຼວງພະບາງ ຄັດເລືອກຊາວໜຸ່ມຮັບໃຊ້ຊາດຮອບທີ 2

ພິທີຄັດເລືອກເອົາຊາວໜຸ່ມ ເຂົ້າຮັບໃຊ້ຊາດຖັນແຖວກອງທັບ ປະຊາຊົນລາວ ຮອບທີ 2 ປະຈໍາປີ 2021 ຂອງກອງບັນຊາການ ທະຫານແຂວງຫຼວງພະບາງ ໄດ້ ຈັດຂຶ້ນໃນລະຫວ່າງວັນທີ 3-4 ມັງກອນ 2022 ນີ້ ທີ່ຜາມໄຊ ເດີ່ນກີລາ 20 ມັງກອນ ໂດຍການ ເປັນປະທານຂອງສະຫາຍ ພັນ ເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫ່ຍ ເສນາທິການກອງທັບ, ມີສະຫາຍ  ພັທ ຄໍາສອນ ໂພທິວັນ ຮອງກອງ ບັນຊາການຫົວໜ້າຫ້ອງເສນາທິ ການທະຫານແຂວງ, ມີຕາງໜ້າ ກົມກວດກາ,  ກົມປ້ອງກັນພາຍໃນ, ກົມເສນາຮັກ, ພະແນກກໍາລັງພົນ, ພະແນກກວດກາ, ພະແນກປ້ອງ ກັນພາຍໃນ, ພະແນກເສນາຮັກ ຂອງກອງບັນຊາການທະຫານ ແຂວງຫຼວງພະບາງ ເຂົ້າຮ່ວມ.

ສໍາລັບການກວດ ແລະຄັດ ເລືອກເອົາຊາວໜຸ່ມເຂົ້າເປັນທະ ຫານພັນທະຮັບໃຊ້ຊາດຂອງກອງ ບັນຊາການທະຫານແຂວງຫຼວງ ພະບາງ ໃນຮອບທີ 2 ນີ້ແມ່ນຈະ ໄດ້ກວດຫາເຊື້ອພະຍາດໂຄວິດ- 19, ກວດນໍ້າມຸດສານເສບຕິດ, ກວດພະຍາດພາຍໃນ, ພາຍນອກ ເພື່ອຮັບປະກັນຕໍ່ສຸຂະພາບທີ່ດີ ຂອງຜູ້ສະໜັກເຂົ້າຮັບໃຊ້ຊາດ.  ຜ່ານການກວດກາເຫັນວ່າຖືກ ຕ້ອງຕາມມາດຖານເງື່ອນໄຂຄົບ ຖ້ວນທຸກຢ່າງ ຈາກນັ້ນແມ່ນຈະ ໄດ້ເຂົ້າປະຕິບັດໜ້າທີ່ຮັບໃຊ້ຊາດ ຢູ່ໃນຖັນແຖວກອງທັບປະຊາຊົນ ລາວ. ສະເພາະປີ 2021 ນີ້ກົມ ກໍາລັງພົນກົມໃຫ່ຍເສນາທິການ ກອງທັບໄດ້ກໍານົດຕົວເລກລະດົມພົນໃຫ້ກອງບັນຊາຊາການທະຫານແຂວງຫຼວງພະບາງ ທັງໝົດ 124 ສະຫາຍ, ໃນນີ້ແມ່ນຈະໄດ້ນໍາສົ່ງໃຫ້ກໍາລັງຫຼວງ 50 ສະຫາຍ, ປະກອບໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ 74 ສະຫາຍ.

ໃນໂອກາດດັ່ງກ່າວນີ້  ສະຫາຍ ຮອງຫົວໜ້າກົມກໍາລັງພົນກົມໃຫ່ຍເສນາທິການກອງທັບຍັງໄດ້ຮຽກ ຮ້ອງ ແລະເນັ້ນໃຫ້ພະແນກການ ກ່ຽວຂ້ອງອານຸກໍາມະການທີ່ຖືກ ແຕ່ງຕັ້ງໃນການຄັດເລືອກເອົາຊາວໜຸ່ມເຂົ້າເປັນທະຫານພັນທະຮັບ ໃຊ້ຊາດ, ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມລະບຽບຫຼັກການເພື່ອຄັດເລືອກໃຫ້ໄດ້ຜູ້ທີ່ຄົບ ມາດຖານເງື່ອນໄຂຈະເຂົ້າຮັບໃຊ້ຊາດໃນຖັນແຖວກອງທັບປະຊາຊົນ ລາວຕາມເງື່ອນໄຂທີ່ກໍານົດໄວ້.