ອັດຕະປືຂຶ້ນສຳມະໂນຕອນດິນໄດ້ຫຼາຍກວ່າ 3 ພັນຕອນ

ຂ່າວ: ສິດຕິພອນ

ໃນປີ 2021 ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະບັດວຽກງານຢ່າງມີຜົນສໍາເລັດຫຼາຍດ້ານ ໃນນັ້ນ ໄດ້ມີການຄຸ້ມຄອງ,ຈັດສັນ, ວາງແຜນນໍາໃຊ້ທີ່ດິນລັດ, ການເກັບຄ່າທຳນຽມ ແລະ ຄ່າບໍລິການທຽບໃສ່ແຜນປີແມ່ນລື່ນແຜນ, ອັນທີ່ພົ້ນເດັ່ນແມ່ນໄດ້ສາມາດຂຶ້ນສຳມະໂນຕອນດິນໄດ້ 3.535 ຕອນ ແລະ ອອກໃບຕາດິນໄດ້ 3.229 ຕອນ.

ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ລາຍງານຕໍ່  ກອງປະຊຸມອົງການປົກຄອງແຂວງ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ວ່າ: ໃນໄລຍະ 1 ປີທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ພະຍາຍາມເປັນຢ່າງສູງໃນການເຮັດພາລະບົດບາດ ແລະ ໜ້າທີ່ ຂອງຕົນຢ່າງມີຜົນສໍາເລັດຫຼາຍດ້ານ, ໂດຍສະເພາະໄດ້ຈັດຕັ້ງປະຕິບັດວຽກງານເກັບຄ່າທຳນຽມ ແລະ ຄ່າບໍລິການທຽບໃສ່ແຜນປີແມ່ນລື່ນແຜນ; ອັນທີ່ພົ້ນເດັ່ນແມ່ນໄດ້ຂຶ້ນສຳມະໂນຕອນດິນໄດ້ 3.535 ຕອນ, ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນແຜນ 535  ຕອນ, ອອກໃບຕາດິນໄດ້ 3.229 ຕອນ, ທຽບໃສ່ແຜນການທີ່ສະພາປະຊາຊົນແຂວງຮັບຮອງແມ່ນ 729 ຕອນ, ພ້ອມນັ້ນຍັງໄດ້ມອບ ຖານຂໍ້ມູນເກັບລາຍຮັບໃຫ້ພະແນກເງິນແຂວງປີ 2020 ມີ 61.996 ຕອນ, ການຄຸ້ມຄອງ, ຈັດສັນ, ວາງແຜນນໍາໃຊ້ທີ່ດິນລັດ, ມີ 9 ບໍລິສັດ, ມີການລົງສຳຫຼວດວັດແທກ, ປັກຂອບເຂດ; ໄດ້ຈັດສັນດິນທໍາການຜະລິດໃຫ້ປະຊາຊົນ  4 ບ້ານ ມີ 995 ຕອນ, ຂຶ້ນສຳມະໂນຕອນດິນ 4 ບ້ານເປົ້າໝາຍ ຕິດພັນກັບການສ້າງສັງຄົມນິຍົມ ແຕ່ຮາກຖານ, ໃນແຜນ 2.000  ຕອນປະຕິບັດລື່ນແຜນ, ຈັດສັນດິນປຸກເຮືອນຖາວອນຮອບຕົກລົ່ນ 96 ຄອບຄົວ ມີ 97 ຫຼັງ ໄດ້ສະເໜີໃໝ່ຂອງເມືອງສະໜາມໄຊ. ໄດ້ຈັດສັນດິນປຸກສ້າງເຮືອນ ໃຫ້ພະນັກງານການນໍາທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດມີ  6 ຕອນ,   ໄດ້ແກ້ໄຂຂໍ້ຂັດແຍ່ງດ້ານບໍລິຫານໄດ້ 3 ຕອນ, ຍັງຄ້າງ 8 ຕອນ.

ທ່ານ ຫັດສະໄນ ສີສີບຸນເຫຼືອງ ຍັງໃຫ້ຮູ້ຕື່ມວ່າ: ປີ 2022 ນີ້ພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງຈະໄດ້ ສືບຕໍ່ເກັບຄ່າທຳນຽມ ແລະຄ່າບໍລິການຕາມແຜນການປີ, ພ້ອມທັງສູ້ຊົນຂຶ້ນສໍາມະໂນຕອນດິນ  5 ເມືອງ ໃຫ້ໄດ້ 4.150  ຕອນ, ໃນ  30 ບ້ານ ແລະ ອອກໃບຕາດິນໃຫ້ ໄດ້ 2.500 ຕອນ, ສືບຕໍ່ກວດກາສິດນຳໃຊ້ທີ່ດິນ, ການຫັນສິດ, ການອອກແຜນທີ່ ແລະ ມອບຖານ ລາຍຮັບໃຫ້ພະແນກເງິນແຂວງ, ສືບຕໍ່ກວດກາຄືນໃໝ່ບັນດາດິນ ໃຫ້ເຊົ່າ-ສຳປະທານຂອງບັນດາ ບໍລິສັດຕ່າງໆເພື່ອແບ່ງແຍກດິນປຸກສຳນັກງານ, ຫໍພັກ, ກຳມະ ກອນ, ໂຮງງານ, ການຄຸ້ມຄອງ 8 ປະເພດທີ່ດິນ, ການຊື້ຂາຍດິນຊາວຕ່າງປະເທດ, ການລຶບລ້າງໃບແຈ້ງເນື້ອທີ່ດິນພູພຽງບໍລິເວນຢູ່ ເມືອງສະໜາມໄຊ ແລະ ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນດ້ານບໍລິຫານຍັງຄ້າງ 8 ຕອນໃຫ້ສໍາເລັດ.