ລາວເລັ່ງຜະລິດຢາປົວໂຄວິດໃຫ້ພຽງພໍ ງວດທຳອິດໝົດໃນ 4 ມື້

ຂ່າວ: ນໍ້າໜຶ່ງ

ສປປ ລາວ ແມ່ນ 1 ໃນ 5 ຊາດອາຊຽນ 105 ປະເທດທົ່ວໂລກທີ່ໄດ້ຮັບສິດທິບັດໃນການຜະລິດຢາໂມລາໂກເວຍເພື່ອປາບພະຍາດໂຄວິດ-19 ໂດຍສະເພາະພາຍຫຼັງທີ່ຜະລິດໃນງວດ ທຳອິດກໍ່ສາມາດຈຳໜ່າຍໝົດພາຍໃນ 4 ມື້ ຂະນະນີ້ໂຮງງານໄດ້ຂະຫຍາຍເວລາຜະລິດທັງເວັນ ແລະຄືນເພື່ອໃຫ້ທັນກັບຄວາມຕ້ອງການ ສ່ວນລາຄາແມ່ນສົມເຫດສົມຜົນ ຫຼືຢູ່ລະດັບດຽວກັບຊາດອາຊຽນ.

ທ່ານ ດຣ ພູຂົງ ໂຈມມາລາ ຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ເປີດເຜີຍຕໍ່ທີມຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ສປປ ລາວ ແມ່ນ 1 ໃນຈຳນວນ 105 ປະເທດໃນໂລກທີ່ໄດ້ຮັບສິດທິບັດການຜະລິດຢາ ໂມລາໂກເວຍ ເພື່ອໃຊ້ປິ່ນປົວຜູ້ປ່ວຍພະຍາດໂຄວິດ-19 ຊຶ່ງແມ່ນບັນດາປະເທດທີ່ມີລາຍຮັບປານກາງຫາຕໍ່າ ແລະສ່ວນຫຼາຍແມ່ນບັນດາປະເທດຂອງທະວີບອາຊີ ແລະອາຟຣິກາ ແລະບໍລິສັດ ລັດວິສາຫະກິດໂຮງງານຜະລິດຢາເລກ 3 ແມ່ນເປັນວິສາຫະກິດທີ່ລັດລົງທຶນແຕ່ ປີ 1986-87 ເປັນຕົ້ນມາກໍ່ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານໃນການຜະລິດຢາດັ່ງກ່າວເພື່ອຕອບສະໜອງໃຫ້ຖ່ວງທັນ ແລະພຽງພໍກັບຄວາມຕ້ອງການເພື່ອພ້ອມກັນຜ່ານຜ່າໂລກຮ້າຍໂຄວິດ-19 ໄດ້ຢ່າງປອດໄພ.

ຫຼັງຈາກນັ້ນ ໂຮງງານກໍ່ໄດ້ສັ່ງຊື້ນຳ ເຂົ້າທຸກວັດຖຸດິບຈາກຕ່າງປະເທດເວັ້ນແຕ່ຂວດບັນຈຸພ້ອມສຸມທຸກກຳລັງເຂົ້າໃສ່ຂະບວນການຜະລິດຈົນຮອດວັນທີ 31 ທັນວາ 2021 ກໍ່ສາມາດນຳຢາທີ່ຜະລິດໄດ້ຈຳນວນ 3.100 ປ໋ອງໃນຊຸດ ທຳອິດອອກແຈກຢາຍບັນດາຮ້ານຂາຍ ຢາໃຫຍ່ທີ່ໄດ້ຮັບອະນຸຍາດຢູ່ພາຍໃນນະຄອນຫຼວງວຽງຈັນແລະບັນດາແຂວງຈຳນວນໜຶ່ງເພື່ອຈຳໜ່າຍອອກສູ່ສັງຄົມໃຫ້ຖ່ວງທັນກັບ ສະພາບການລະບາດຂອງພະຍາດໂຄວິດ-19.

ທ່ານ ດຣ ພູຂົງ ໂຈມມາລາ ກ່າວຕື່ມວ່າ: ງວດທຳອິດຫຼັງຈຳໜ່າຍໃນຊ້ວງປີໃໝ່ສາກົນຮອດວັນທີ 4 ມັງກອນ 2022 ລວມມື້ຢາທີ່ໂຮງງານຜະລິດອອກແມ່ນ ສາມາດຈຳໜ່າຍໄດ້ທັງໝົດຈາກສະພາບຄືດັ່ງກ່າວລັດຖະບານກໍ່ຄືກະຊວງສາທາລະນະສຸກໄດ້ຊີ້ນຳໃຫ້ໂຮງງານພວກເຮົາສືບຕໍ່ ແລະໂຮງງານກໍ່ໄດ້ເລັ່ງກຳລັງພ້ອມຂະຫຍາຍເວລາທັງເວັນ ແລະຄືນເຂົ້າສູ່ການຜະລິດງວດທີ 2 ໄດ້ສຳເລັດພ້ອມໄດ້ນຳອອກຈຳໜ່າຍໃນວັນທີ 6 ມັງກອນຈຳນວນ 1.200 ປ໋ອງ ແລະກໍ່ໝົດໃນວັນດຽວພ້ອມສືບຕໍ່ຜະລິດຕື່ມອີກ.

ຢ່າງໃດກໍ່ຕາມໂມລາໂກເວຍແມ່ນຢາທີ່ຜະລິດອອກມາເພື່ອປາບພະຍາດໂຄວິດ-19 ໂດຍສະເພາະຈຶ່ງເຮັດໃຫ້ຄວາມຕ້ອງການສູງແຕ່ກໍ່ມີກະແສກ່ຽວກັບລາຄາທີ່ຂາຍ 4 ແສນກີບຕໍ່ປ໋ອງທັງນີ້ທ່ານຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ຊີ້ແຈງວ່າ: ສູດຢາແມ່ນພວກເຮົາຄົ້ນຄວ້າ ແລະສ້າງດ້ວຍຕົນເອງບົນພື້ນຖານຂໍ້ມູນວິທະຍາສາດສ່ວນວັດຖຸອອກລິດ/API: Active Pharmaceutical Ingredients ແລະວັດຖຸປະສົມ ຫຼື ທາດເໝືອດ/IPI:  Inactive Pharma ceutical Ingre dients ແມ່ນທຶນຮອນຂອງບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ເອງທັງເປັນຜູ້ຊອກຈັດຊື້-ຈັດຫາມາຈາກຕ່າງປະເທດດ້ວຍລາຄາບໍ່ຖືກປານໃດ ແລະຕ້ອງລໍຖ້າດົນນານເນື່ອງຈາກຄວາມຫຼ້າຊ້າໃນການຂົນສົ່ງຍ້ອນຜົນກະທົບຈາກໂຄວິດ, ເມື່ອເປັນ ແນວນັ້ນລາຄາກໍ່ສົມເຫດສົມຜົນ ຊຶ່ງ ຄ້າຍໆຊໍ່າກັນໂດຍສະເລ່ຍໃນບັນດາປະເທດສະມາຊິກອາຊຽນທີ່ໄດ້ຮັບສິດທິບັດໃນການຜະລິດເຊັ່ນ: ກຳປູເຈຍ, ອິນ ໂດເນເຊຍ, ມຽນມ້າ, ຟີລິບປິນ ແລະ ຫວຽດນາມ.

ທ່ານ ດຣ ພູຂົງ ໂຈມມາລາ ກ່າວຢໍ້າຕື່ມອີກວ່າ: ຢາໂມລາໂກເວຍ ເປັນຢາໃຊ້ໃນກໍລະນີສຸກເສີນດ້ານສາທາລະນະສຸກ,  ເປັນຢາທີ່ໃຊ້ກັບຜູ້ຕິດເຊື້ອແລ້ວເທົ່ານັ້ນ ແລະມີອາຍຸ 18 ປີຂຶ້ນໄປຫ້າມແມ່ຍິງຖືພາມານ  ແລະລ້ຽງລູກດ້ວຍນົມແມ່ກິນຢານີ້ບັນຈຸປ໋ອງໜຶ່ງ 40 ແຄັບຊູນເອີ້ນວ່າຊຸດ ຫຼືເອີ້ນວ່າ ຄ໋ອຊ ( Course) ໜຶ່ງ, ສຳລັບແຕ່ຜູ້ຕິດເຊື້ອແລ້ວກິນເທື່ອລະ 4 ແຄັບ ກິນມື້ໜຶ່ງ2 ເທື່ອລວມເປັນມື້ໜຶ່ງກິນ 8 ແຄັບ ກຳໜົດກິນ 5 ມື້  ເທົ່ານັ້ນ ຫຼືທ່ານໃດສົນໃຈສອບຖາມລາຍລະອຽດກະລຸນາຕິດຕໍ່ບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ຫຼັກ 9 ຖະໜົນທ່າເດື່ອນະຄອນຫຼວງວຽງຈັນ ໂທລະສັບ 021 314 931; 021 312023;  020 55527499, 020 224 66889