ເສຍຊີວິດ 43 ຄົນ ຈາກອຸປະຕິເຫດປີໃໝ່ສາກົນ

ໃນ 5 ວັນຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2022 ທົ່ວປະເທດມີອຸບັດຕິເຫດເກີດ ຂຶ້ນທັງໝົດ 197 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 297 ຄົນ, ເສຍຊີວິດຈາກອຸບັດຕິເຫດ 43 ຄົນ, ມີພາຫະນະເປ່ເພ 315 ຄັນ. ຖ້າທຽບໃສ່ 5 ວັນ ຂອງການສະຫຼອງ ໃນປີກ່ອນເຫັນວ່າຈໍານວນອຸບັດຕິເຫດ ປີນີ້ ໜ້ອຍກວ່າ 20 ຄັ້ງ, ແຕ່ປີນີ້ ມີຜູ້ ເສຍຊີວິດຫຼາຍກວ່າ 7 ຄົນ.


ກົມໃຫຍ່ຕຳຫຼວດກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ແຂວງທີ່ເກີດອຸບັດຕິເຫດຫຼາຍ ກວ່າໝູ່ແມ່ນແຂວງຈຳປາສັກ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ນະຄອນຫຼວງວຽງຈັນ 29 ຄັ້ງ, ແຂວງ ວຽງຈັນ 22 ຄັ້ງ, ແຂວງສະຫວັນນະເຂດ 18 ຄັ້ງ, ແຂວງຫຼວງພະບາງ, ອຸດົມໄຊ ແຂວງລະ 13 ຄັ້ງ, ແຂວງ ບໍລິຄຳໄຊ 12 ຄັ້ງ, ອັດຕະປື 11 ຄັ້ງ, ແຂວງຄຳມ່ວນ ແລະແຂວງຫຼວງນໍ້າທາ ແຂວງລະ 10 ຄັ້ງ.
ແຂວງທີ່ມີຜູ້ເສຍຊີວິດຈາກອຸບັດຕິເຫດ ຫຼາຍກວ່າໝູ່ແມ່ນແຂວງຈຳປາສັກມີ 7 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ແຂວງ ອັດຕະປື 5 ຄົນ, ແຂວງຫຼວງນໍ້າທາ, ບໍລິຄຳໄຊ, ສາລະວັນ ແຂວງລະ 4 ຄົນ, ແຂວງສະຫວັນນະເຂດ ແລະແຂວງຫຼວງພະບາງ ແຂວງລະ 5 ຄົນ, ນອກຈາກນີ້ ຍັງມີແຂວງອື່ນໆຕື່ມອີກ.

ຂ່າວ: ບຸນນິກ ມະນີ