ລນລ ສາຂາຈໍາປາສັກມີລາຍຮັບ 333 ຕື້ກ່ວາກີບ

ຂ່າວ: ໂພທິຣາຊ

ປີ 2021 ຜ່ານມາຖືວ່າເປັນປີທີ່ມີຄວາມຫຍຸ້ງຍາກຫຼາຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງຫຼາຍຂະແໜງການໂດຍສະເພາະແມ່ນພາກທຸລະກິດທັງຂະແໜງການຂອງລັດ ແລະພາກເອກະຊົຮັດໃຫ້ຫຼາຍບໍລິສັດບໍ່ສາມາດຈັດຕັ້ງບັນລຸຄາດໝາຍໄດ້ແຕ່ເຖິງຢ່າງໃດກໍ່ຕາມຍ້ອນການນໍາພາທີ່ເຂັ້ມແຂງບວກກັບການບໍລິຫານຈັດການວຽກງານທີ່ມີຄຸນນະພາບເຮັດໃຫ້ປີຜ່ານມາລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ຫຼື ລນລ ສາຂາແຂວງຈໍາປາສັກບັນລຸຄາດໝາຍທີ່ກໍານົດໄວ້.

ທ່ານ ຈັນຫອມ ດວງບຸກຜາ ຫົວໜ້າ ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງຈໍາປາສັກ, ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ລັດວິສາຫະກິດມີໜ້າທີ່ປະຕິບັດພາລະບົດບາດໃນການນໍາພາ-ຊີ້ນໍາທາງດ້ານວຽກການເມືອງ ແລະວິຊາສະເພາະການນໍາເຂົ້າ ແລະບໍລິການສະໜອງນໍ້າມັນເຊື້ອໄຟອອກສູ່ສັງຄົມໃຫ້ພຽງພໍ ແລະຖືກຕ້ອງຕາມດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ແລະຄໍາແນະນໍາຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ.

ຕະຫຼອດໃນໄລຍະໜຶ່ງປີຜ່ານມາແມ່ນໄດ້ນໍາພາຄົ້ນຄວ້າ ແລະຫັນເອົາແນວທາງນະໂຍບາຍໃຫ້ກາຍເປັນແຜນງານ, ໂຄງການລະອຽດ, ນໍາພາສ້າງລະບຽບການ ແລະແຈ້ງການຕ່າງໆຢ່າງເປັນລະບົບເພື່ອເປັນບ່ອນອິງໃຫ້ແກ່ການຊຸກຍູ້, ສົ່ງເສີມ, ຄຸ້ມຄອງ, ຕິດຕາມ-ກວດກາວຽກງານໃຫ້ມີປະສິດທິຜົນ ແລະຖືກຕ້ອງຕາມສະພາບຄວາມຈິງ, ດ້ວຍເຫດຜົນດັ່ງກ່າວນັ້ນຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນການປີບັນລຸໄດ້ຄາດໝາຍ ແລະມີບາງດ້ານລື່ນຄາດໝາຍທີ່ກໍານົດໄວ້.

ການນໍ້າເຂົ້ານໍ້າມັນແຕ່ວັນທີ 1 ມັງກອນ ຫາ 30 ທັນວາ 2021 ສາມາດນໍ້າເຂົ້ານໍ້າມັນໄດ້ທັງໝົດ 36,53 ລ້ານລິດ, ໃນນັ້ນມີແອັດຊັງພິເສດ 4 ແສນລິດ, ແອັດຊັງທໍາມະດາ 10,78 ລ້ານລິດ, ກາຊວນ 24,02 ລ້ານລິດ, ກາດຍົນ 2,15 ແສນລິດ ແລະນໍ້າມັນເຕົາ 1,1 ລ້ານລິດ, ວຽກງານການຕະຫຼາດແມ່ນສາມາດຈໍາໜ່າຍໄດ້ທັງໝົດ 36,5 ລ້ານລິດ, ປະຕິບັດໄດ້ 99,09%, ສາມາດສ້າງລາຮັບໄດ້ 333 ຕື້ກວ່າກີບ ແລະມອບພັນທະໃຫ້ລັດໄດ້ 125 ຕື້ກວ່າກີບ.

ສໍາລັບທິດທາງປີ 2022 ນີ້ລັດວິສາຫະກິດນໍ້າມັນເຊື້ອໄຟລາາຂາແຂວງຈໍາປາສັກ ມີແຜນຈະນໍາເຂົ້ານໍ້າມັນເພື່ອມາສະໜອງສັງຄົມທັງໝົດ 40 ລ້ານລິດ, ຄາດວ່າຈະສ້າງລາຍຮັບໃຫ້ໄດ້ 350 ຕື້ກວ່າກີບ ແລະຈະມອບພັນທະໃຫ້ກັບລັດປະມານ 150 ຕື້ກວ່າກີບ.