ອຸດົມໄຊ ສຸມລົງທຶນພັດທະນາ

ຂ່າວ: ຄານມະນີ ຮຽນດໍຈັນ

ໃນຕະຫຼອດໄລຍະ 1 ປີຜ່ານມາ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ສູ້ຊົນ ຈັດຕັ້ງປະຕິບັດວຽກງານການລົງທຶນໃສ່ການພັດທະນາ ໂດຍຕິດພັນກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ສາມາດເຮັດໃຫ້ການຈັດຕັ້ງປະຕິບັດໄດ້ລື່ນແຜນ 7%.


ອີງຕາມບົດສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ທີ່ຜ່ານມາ ແຂວງອຸດົມໄຊ ສາມາດຈັດຕັ້ງປະຕິບັດ ວຽກງານການລົງທຶນເພື່ອການພັດທະນາໄດ້ທັງໝົດ 1.020,2 ຕື້ກີບ ເທົ່າກັບ 107% ຂອງແຜນການປີ ຫຼື ເກີນແນ 7% (ແຜນການ 953,21 ຕື້ກີບ).
ໃນນີ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ລວມທັງໝົດ 68 ໂຄງການລວມມູນຄ່າທັງໝົດ 96,78 ຕື້ກີບ ເທົ່າກັບ 108% ຂອງແຜນການປີ, ໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາປະຕິບັດ ໄດ້ 35,07 ຕື້ກີບ ເທົ່າກັບ 42,25% ຂອງແຜນການປີ ໃນນີ້ທຶນຊ່ວຍເຫຼືອລ້າ 24,27 ຕື້ກີບ ແລະທຶນກູ້ຢືມ 10,80 ຕື້ກີບ.


ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ສາມາດຈັດຕັ້ງປະຕິບັດໄດ້ ທັງໝົດ 70 ໂຄງການ ລວມມູນຄ່າ 768,63 ຕື້ກີບ ເທົ່າກັບ 111,47% ຂອງແຜນການປີ, ໃນນີ້ການລົງທຶນໃນກິດຈະການບັນຊີຄວບຄຸມ ແລະ ສຳປະທານຂອງຂະແໜງແຜນການ ແລະ ການລົງທຶນກໍ່ຄືຄະນະກຳມະການສົ່ງເສີມ ແລະຄຸ້ມຄອງການລົງທຶນຂັ້ນແຂວງໄດ້ອະນຸມັດການລົງທຶນໃໝ່ທັງໝົດ 11 ໂຄງການມູນຄ່າ 287,13 ຕື້ກີບ.
ສ່ວນການລົງທຶນໃນກິດຈະການທົ່ວໄປຂອງຂະແໜງອຸດສາຫະກຳ ແລະ ການຄ້າທີ່ໄດ້ຮັບແຈ້ງຂຶ້ນທະບຽນວິສາຫະກິດ ແລະ ດັດແກ້ທະບຽນວິສາຫະກິດມີ ທັງໝົດ 59 ໂຄງການ ມູູນ ຄ່າ 481,50 ຕື້ກີບ, ທຶນຈາກຂະແໜງເງິນຕາສິນເຊື່ອທົ່ວລະບົບທະນາຄານ ສາມາດຈັດຕັ້ງປະຕິບັດໄດ້ 119,72 ຕື້ກີບ ເທົ່າກັບ 132% ແລະ ລະດົມເງິນຝາກໄດ້ທັງໝົດ 2.261,61 ຕື້ ກີບ ເທົ່າກັບ 104,16% ຂອງແຜນ ການປີ. ໂດຍລວມແລ້ວການຈັດຕັ້ງປະຕິບັດ ການລົງທຶນເຂົ້າໃສ່ການພັດທະນາທົ່ວແຂວງອຸດົມໄຊ ໃນປີ 2021 ຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນແຜນ ແຕ່ຍັງມີການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອເພື່ອການພັດທະນາເຫັນວ່າ: ປະຕິບັດໄດ້ຫຼຸດແຜນການປະຕິບັດໄດ້ ພຽງແຕ່ 42%. ຂ່າວ: ຄານມະນີ ຮຽນດໍຈັນ