ສ້າງໂຮງຮຽນ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ຢູ່ຄໍາມ່ວນ

ວັນທີ 5 ມັງກອນ 2022 ທີ່ ໂຮງຮຽນ ມສ ສອງເໜືອງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ວາງສີລາເລີກໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີປະທານສະພາປະຊາຊົນແຂວງຄຳມ່ວນ. ທ່ານ ນາງ ຫວູ ຕູ ແອງ ທີ່ປຶກສາສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ລາວ, ບັນດາທ່ານຈາກພະແນກການ, ກົມທີ່ກ່ຽວຂ້ອງຕະຫຼອດຮອດອຳນາດ ການປົກຄອງບ້ານ ແລະແຂກຖືກເຊີນ ເຂົ້າຮ່ວມ.


ໂຄງການກໍ່ສ້າງໂຮງຮຽນວິຊາຊີບ ຕົວແບບມິດຕະພາບ-ລາວຫວຽດນາມ ໄດ້ຮັບທຶນກໍ່ສ້າງ ແລະເປັນຂອງຂວັນຈາກທ່ານ ຫງຽນ ຊວນ ຟຸກ ປະທານ ປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນສິງຫາ 2021 ຜ່ານມາ ແລະ ໃນໂອກາດດັ່ງກ່າວ ທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມໄດ້ມອບ ທຶນໃນການກໍ່ສ້າງໂຮງຮຽນວິຊາຊີບຢູ່ ແຂວງຄຳມ່ວນ 5 ລ້ານໂດລາສະຫະລັດ.
ໃນນີ້ໄດ້ຈັດສັນງົບປະມານເຂົ້າໃນ ການປັບປຸງພື້ນຖານໂຄງລ່າງ 3 ລ້ານ ໂດລາສະຫະລັດ, ນຳໃຊ້ເຂົ້າໃນການສະ ໜອງອຸປະກອນເຕັກນິກ ແລະວັດສະດຸ 1 ລ້ານກວ່າໂດລາສະຫະລັດ ແລະວຽກ ງານວິຊາການ, ຝຶກອົບຮົມ, ບໍລິຫານ 5 ແສນໂດລາສະຫະລັດ. ໂດຍປະຕິບັດ ຕາມສັນຍາສະບັບເລກທີ 1.284/ສສກ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ມອບໃຫ້ບໍລິສັດ ຈິດຈະເລີນ ກໍ່ສ້າງຈຳກັດເປັນຜູ້ຮັບເໜົາກໍ່ສ້າງໃນມູນຄ່າ 2 ລ້ານກວ່າໂດລາສະຫະລັດ ປະກອບມີ ການກໍ່ສ້າງອາຄານຮຽນ 4 ຫຼັງ, ອາຄານບໍລິຫານ 1 ຫຼັງ, ກໍ່ສ້າງຫໍພັກ 2 ຊັ້ນ 3 ຫຼັງ, ຫ້ອງທົດລອງ 1 ຫຼັງ, ຫ້ອງບໍລິຫານ 1 ຫຼັງ, ໂຮງຊ່າງ 4 ຫຼັງ (ໄຟຟ້າ, ສ້ອມແປງ, ກໍ່ສ້າງເຄຫະສະຖານ ແລະກະສິກໍາ), ກໍ່ສ້າງລະບົບຫ້ອງນໍ້າຊາຍ-ຫ້ອງນໍ້າຍິງ, ກໍ່ສ້າງລະບົບເສັ້ນທາງສັນຈອນ ພາຍໃນໂຮງຮຽນ, ກໍ່ສ້າງລະບົບນໍ້າໃຊ້- ນໍ້າເສຍ ແລະອື່ນໆ ຈະໄດ້ເລີ່ມລົງມືຈັດ ຕັ້ງປະຕິບັດ ແລະໃຫ້ສຳເລັດການກໍ່ສ້າງພາຍໃນ 11 ເດືອນ ຕາມແຜນຂອງໂຄງການ.


ທ່ານ ວັນໄຊ ພອງສະຫວັນ ກ່າວຕໍ່ ພິທີວ່າ: ໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ-ລາວຫວຽດນາມ ແມ່ນໂຄງການທີມີຄວາມໝາຍ ຄວາມສໍາຄັນທີ່ສຸດຕໍ່ແຜນພັດທະນາຂະແໜງການສຶກສາທິການ ແລະກີລາກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງຄໍາມ່ວນ ດ້ວຍທຶນຊວຍເຫຼືອລ້າ ເປັນຂອງຂວັນຈາກພັກຄອມມຸຍນິດ ແລະລັດຖະບານຫວຽດນາມ, ຊຶ່ງໄດ້ ກຳນົດເອົາໂຮງຮຽນມັດທະຍົມສອງ ເໜືອງເປັນບ່ອນສ້າງຕັ້ງຕິດພັນກັບສະຖານທີ່ປະຫວັດສາດການເຄື່ອນໄຫວ ຂອງປະທານໂຮຈິມິນ, ໂຄງການກໍ່ສ້າງ ໂຮງຮຽນວິຊາຊິບຕົວແບບແຫ່ງນີ້ເປັນ ໂຮງຮຽນແຫ່ງທຳອິດຂອງແຂວງທີ່ປະ ຕິບັດ 2 ຫຼັກສູດການຮຽນ-ການສອນ ຄວບຄູ່ກັນໄປ.

ຂ່າວ: ເສດຖະກິດ-ສັງຄົມ