ສກຜ ເຜີຍສົ່ງອອກກາເຟໜ້ອຍ ແຕ່ຜົນການຕອບແທນສູງ

ເປັນຂ່າວດີຫຼາຍສໍາລັບພໍ່ແມ່ປະ ຊາຊົນຜູ້ປູກກາເຟ ປີນີ້ຈະໄດ້ມີລາຍຮັບທີ່ສູງ ແລະໝັ້ນຄົງທີ່ສຸດຫຼັງທີ່ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງ ບໍລະເວນເປີດເຜີຍຜ່ານສື່ພ້ອມໃຫ້ຄໍາ ໝັ້ນສັນຍາວ່າສະມາຊິກຈະໄດ້ຮັບຜົນ ຕອບແທນທີ່ບໍ່ເຄີຍມີມາກ່ອນຈາກປາ ກົດການກາເຟມີລາຄາສູງສຸດເປັນປະຫວັດສາດ.


ທ່ານ ບຸນທົງ ເທບໄກ່ສອນ ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມ ເສດຖະກິດ-ສັງຄົມ ປະຈໍາແຂວງເມື່ອ ບໍ່ດົນມານີ້ໃຫ້ຮູ້ວ່າ: ສຜກ ມີສະມາຊິກ ທັງໝົດ 968 ຄອບຄົວ, ເປັນຊາວສວນ ກາເຟຂະໜາດນ້ອຍມີເນື້ອທີ່ການຜະລິດ ໂດຍສະເລຍ 5 ເຮັກຕາຕໍ່ຄອບຄົວ, ຊຶ່ງເປັນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກ ການເປັນສະມາຊິກຂອງ (ສຜກ), ຜະລິດກາເຟແບບກະສີກໍາອິນຊີ 841 ຄອບຄົວ, ມີ 45 ກຸ່ມຜະລິດ ທີ່ກະຈາຍ ຢູ່ໃນ 43 ໝູ່ບ້ານຂອງ 3 ເມືອງໃນ ເຂດພູພຽງບໍລະເວນຄື: ເມືອງປາກຊ່ອງ ແຂວງຈໍາປາສັກ, ເມືອງເລົ່າງາມ ແຂວງ ສາລະວັນ ແລະເມືອງທ່າແຕງ ແຂວງ ສາລະວັນ, ສະຫະກອນມີໂຮງງານ ແລະຫ້ອງທົດລອງ 1 ແຫ່ງ ທີ່ລວບລວມຜົນຜະລິດ ແລະກະກຽມກາເຟ ຂອງສະມາຊິກເພື່ອສົ່ງອອກ, ຊຶ່ງມີກໍາລັງການຜະລິດໄດ້ 12-15 ໂຕນຕໍ່ວັນ, ມີສູນຂົ້ວກາເຟ 39 ສູນ, ທີ່ຊ່ວຍໃຫ້ສະ ມາຊິກລວມຕົວກັນເພື່ອຜະລິດກາເຟນ້ອຍ ແລະກາເຟກາງທີ່ມີຄຸນນະພາບສູງ, ນອກນີ້ຍັງມີໂຮງຝຸ່ນ 1 ແຫ່ງ ທີ່ຜະລິດຝຸ່ນບົ່ມ ແລະຝຸ່ນຂີ້ກະເດືອນ ເພື່ອຕອບສະໜອງຝຸ່ນອໍການິກທີ່ມີຄຸນ ນະພາບສູງໃຫ້ແກ່ສະມາຊິກ ແລະເປັນການຫລຸດຜ່ອນຕົ້ນທຶນການຜະລິດ ແລະ ການຮັກສາຄວາມອຸດົມສົມບູນຂອງດິນ.


ສໍາລັບໃນລະດູການເກັບກ່ຽວປີ 2020-2021 ຜ່ານມາ ສາມາດແປຮູບ ກາເຟໄດ້ຈໍານວນ 9.362 ໂຕນໝາກແດງ, ກາເຟນ້ອຍ 8,607 ໂຕນ, ກາເຟກາງ 755 ໂຕນ, ສາມາດສົ່ງອອກ ກາເຟໄດ້ຈໍານວນ 1.355 ໂຕນ ຫຼື 71 ຕູ້ຄອນເທນເນີ, ຕົກເປັນມູນຄ່າທັງໝົດ ປະມານ 5-6 ລ້ານໂລດາສະຫະລັດ.
ຢ່າງໃດກໍ່ດີທ່ານປະທານໃຫ້ຮູ້ຕື່ມວ່າ: ສໍາລັບໃນປີ 2022 ນີ້ຖືວ່າເປັນ ປີທອງຄໍາຂອງຂະແໜງການກາລາວ ເນື່ອງຈາກວ່າປີນີ້ຫຼາຍປະເທດໃນທົ່ວໂລກ ໄດ້ມີຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດ ໃຫ້ບໍ່ສາມາດຜະລິດກາເຟເທົ່າຄວນ ສ່ວນປະເທດເຮົາແມ່ນຍັງສາມາດປູກ ແລະຜະລິດປົກຕະຕິ, ອີກສ່ວນໜື່ງກາ ເຟລາວເລີ່ມມີບົດບາດຊື່ສຽງກາເຟທີ່ ມີຄຸນນະພາບໃນສາກົນ ສະນັ້ນ ຈຶ່ງເຮັດໃຫ້ຕະຫຼາດຕ່າງປະເທດຈັບຕາມອງ ແລະສັ່ງຊື້ເປັນຈໍານວນຫຼາຍສະເພາະ ຕະຫຼາດຂອງສະຫະກອນປີນີ້ສັ່ງຊື້ສູງ ເຖິງ 100 ຕູ້ຄອນເທນເນີ, ແຕ່ຍ້ອນ ກາເຟໄດ້ຮັບຜົນກະທົບຈາກໄພທໍາມະຊາດຕາຍເສຍຫາຍເປັນຈໍານວນຫຼາຍ ສະນັ້ນ ຈຶ່ງບໍ່ສາມາດຕອບສະໜອງໄດ້ ຕາມຄວາມຕ້ອງການຂອງຕະຫຼາດ ແລະ ການອອກໝົດປີນີ້ຈະຫຼຸດຈາກປີກ່ອນ ເຖີງ 30% ຫຼື ຈະສາມາດສົ່ງອອກໄດ້ ພຽງແຕ່ 46 ຕູ້ຄອນເທນເນີເທົ່າ, ແຕ່ເນື່ອງຈາກວ່າປີນີ້ລາຄາກາເຟສູງຂຶ້ນ ຫຼາຍ ຈຶ່ງເຮັດໃຫ້ສະຫະກອນສາມາດ ນໍາລາຍຮັຍໃຫ້ແກ່ສະມາຊິກສູງເຖິງ 5-6 ລ້ານໂດລາສະຫະລັດ, ຊຶ່ງເປັນ ການຂາຍກາເຟທີ່ມີລາຄາສູງໃນຮອບປະຫວັດສາດ.

ຂ່າວ: ໂພທິຣາຊ