ການນຳແຂວງໄຊຍະບູລີ ຊຸກຍູ້ເມືອງຊຽງຮ່ອນ ຜະລິດພືດລະດູແລ້ງ

ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ພ້ອມທີມງານວິຊາການ ໄດ້ເຄື່ອນໄຫວຊຸກຍູ້ການປູກພືດລະດູແລ້ງຂອງຊາວກະສິກອນເມືອງຊຽງຮ່ອນ, ຊຶ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ, ພ້ອມຄະນະນໍາເມືອງ ທັງນີ້, ກໍເພື່ອຕິດຕາມການກະກຽມຜະລິດກະສິກຳຕົວຈິງ ໂດຍຮອງເຈົ້າແຂວງໄດ້ເນັ້ນໜັກໃຫ້ນັກວິຊາການກ່ຽວຂ້ອງ ຕ້ອງເປັນເຈົ້າການຊຸກຍູ້, ຕິດຕາມ, ພ້ອມໃຫ້ຄຳແນະນຳດ້ານເທຄນິຄຕ່າງໆ ເພື່ອຮັບປະກັນຄຸນນະພາບ ແລະ ຕອບສະໜອງຜະລິດຕະພັນທີ່ປອດໄພໃຫ້ແກ່ຜູ້ບໍລິໂພກ.

ໂອກາດລາຍງານຕໍ່ຄະນະນຳຂັ້ນແຂວງ ເມື່ອວັນທີ 8 ມັງກອນ 2022 ໂດຍທ່ານ ເບີ້ຍ ເກດສີທອງ ຮັກສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໃຫ້ຮູ້ວ່າ “ມາຮອດປັດຈຸບັນ ການປູກພືດລະດູແລ້ງແມ່ນສຳເລັດແລ້ວ 80%, ການປູກພືດລະດູແລ້ງຂອງຊາວກະສິກອນພາຍໃນເມືອງເຫັນວ່າດຳເນີນໄປຢ່າງເປັນຂະບວນກວ້າງຂວາງ ເປັນຕົ້ນແມ່ນການເຮັດນາແຊງ ໃນເນື້ອທີ່ 255 ເຮັກຕາ ຕາມແຜນການຂອງເມືອງຄາດວ່າຈະປູກເຂົ້ານາແຊງເປັນສິນຄ້າໃນເນື້ອທີ່ 155 ເຮັກຕາ, ປູກຄໍ້າປະກັນສະບຽງອາຫານ 100 ຮັກຕາ, ເນື້ອທີ່ປູກພືດຜັກບໍລິໂພກພາຍໃນເຊັ່ນ ພືດສະະກຸນຖົ່ວ 520 ເຮັກຕາ, ສາລີຫວານ 50 ເຮັກຕາ ແລະ ພືດຜັດຕ່າງໆ 470 ເຮັກຕາ”.

ນອກຈາກຊຸກຍູ້ສົ່ງເສີມການປູກພືດແລ້ວ, ອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງໄດ້ຊຸກຍູ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນປູກໝາກໂມ ຈຳນວນ 3 ບໍລິສັດຄື: ບໍລິສັດ ນໍ້າເຜິ້ງ ໃນເນື້ອທີ່ 200 ເຮັກຕາ, ບໍລິສັດ ຊຽງໜົງ 200 ເຮັກຕາ ແລະ ບໍລິສັດມະນີວົງ 30 ເຮັກຕາ, ມາຮອດປັດຈຸບັນ ປະຕິບັດໄດ້ 70% ແລະ ໄດ້ສົ່ງເສີມການປູກໝາກເຜັດ ຂອງສະຫະກອນຫົງສາ ໃນເນື້ອທີ່ 5 ເຮັກຕາ ແລະ ການປູກຖົ່ວເຫຼືອງ ຂອງບໍລິສັດ ກະສິກຳ ແລະ ລ້ຽງສັດກາງຊຽງ ໃນເນື້ອທີ່ 250 ເຮັກຕາ, ປັດຈຸບັນໄດ້ປູກສຳເລັດແລ້ວ.

ເປົ້າໝາຍຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງຂຽງຮອນ, ຊຶ່ງນອກຈາກຈະຊີ້ນໍາດ້ານວິຊາການຜະລິດໃຫ້ຊາວກະສິກອນແລ້ວ ຍັງເປັນການສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ປະຊາຊົນຈາກການເຊົ່າທີ່ດິນ, ໄດ້ຮັບຄ່າແຮງງານ ແລະ ອື່ນໆ ຊຶ່ງຈະຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.