ປະທານ ສພຊ ຢ້ຽມຢາມ ແລະ ຕິດຕາມການພັດທະນາເມືອງໜອງບົກ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໜອງບົກ ແຂວງຄຳມ່ວນ ເມື່ອວັນທີ 9 ມັງກອນ 2022 ໂດຍການຕ້ອນຮັບຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ຮ່ວມໃນຄະນະຄັ້ງນີ້ມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ຮອງເຈົ້າແຂວງສະຫວັນນະເຂດ, ປະທານສະພາປະຊາຊົນຂັ້ນແຂວງ (ສພຂ) ຄຳມ່ວນ, ການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດການຈັດຕັ້ງທ້ອງຖິ່ນ ແລະ ປະຊາຊົນພາຍໃນບ້ານນາງວາງໃຫຍ່ ເຂົ້າຮ່ວມ.

ທ່ານ ພູເງິນ ລາດທະຈັກ ນາຍບ້ານນາວາງໃຫຍ່ ໄດ້ລາຍງານວ່າ “ບ້ານນາວາງໃຫ່ຍ ມີປູຊະນິຍະສະຖານ ອົງພຣະທາດຕູມພະວັງທີ່ເກົ່າແກ່ ມີອາຍຸ 2556 ປີ, ບ້ານນີ້ຕັ້ງຢູ່ເລາະລຽບແຄມແມ່ນ້ຳເຊບັ້ງໄຟ ທາງຕາເວັນອອກສ່ຽງໃຕ້ຂອງເມືອງໜອງບົກ ທິດເໜືອຕິກັບບ້ານຊຳນາດີ, ທິດໃຕ້ຕິດກັບບ້ານນາວາງທົ່ງ, ທິດຕາເວັນອອກຕິກັບເມືອງໄຊບູລີ ແຂວງສະຫວັນະເຂດ, ທິດຕາເວັນຕົກຕິດກັບບ້ານດົງຜັກເຝື້ອ ແລະບ້ານຕານເທິງ, ມີທັງໝົດ 272 ຄອບຄົວ, 277 ຫຼັງຄາເຮືອນ, ມີພົນລະ ເມືອງ 1.398 ຄົນ, ຍິງ 675 ຄົນ, ມີ 1 ຊົນເຜົ່າຄື ຊົນເຜົ່າລາວ ສະເລ່ຍຄວາມໜາແໜ້ນຂອງປະຊາກອນ 0,30 ຕາແມັດຕໍ່ຄົນ.

ບ້ານນາວາງໃຫຍ່ ມີພື້ນຖານໂຄງລ່າງ ຖະໜົນຫົນທາງທຽວໄດ້ສະດວກໄດ້ຕະຫຼອດປີ, ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບປູກຝັງ-ລ້ຽງສັດເຊັ່ນ: ປູກເຂົ້ານາປີ-ນາແຊງ ເປັນຫຼັກ, ລ້ຽງເປັດ, ໄກ່, ງົວ, ຄວາຍ, ແບ້ ແລະ ປູກພືດຜັກເປັນສຳຮອງ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ; ຊຶ່ງອົງການປົກຄອງບ້ານ ຕະຫຼອດຮອດປະຊາຊົນ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການຊີ້ນຳໆພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີຄວາມສາມັກຄີຊ່ວຍເຫຼືອກັນ ແລະ ມີສະຕິເຄົາລົບກົດໝາຍບ້ານເມືອງເປັນຢ່າງດີ.

ພາຍໃນບ້ານມີເສັ້ນທາງຫຼວງ 1 ເສັ້ນ, ເສັ້ນທາງຮ່ອມທາງຊອຍ 5 ເສັ້ນ, ໄດ້ສຳເລັດການກໍ່ສ້າງຕ້ານເຈື່ອນຢູ່ທ່າວັດທາດຕູມພະວັງ ໃນມູນຄ່າ 7,9 ຕື້ກີບ ບ້ານນາວາງໃຫ່ຍ ມີໂຮງຮຽນ 2 ແຫ່ງ ໃນນັ້ນ ໂຮງຮຽນປະຖົມສົມບູນ 1 ແຫ່ງ ມີສຸສາລາ 1 ແຫ່ງ ມີວັດ 2 ແຫ່ງ ປະຊາຊົນໄດ້ຮັບການສັກວັຄຊີນຄົບ 2 ເຂັມ ໂດຍມີການໂຄສະນາໃຫ້ປະຊາຊົນໄດ້ຮູ້ເຖິງວິທີປ້ອງກັນພະຍາດອັກເສບປອດສາຍພັນໃໝ່, ນຳພາປະຊາຊົນອອກແຮງານວັນເສົາແດງຕ້ານໄພຍຸງລາຍ ແລະ ປະຊາຊົນກໍຕື່ນຕົວເຄົາລົບ ແລະ ປະຕິບັດຕາມຮີດຄອງປະເພນີ ແລະ ພ້ອມກັນປົກປັກຮັກສາວັດ ທະນະທຳຂອງຊາດ ກໍຄືຂອງທ້ອງຖິ່ນ.

ທັງນີ້ ປະທານສະພາແຫ່ງຊາດ ໄດ້ຍ້ອງຍໍຊົມເຊີຍ ແລະ ໃຫ້ທິດຊີ້ນຳຕໍ່ອຳນາດການປົກຄອງບ້ານນາວາງໃຫຍ່ ໂດຍເນັ້ນໃຫ້ເສີມຂະຫຍາຍການປູກຝັງ-ລ້ຽງສັດເພື່ອກາຍເປັນສິນຄ້າ ແລະ ກ້າວໄປເປັນສະຫະກອນແບບໃໝ່ ໂດຍຕິດພັນກັບວຽກງານທ່ອງທ່ຽວທີ່ມີທ່າແຮງ, ເອົາໃຈໃສ່ວຽກງານສຶກສາ, ວຽກງານສາທາລະນະສຸກ, ໃຫ້ມີສະຕິລະວັງຕົວວຽກປ້ອງກັນຄວາມສະຫງົບ ແລະ ອອກແຮງຕ້ານບັນຫາຢາເສບຕິດ ເພື່ອຄວາມສະຫງົບສຸກຂອງຊຸມຊົນ.

ໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ໄດ້ມອບເງິນໃຫ້ບ້ານນາວ່າງໃຫ່ຍ ຈຳນວນ 20 ລ້ານກີບ ແລະ ໄດ້ໄປຢ້ຽມຢາມໂຮງຮຽນດົງພົງເພົາ, ໂຄງການຕາຝັ່ງເຈື່ອນ ແລະ ໂຄງການຊົນລະປະທານ ອີກດ້ວຍ.