WHO ແນະປັບປຸງວັຄຊີນ ເພື່ອຮັບມືໂຄວິດກາຍພັນ

ຄະນະທີ່ປຶກສາທາງເທຄນິຄຂອງອົງການອະນາໄມໂລກ, ມີຄວາມເຫັນວ່າ, ວັຄຊີນໂຄວິດ-19 ທີ່ໃຊ້ງານຢູ່ໃນປັດຈຸບັນ “ອາດຕ້ອງໄດ້ຮັບການປັບປຸງ” ເພື່ອໃຫ້ມີລິດເດດພຽງພໍໃນການຕໍ່ສູ້ກັບກຸ່ມເຊື້ອໄວຣັສກາຍພັນທີ່ໜ້າກັງວົນ.

ສຳນັກຂ່າວຕ່າງປະເທດ, ໄດ້ລະບຸໂດຍອ້າງການລາຍງານຈາກເມືອງ ເຈນີວາ ປະເທດ ສະວິຕເຊີຣ໌ແລນດ໌ ໃນວັນທີ12 ມັງກອນ2022 ວ່າ ຄະນະຜູ້ຊ່ຽວຊານດ້ານການໃຫ້ຄຳປຶກສາເຊີງກົນລະຍຸດ ຂອງອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຖະແຫຼງການເມື່ອວັນທີ 11 ມັງກອນ 2022, ກ່ຽວກັບວັຄຊີນໂຄວິດ-19 ທີ່ກຳລັງນຳໃຊ້ຢູ່ໃນປັດຈຸບັນນີ້ ໂດຍເຫັນວ່າຍັງຄົງໃຊ້ງານໄດ້ດີເພື່ອບັນເທົາຄວາມສ່ຽງ ຫຼື ຊ່ວຍຫຼຸດຜ່ອນອາການປ່ວຍ ແລະ ຫຼຸດອັດຕາການເສຍຊີວິດ.

ຢ່າງໃດກໍດີ ອີງຕາມນິຍາມຂອງອົງການອະນາໄມໂລກ, ວັຄຊີນໂຄວິດ-19 ທີ່ມີປະສິດທິ ພາບ ຕ້ອງສາມາດກະຕຸ້ນໃຫ້ລະບົບພູມຄຸ້ມກັນເຮັດວຽກໄດ້ຢ່າງຄອບຄຸມ ແຂງແກ່ນ ແລະ ຍືນຍາວ “ເພື່ອຫຼຸດຄວາມຈຳເປັນຂອງການທີ່ຈະຕ້ອງສັກວັຄຊີນຊ້ຳ” ດັ່ງນັ້ນ, ການວາງແຜນຍຸດທະສາດດ້ານວັຄຊີນ ຊຶ່ງອ້າງອີງຈາກການຕ້ອງສັກວັຄຊີນຊ້ຳຈາກວັຄຊີນດັ້ງເດີມ, ອາດບໍ່ເໝາະສົມ ແລະ ບໍ່ກໍ່ໃຫ້ເກີດຜົນສຳເລັດທີ່ຍືນຍົງ.

ຖະແຫຼງການສະບັບນີ້ ໄດ້ລະບຸຢ່າງກົງໄປກົງມາກ່ຽວກັບການພັດທະນາວັຄຊີນ “ຢ່າງຈຳເພາະເຈາະຈົງກັບເຊື້ອໂອມິຄຣອນ” ໂດຍໃຫ້ເຫດຜົນວ່າ ຍັງຄົງຕ້ອງມີການສຶກສາຄົ້ນຄວ້າຢ່າງລະອຽດກວ່ານີ້, ຊຶ່ງ WHO ຂໍໃຫ້ຜູ້ຜະລິດວັຄຊີນທຸກແຫ່ງຈົ່ງແບ່ງກັນຂໍ້ມູນຮ່ວມກັນ ບໍ່ຄວນເປັນການຕັດສິນໃຈພຽງຝ່າຍດຽວ.

ຄວາມເຄື່ອນໄຫວຂອງອົງການອະນາໄມໂລກ ໃນຄັ້ງນີ້, ມີຂຶ້ນຫຼັງຈາກທີ່ທ່ານ ອັລເບິຣ໌ຕ ບຣູລາ ປະທານຄະນະເຈົ້າໜ້າທີ່ຜູ້ບໍລິຫານ (CEO) ຂອງໄຟເຊີຣ໌, ໄດ້ກ່າວເມື່ອວັນທີ 10 ມັງກອນ2022 ວ່າ: “ກຳລັງເລັ່ງພັດທະນາວັຄຊີນໂຄວິດ-19 ລຸ້ນໃໝ່ ເພື່ອຕອບສະໜອງຕໍ່ເຊື້ອ “ໂອມິຄຣອນ” ໂດຍສະເພາະ, ຊຶ່ງຄາດວ່າວັຄຊີນຈະອອກສູ່ຕະຫຼາດໃນເດືອນມີນານີ້”.