ນັກທ່ອງທ່ຽວ ສ.ເກົາຫຼີ ຊຸດທໍາອິດມາລາວແລ້ວ

ນັກທ່ອງທ່ຽວຈາກ ສ.ເກົາຫຼີ ຄະນະທໍາອິດ, ໄດ້ເດີນທາງເຂົ້າມາທ່ອງທ່ຽວລາວພາຍຫຼັງທີ່ລັດຖະບານ ສປປ ລາວ ໄດ້ເປີດຮັບນັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາທ່ຽວໃນເຂດສີຂຽວເລີ່ມແຕ່ວັນທີ 1 ມັງກອນ ເປັນຕົ້ນມາ.

ສຳລັບຄະນະນັກທ່ອງທ່ຽວ ສ.ເກົາຫຼີ ຊຸດນີ້ປະກອບມີ 23 ຄົນ,ໃນນັ້ນ ມີອາຈານສອນ 6 ຄົນແລະນັກຮຽນ 17 ຄົນ, ຈຸດປະສົງກໍເພື່ອມາຝືກຊ້ອມຕີກລ໌ ແລະ ແລກປ່ຽນດ້ານວັດທະນະທໍາລາວ, ຫຼັງຈາກຝຶກຊ້ອມຕີກລ໌ ແລະທ່ອງທ່ຽວດ້ານປະຫວັດສາດ-ວັດທະນະທໍາຢູ່ນະຄອນຫວງວຽງຈັນແລ້ວ, ຄະນະດັ່ງກ່າວກໍຈະສືບຕໍ່ໄປທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນ ແລະແຂວງຫວງພະບາງຕື່ມອີກ.

ທັງນີ້ ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດຮັບນັກທ່ອງທ່ຽວຕ່າງປະເທດເປັນຕົ້ນມາ ຜູ້ປະກອບກິດຈະການດ້ານທ່ອງທ່ຽວ ແມ່ນໄດ້ປະຕິບັດຕາມຂັ້ນຕອນ ແລະມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ສໍາລັບການສົ່ງເສີມການທ່ອງທ່ຽວພາຍໃນຄືລາວທ່ຽວລາວເຫັນວ່າມີບັນຍາກາດດີຫາຍ, ໂດຍສະເພາະຢູ່ນະຄອນຫວງພະບາງ ແລະ ວັງວຽງ ໂດຍຖ້ຽວລົດໄຟ ແລະຖ້ຽວເຮືອບິນໂດຍສານ ແມ່ນມີານຈອງເຕັມທຸກຖ້ຽວ, ັດຈຸບັນສະຖານທີ່ທ່ອງທ່ຽວຫາຍບ່ອນກໍໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ສວຍງາມ, ມີການບໍລິການທີ່ດີຂຶ້ນ ແລະ ໜ້າທ່ຽວຊົມຫາຍຂຶ້ນ. 

ຢ່າງໃດກໍດີ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກໍໄດ້ສະເໜີເຖິງລັດຖະບານ ກ່ຽວກັບຂັ້ນຕອນການເດີນທາງຂອງນັກທ່ອງທ່ຽວ ຄວນຈະຼຸດຜ່ອນບາງມາດຕະການເພື່ອບໍ່ໃຫ້ມີຂໍ້ຈໍາກັດຫາຍເກີນໄປ, ສ່ວນທາງດ້ານໜ່ວຍບໍລິການກໍຕ້ອງໃຫ້ບໍລິການທີ່ດີ ແລະ ຄວນຖອດຖອດບົດຮຽນບາງດ້ານນໍາປະເທດໃກ້ຄຽງ ຄວນດັດປັບໃຫ້ສອດຄ່ອງກວ່າເກົ່າ, ເພາະຖ້າເຂັ້ມງວດຫາຍເກີນໄປນັກທ່ອງທ່ຽວກໍບໍ່ຢາກເຂົ້າມາທ່ອງທ່ຽວປະເທດເຮົາ.  

ຂອບໃຈຂໍ້ມູນຈາກ: ວິທະຍຸກາຍຈາຍສຽງແຫ່ງຊາດ