ສະວິຕເຊີຣ໌ແລນດ໌ ດິນແດນໜ້າຢູ່ທີ່ສຸດໃນໂລກ

ສະວິຕເຊີຣ໌ແລນດ໌ ຄອງອັນດັບ 1 ປະເທດໜ້າຢູ່ທີ່ສຸດໃນໂລກ, ສ່ວນທະວີບເອເຊຍກາຍເປັນສູນກາງຂອງຄວາມມັ່ງຄັ່ງທາງເສດຖະກິດ, ອັນເປັນຜົນມາຈາກຂໍ້ໄດ້ປຽບທາງທຸລະກິດຢ່າງຫຼວງຫຼາຍ.

CS Global Partners ບໍລິສັດການຕະຫຼາດ ແລະທີ່ປຶກສາຂອງພາກລັດລະດັບຊັ້ນນໍາຂອງໂລກ, ໄດ້ເຜີຍແຜ່ດັດຊະນີ World Citizenship Index (WCI) ໂດຍການປະເມີນ 187 ປະເທດ ແລະ ດິນແດນ ໃນ 5 ປັດໄຈຫຼັກທີ່ກຳນົດຄວາມເປັນພົນລະເມືອງຂອງປະຊາກອນທົ່ວໂລກ, ຜົນການໃຫ້ຄະແນນແມ່ນ ສະວິຕເຊີຣ໌ແລນດ໌ ຄອງອັນດັບ 1 ຊຶ່ງໄດ້ສູງເຖິງ 88,1 ຄະແນນ, ຕາມມາດ້ວຍອັນດັບ 2 ເດນມາຣ໌ກ 88,0 ຄະແນນ, ສ່ວນອັນດັບ 3 ຮ່ວມເປັນຂອງ ຟິນແລນດ໌ / ນໍຣ໌ເວຍ໌ ແລະສະວີເດນ 86,9 ຄະແນນ.

ທັງນີ້, ເປັນທີ່ໜ້າສັງເກດກໍຄືສະຫະລັດອະເມຣິກາບໍ່ມີລາຍຊື່ຕິດໃນ 10 ອັນດັບທຳອິດ, ຊຶ່ງສະທ້ອນໃຫ້ເຫັນວ່າກຸ່ມຜູ້ມີຄວາມມັ່ງຄັ່ງທົ່ວໂລກມີທັດສະນະທີ່ປ່ຽນໄປຫຼາຍກ່ຽວກັບຄວາມສາມາດຂອງປະເທດຍັກໃຫຍ່ໃນການມອບຂໍ້ສະເໜີທີ່ເປັນຮູບປະທຳ.

ສຳລັບ 5 ປັດໄຈຫຼັກທີ່ມີການປະເມີນປະກອບດ້ວຍຄວາມມັ່ງຄັ່ງ-ປອດໄພ, ຄຸນນະພາບຊີວິດ, ໂອກາດທາງເສດຖະກິດ, ຄວາມສາມາດໃນການເດີນທາງທົ່ວໂລກ ແລະ ອິດສະຫຼະທາງການເງິນ.