ສຶນາມິຊັດໃສ່ຕອງກາ ຫຼັງພູໄຟໃຕ້ທະເລລະເບີດ

ຕອງກາ ຜະເຊີນໜ້າກັບຄື້ນສຶນາມິ, ຫຼັງຈາກທີ່ມີການລະເບີດຂອງພູໄຟໃຕ້ທະເລ, ຕໍ່ໜ້າສະຖານະການດັ່ງກ່າວ,ໜ່ວຍງານຂອງລັດຖະບານຕອງກາ ແລະ ເພື່ອນບ້ານອີກຫຼາຍປະເທດ, ກໍໄດ້ຮ່ວມກັນເຝົ້າລະວັງຄວາມເຄື່ອນໄຫວຂອງພູໄຟໃຕ້ທະເລໜ່ວຍໜຶ່ງ ທີ່ປະທຸ (ລະເບີດ) ຂຶ້ນຢ່າງໜັກ,  ສົ່ງຜົນໃຫ້ເກີດຄື້ນສຶນາມິຂະໜາດນ້ອຍຊັດເຂົ້າໃສ່ແຄມຝັ່ງຂອງປະເທດຕອງກາ.

            ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 15 ມັງກອນ 2022 ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຕອງກາ, ມີປະກາດເຕືອນໄພສຶນາມິຄອບຄຸມທັງປະເທດ ທີ່ມີປະຊາ ກອນປະມານ 107.000 ຄົນ, ອັນເນື່ອງມາຈາກການລະເບີດຂອງພູໄຟ “ຮັງກາ-ຕອງກາ-ຮັງກາ-ຢາໄປ” (Hunga-Tonga-Hunga-Ha’apai) ທີ່ຢູ່ໃຕ້ທ້ອງທະເລ. ຢ່າງໃດກໍຕາມ, ພູໄຟໜ່ວຍນີ້ເລີ່ມເກີດມີການປ່ຽນແປງຕັ້ງແຕ່ວັນທີ 14 ມັງກອນ, ກ່ອນທີ່ຈະປະທຸຂຶ້ນໃນຊ່ວງຄ້ອຍຄ່ຳຂອງວັນ15 ມັງກອນ (ຕາມເວລາທ້ອງຖິ່ນ) ສົ່ງຜົນໃຫ້ມີກຸ່ມຄວັນ ແລະ ເຖົ່າຖ່ານລອຍຂຶ້ນໄປໃນອາກາດສູງປະມານ 17-20 ກິໂລແມັດ.

            ຂະນະດຽວກັນ, ກໍມີລາຍງານການເກີດຄື້ນສຶນາມິ ຄວາມສູງປະມານ 30-120 ເຊນຕິແມັດ ຊັດເຂົ້າສູ່ແຄມຝັ່ງ, ຊຶ່ງໜ່ວຍງານທຸກແຫ່ງທີ່ກ່ຽວຂ້ອງຂອງປະເທດຕອງກາ, ຟິຈິ, ຊາມົວ, ອອສເຕຣເລຍ ແລະ ນິວຊີແລນດ໌, ກໍຍັງຄົງເຝົ້າລະວັງຄວາມເຄື່ອນໄຫວຂອງພູໄຟ “ຮັງກາ-ຕອງກາ-ຮັງກາ-ຢາໄປ” ຢ່າງໃກ້ຊິດ ແລະ ເຕືອນໄພໃນລະດັບສູງສຸດ. ເນື່ອງຈາກການປະທຸໃຕ້ທະເລຄັ້ງນີ້, ໄດ້ສ້າງແຮງສັ່ນສະເທືອນທີ່ມີລັດສະໝີໄກເຖິງ 260 ກິໂລແມັດ.

            ທັງນີ້ ເມື່ອວັນທີ 20 ທັນວາຜ່ານມາ, ຜູ້ຊ່ຽວຊານໄດ້ກວດພົບສັນຍານການປ່ຽນແປງທາງທໍລະນີວິທະຍາຂອງພູໄຟ “ຮັງກາ-ຕອງກາ-ຮັງກາ-ຢາໄປ” ຊຶ່ງເປັນພູໄຟໃຕ້ທ້ອງທະເລ 1 ໃນ 36 ໜ່ວຍຂອງຕອງກາ, ແຕ່ພໍມາຮອດວັນທີ 11 ມັງກອນ 2022 ຊ້ໍາພັດມີການປະກາດຄວາມສະຫງົບຂອງພູໄຟໜ່ວຍນີ້.