ໄດ້ຮັບຄວາມນິຍົມສູງຕາມທີ່ຄາດຄະເນໄວ້ສຳລັບ XiaomiMiAirDots Pro ຫູຟັງໄຮ້ສາຍທີ່ໜ້າຕາຄ້າຍຄື AirPods ຂອງ Apple ຊຶ່ງຕາມລາຍງານຈາກ GizChina ລະບຸວ່າທັນທີທີ່ວາງຈຳໜ່າຍໃນມື້ທຳອິດໃນ ສປ ຈີນສິນຄ້າກໍໝົດຢ່າງວ່ອງໄວໃນເວລາພຽງ3ນາທີ 59 ວິນາທີ.
(ນສພ ເສດຖະກິດ-ສັງຄົມ)
ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ສປຈີນ ໄດ້ໃຊ້ຈ່າຍຫຼາຍກວ່າອາລິກາປະມານ 24 ຕື້ໂດລາ ສະຫະລັດໃນເລື່ອງໂຄງສ້າງພື້ນຖານດ້ານສື່ສານໂທລະຄົມນາຄົມໄຮ້ສາຍ (ໂດຍທີ່ມີຈຳນວນອີກ 400 ຕື້ໂດລາລໍຢູ່ໃຫ້ໃຊ້ໄດ້ເພີ່ມເຕີມຕໍ່ໄປອີກ) ປະເທດຍັກໃຫຍ່ແຫ່ງອາຊີລາຍນີ້ໄດ້ຈັດສ້າງເຄືອຂ່າຍໃຫຍ່ລະດັບຊາດສຳເລັດແລ້ວໂດຍມີທີ່ຕັ້ງເສົາຮັບສົ່ງສັນຍານໂທລະສັບມືຖືແຫ່ງໃໝ່ໆເປັນຈຳນວນ 350.000 ແຫ່ງເມື່ອປຽບທຽບກັນແລ້ວອາເມລິກາມີຈຳນວນນ້ອຍກວ່າຫຼາຍໂດຍຍັງມີບໍ່ເຖິງ 30.000 ແຫ່ງ.
(ນສພ ເສດຖະກິດ-ສັງຄົມ)
Xiaomi ໄດ້ປະກາດແຍກແບຣນ Redmi ອອກສູ່ຕະຫຼາດສະມາດໂຟນຢ່າງເຕັມຕົວໂດຍ Red-mi Note 7 ໄດ້ຮັບການເປີດໂຕໄປເມື່ອວັນທີ 10 ມັງກອນ 2019 ທີ່ຜ່ານມາໂດຍມາພ້ອມກັບກ້ອງຫຼັງ 48 ລ້ານພິກເຊລ ແລະຊິບເຊຕ Snapdragon 660 ໂດຍລາຄາພຽງ 999 ຢວນ.
(ນສພ ເສດຖະກິດ-ສັງຄົມ)
ຮູ້ ຫຼື ບໍ່ວ່າການນັ່ງເຮັດວຽກຢູ່ໜ້າຈໍຄອມພິວເຕີຕິດຕໍ່ກັນວັນລະຫຼາຍຊົ່ວໂມງນອກຈາກຈະເຮັດໃຫ້ເກີດອາການປວດເມື່ອຍຕາມເນື້ອຕາມໂຕແລ້ວຍັງເຮັດໃຫ້ດວງຕາຂອງເຮົາອ່ອນລ້າ ແລະອາດເສື່ອມສະພາບໄດ້ເໝືອນກັນວັນນີ້ເຮົາໄດ້ລວບລວມຄຳແນະນຳດີໆມາໃຫ້ທ່ານຊາບ.
(ໜັງສືພິມເສດຖະກິດ-ສັງຄົມ)
ກາຍເປັນປະເດັນຂຶ້ນມາແລ້ວຫຼ້າສຸດມີລາຍງານວ່າພົບ iPhone XS Max ເກີດລະເບີດຂຶ້ນໃນຖົງສົ້ງຂອງພົນລະເມືອງລັດໂອໄຮໂອໂດຍເລື່ອງເກີດຂຶ້ນໃນວັນທີ 12 ທັນວາ ທີ່ຜ່ານມາແຕ່ຫາກໍປະກາດຂ່າວຢ່າງເປັນທາງການເມື່ອບໍ່ດົນມານີ້.
ນ.ສ.ພ ເສດຖະກິດ-ສັງຄົມ
ສາວທີ່ເຮັດກ້ອງ GoPro ຕົກນ້ຳຄິດວ່າເສຍແລ້ວແຕ່ໃຜຈະຄາດຄິດວ່າຈະມີຄົນເກັບໄດ້ແຖມຍັງຢູ່ໃນສະພາບດີຮູບຖ່າຍ 1.600 ຮູບຍັງຢູ່ຄົບແລະເຂົາກໍບໍ່ລໍຊ້າໃຊ້ພະລັງໂຊຊຽວເພື່ອຊອກຫາເຈົ້າຂອງທີ່ແທ້ຈິງ.
ແອັບທີເຮົາຈະເວົ້າເຖິງໃນວັນນີ້ຄົງຖືກໃຈຫຼາຍໆຄົນທີ່ມີສັດລ້ຽງ ຫຼື ມີເດັກນ້ອຍຢູ່ໃນເຮືອນເພາະເປັນແອັບຈະເຮັດໜ້າທີ່ເປັນກ້ອງ CCTV ຂະໜາດນ້ອຍໃຫ້ເຮົາບໍ່ຕ້ອງມີອຸປະກອນຫຍັງ ຫຼື ບໍ່ຈຳເປັນເສຍເງິນຫຼາຍພຽງແຕ່ມີໂທລະສັບມືຖືທີ່ເຮົາໃຊ້ໃນປະຈຸບັນກັບໂທລະສັບໜ່ວຍເກົ່າອີກໜ່ວຍໜຶ່ງທີເຮົາບໍ່ໃຊ້ຈາກນັ້ນກໍພຽງມີແອັບ ”Alfred” ຕິດເຄື່ອງໄວ້ພຽງເທົ່ານີ້ກໍໄດ້ເບິ່ງຄວາມເຄື່ອນໄຫວຂອງສັດລ້ຽງເຮົາໄດ້ຕະຫຼອດເວລາແລ້ວ.
(ໜັງສືພິມເສດຖະກິດ-ສັງຄົມ)
Google ເປີດໂຕ Google Clips ກ້ອງຖ່າຍພາບທີ່ມາພ້ອມ ລະບົບປັນຍາປະດິດ ຫຼື AI ສາມາດຈັບພາບໄລຍະເວລາສຳຄັນໄດ້ແບບອັດຕະໂນມັດ.