ມີລາຍງານຈາກ My Drivers ວ່າ Apple ມີແຜນທີ່ອາດຈະເປີດໂຕໃນເດືອນມີນາ 2021 ທີ່ມາພ້ອມກັບຊິບປະມວນຜົນ A14
ໃນບໍ່ກີ່ວັນຜ່ານມາມີລາຍງານວ່າໃບອະນຸຍາດຊົ່ວຄາວຂອງ Huawei ໄດ້ໝົດອາຍຸລົງທາງກະຊວງການຄ້າຂອງອາເມລິກາກໍຢືນຢັນວ່າໝົດອາຍຸຈິງໂດຍ Google ລະບຸວ່າເພາະໃບອະນຸຍາດຊົ່ວຄາວນີ້ເອງທີ່ເຮັດໃຫ້ບໍລິສັດຍັງສາມາດສົ່ງຊອຟແວຣອັບເດດໃຫ້ Huawei ໄດ້ຢູ່
ກາຍເປັນເລື່ອງໜັກໃຈຂອງຫົວເຫວີຍແທ້ໆລ້າສຸດລັດຖະບານອາເມລິກາອອກຄຳສັ່ງເລື່ອງການຊື້ຊິບປະມວນຜົນຫຼາຍຂຶ້ນຈາກເດີມພຽງແຕ່ TSMC ຫ້າມເຮັດການຄ້າກັບຫົວເຫວີຍກາຍເປັນຫ້າມຫົວເຫວີຍຊື້ຊິບເຊັດຈາກບໍລິສັດຕ່າງໆທີ່ອອກແບບຊິບປະມວນຜົນໂດຍໃຊ້ເຕັກໂນໂລຊີຂອງອາເມລິກາ.
ໃນປີນີ້ Apple Watch Series 6 ຈະມີການໃຊ້ໜ້າຈໍແບບ OLED ເໝືອນກັບລຸ້ນກ່ອນຍັງຄົງບໍ່ທັນໄດ້ໃຊ້ເຕັກໂນໂລຊີໜ້າຈໍສຸດລໍ້າດັ່ງ microLED Display ທີ່ມີການພັດທະນາຢູ່.
Vivo ໄດ້ແຕກຂະຫຍາຍແບຣນຍ່ອຍໃນຊື່ iQOO ໃນເດືອນກຸມພາ 2019 ແລະໄດ້ເປີດໂຕສະມາດໂຟນທີ່ເນັ້ນປະສິດທິພາບສູງສຳລັບຫຼິ້ນເກມຈົນໃນປະຈຸບັນມີການວາງຈຳໜ່າຍຢູ່ໃນ ສປ ຈີນ ຫຼາຍກວ່າ 10 ລຸ້ນ ແລະລ້າສຸດມີລາຍງານວ່າ iQOO ກຳລັງຂະຫຍາຍຕະຫຼາດໄປຍັງກຸ່ມແທັບເລັດ ແລະແລບທອບ.
ເມື່ອປີທີ່ແລ້ວ Apple ໄດ້ເປີດໂຕ Mac Pro ຫຼື ທີ່ຊຸດຊິສທີ່ເຮົາເອີ້ນກັນທີ່ມາພ້ອມກັບລໍ້ທີ່ມີມູນຄ່າຫຼາຍກວ່າ 322 ໂດລາສະຫະລັດແຕ່ຫຼ້າສຸດມີລໍ້ທາງເລືອກຂອງ Mac Pro ອອກມາໃຫ້ຈັບຈ່ອງເປັນເຈົ້າຂອງກັນແລ້ວໃນລາຄາທີ່ຖືກກວ່າຂອງ Apple ຫຼາຍກວ່າເຄິ່ງໜຶ່ງ.
ຫຼັງຈາກມີຂ່າວລືວ່າ Apple ອາດວາງຈຳໜ່າຍ MacBook ທີ່ໃຊ້ຊິບ Apple Silicon ປະມານໃນທ້າຍປີນີ້ກໍມີນັກຄາດການ ແລະນັກເຜີຍຂໍ້ມູນອອກມາໃຫ້ຂໍ້ມູນກ່ຽວກັບ MacBook ຕົວໃໝ່ຢູ່ເລື້ອຍໆ ຫຼ້າສຸດເບິ່ງຄືວ່າເຮົາຈະເລີ່ມຊາບລາຍລະອຽດລາຄາທຳອິດກັນ ແລ້ວ.
Canalys ບໍລິສັດວິເຄາະຂໍ້ມູນຕະຫຼາດໄດ້ເປີດເຜີຍຂໍ້ມູນວ່າເປັນຄັ້ງທຳອິດທີ່ Huawei ໄດ້ມີຍອດສົ່ງອອກສະມາດໂຟນທົ່ວໂລກຕໍ່ໄຕມາດສູງກວ່າຜູ້ຈຳໜ່າຍແບຣນອື່ນໆ ໂດຍແຊງໜ້າ Samsung ຂຶ້ນເປັນຜູ້ຈັດຈຳໜ່າຍສະມາດໂຟນລາຍໃຫຍ່ທີ່ສຸດໃນໄຕມາດ 2 (ເມສາ-ມິຖຸນາ) ປະຈຳປີ 2020 ທີ່ຜ່ານມາ.
ກູເກິລອະນຸຍາດໃຫ້ພະນັກງານຂອງຕົນເຮັດວຽກຢູ່ເຮືອນຕໍ່ໄປໄດ້ເຖິງທ້າຍເດືອນມິຖຸນາຂອງປີໜ້າເນື່ອງຈາກຄວາມກັງວົນກ່ຽວກັບສະຖານະການການແຜ່ລະບາດຂອງໂຄວິດ-19.
ວັນນີ້ Qualcomm ຜູ້ຜະລິດຊິບໃຫ້ກັບ iPhone ເຜີຍແຜ່ລາຍງານໃນໄຕມາດທີ 3 ພ້ອມທັງແນະນຳວ່າສະມາດໂຟນເຮືອທຸງ 5 ຈີຈະຖືກເລື່ອນການເປີດໂຕລ້າຊ້າກວ່າກຳນົດເດີມຊຶ່ງນັ້ນອາດລວມທັງ iPhone 12 5ຈີດ້ວຍ.