ບໍ່ດົນມານີ້ທີ່ສະໂມສອນຂອງເມືອງອາດສະພັງທອງໄດ້ຈັດພິທີຍ້ອງຍໍປະເພດຫຼຽນໄຊ, ຫຼຽນກາ,ໃບຍ້ອງຍໍລັດຖະບານ ແລະໃບຍ້ອງຍໍທ່ານເຈົ້າແຂວງສະຫວັນນະເຂດໃນຜົນງານບັ້ນເປີດປີທ່ອງທ່ຽວລາວ 2018 ໂດຍພາຍໃຕ້ການເຂົ້າຮ່ວມ ແລະໃຫ້ກຽດປະດັບຫຼຽນ
ການຂີ່ສະລິງ ຄິດວ່າຫຼາຍທ່ານຄົງໄດ້ທົດລອງຂີ່ແລ້ວເນື່ອງຈາກປະຈຸບັນມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ແລະໃກ້ກັບເທສະບານເມືອງ ຫຼືແຂວງໃຫ້ທ່ານໄດ້ສໍາຜັດບັນ ຍາກາດໃນວັນພັກຜ່ອນເສົາ-ອາທິດ, ສໍາລັບການຂີ່ສະລິງທີ່ຈະນໍາສະເໜີຕໍ່ໄປນີ້ແມ່ນຢູ່ເຂດປ່າສະຫງວນນໍ້າກ່ານເມືອງຫ້ວຍຊາຍແຂວງບໍ່ແກ້ວ.
ມີແຜນໄວ້ແລ້ວ ຫຼືຫຍັງທ້າຍປີນີ້ຈະໄປພັກຜ່ອນຢູ່ໄສກັບໃຜຫຼາຍໆ ຄົນກໍຄົງວາງແຜນໄວ້ແນ່ແລ້ວກຽມໄປ ຫຼືອາດຈະໄປແລ້ວແຕ່ສໍາລັບໃຜທີ່ຍັງ ຫຼືບໍ່ຮູ້ຈະໄປໄສຂໍແນະນໍາໜຶ່ງສະຖານທີ່ໆວິວງາມບັນຍາກາດດີຄື: ຕາດຫຼັກ 5 ຕັ້ງຢູ່ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ຫ່າງຈາກເທສະບານເມືອງໄຊ ພຽງແຕ່ 5 ກິໂລແມັດ
ເຂດພູເກັງ ເມືອງແປກ ແຂວງຊຽງຂວາງເວົ້າໄດ້ວ່າເປັນພື້ນທີ່ໆມີທິວທັດທຳມະຊາດພູຜາສວຍງາມຫຼາຍຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຕົວເມືອງປະມານ 15 ກິໂລແມັດ, ຈາກທົ່ງໄຫຫີນມາປະມານ 10 ກິໂລແມັດ, ໃນນັ້ນມີເສັ້ນທາງຢາງບ້ານລາດງ່ອນປະມານ 8
ສວນອາຫານວັງລາວດາວຄຳ ຖືວ່າເປັນແຫຼ່ງທ່ຽວອີກແຫ່ງໜຶ່ງສ້າງຂຶ້ນໃໝ່ທີ່ເປັນອັກຄະລະສະຖານທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ໂດຍໄດ້ມີນະໂຍບາຍ ແລະບ່ອນເຜີຍແຜ່, ສ້າງສັນສິລະປະທາງດ້ານສະຖາປັດຕະຍະກໍາທີ່ຊົງຄຸນຄ່າຢ່າງງົດງາມຂອງຕົ້ນກໍາເນີດບູຮານລາວທີ່
ປະຈຸບັນອົງການປົກຄອງ ແລະປະຊາຊົນບ້ານໂກງຕາຢຸນພ້ອມແລ້ວໃຫ້ຜູ້ປະກອບການລົງທຶນພັດທະນາຕາດໝາໄນໃຫ້ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດອີກແຫ່ງໜຶ່ງຂອງເມືອງທ່າແຕງ ແຂວງເຊກອງ ໃນຂະນະທີ່ພາກລັດກໍຄືຂະແໜງການກ່ຽວຂ້ອງຂັ້ນເມືອງ ແລະຜູ້
ທ້າຍໆອາທິດແບບນີ້ອອກຈາກເມືອງໃຫຍ່ໄປພັກຜ່ອນກາຍໃຈທີ່ແຫຼ່ງທ່ອງທ່ຽວຕ່າງໆກັນດີບໍ່ຂໍນໍາສະເໜີເລີຍສໍາລັບອາທິດນີ້ກັບແຫຼ່ງທ່ອງ ທ່ຽວທາງທໍາມະຊາດນໍ້າຕົກຕາດຫຼັກ 11 ທີ່ແສນງົດງາມ, ນໍ້າໃສໄຫຼເຢັນໃນປ່າສະຫງວນແຫ່ງຊາດພູຫີຜີ, ຂອບເຂດຂອງບ້ານນາງິ້ວ.
ຍາມນີ້ພໍດີອາກາດດີ, ຝົນແດ່ແດດແດ່ທຳມະຊາດປ່າໄມ້ໃບຫຍ້າຂຽວສົດງົດງາມຖ້າຈະຖືໂອກາດໄປຮັບເອົາອາກາດບໍລິສຸດຈັກຄັ້ງຄົງເປັນເລື່ອງທີ່ດີແບບວ່ານອນເຕັ້ນປີ້ງຊີ້ນປີ້ງມັນກິນສູດດົມອາກາດໄປນຳມີສຸກຈາກໃສເດຈະມາປຽບປານ.
ອາກາດແບບນີ້ກັບມະນຸດຫ້ອງແອຫຼາຍໆຄົນຄົງຈະຄິດເຖິງບ່ອນທີ່ມີນໍ້າໃສເຢັນໆເພື່ອພັກຜ່ອນຢ່າງສະບາຍໃຈມື້ນີ້ຜູ້ຂຽນຂໍແນະນຳສະຖານທີ່ທ່ອງທ່ຽວນີ້ນໍ້າຕົກຕາດນໍ້າແກ້ວ ເມືອງສິງ ແຂວງຫຼວງນໍ້າທາ.
ແຫຼ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດແດນພູສູງຕັ້ງຢູ່ບ້ານນໍ້າເຕີບ ເມືອງສົບເບົາ ແຂວງຫົວພັນ ປະຈຸບັນໄດ້ຮັບການພັດທະນານັກທຸລະກິດພາຍໃນເມືອງ, ແຫຼ່ງທ່ອງທ່ຽວແຫ່ງນີ້ເປັນແຫຼ່ງທ່ອງທ່ຽວທໍາມະຊາດແຫ່ງໜຶ່ງທີ່ມີຄວາມສວຍສົດງົດງາມ,