ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາກະສິກຳ ແລະປ່າໄມ້ 5 ປີ ຄັ້ງທີ VIII ໃນທ້າຍສະໄໝ ແຂວງອັດຕະປື ໄດ້ປະສົບກັບຫຼາຍບັນຫາອັນເນື່ອງມາຈາກໄພທຳມະຊາດ ຫຼື ການປ່ຽນແປງດິນຟ້າອາກາດເຮັດໃຫ້ແຜນການການພັດທະນາມີຫຼາຍອັນຍັງບໍ່ທັນໄດ້ບັນລຸຕາມແຜນການ,
ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງສາມາດປູກໄດ້ເກືອບທຸກພາກຂອງປະເທດ, ມີອາຍຸການເກັບກ່ຽວ 10-12 ເດືອນ, ສາມາດເກັບຜົນຜະລິດໄດ້ 2-3 ປີ, ແຕ່ສະພາບແວດລ້ອມ ແລະ ການບຳລຸງຮັກສາກໍ່ເປັນປັດໄຈສຳຄັນໃນການເພີ່ມຜົນຜະລິດ ແລະ ໃຫ້ຄຸນນະພາບຂອງອ້ອຍ.
ແຄນຕາລູບເປັນພືດທີ່ນິຍົມກັນບໍລິໂພກເນື່ອງຈາກມີລົດຊາດແຊບດີ, ເນື້ອຫວານ, ມີກິ່ນຫອມ, ເປັນພືດຕະກຸນລົ້ມລຸກມີລະບົບຮາກແກ້ວເລິກປະມານ 80-120 ຊັງຕີແມັດ.
ອີງຕາມຂໍ້ມູນຈາກສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ແຫ່ງຊາດໃຫ້ຮູ້ວ່າ: ເຕັກນິກການກ້າ ແລະ ປູກແຄນຕາລູບແມ່ນລວມມີຂັ້ນຕອນ ຄື: 1) ນໍາເອົາແກ່ນແຄນຕາລູບມາແຊ່ນໍ້າອຸ່ນໃນພະຊະນະ ຫຼື ອາດປະສົມສານຊີວະພັນພືດຄື: ເຊື້ອຣາໄຕຣ ໂຄເດິມາ ຕັ້ງແຕ່ເລີ່ມກ້າແກ່ນເພື່ອປ້ອງກັນພະຍາດຕ່າງໆ
ເພື່ອເຮັດໃຫ້ການຜະລິດລະດູແລ້ງຂອງນະຄອນຫຼວງວຽງຈັນບັນລຸໄດ້ຕາມແຜນການໃນເນື້ອທີ່ສູ້ຊົນທັງໝົດ 15.650 ເຮັກຕາໃນນີ້ເນື້ອທີ່ປູກເຂົ້ານາແຊງ 14.300 ເຮັກຕາ ແລະທີ່ປູກພືດ 1.350 ເຮັກຕາ,ພະແນກກະສິກຳ ແລະປ່າໄມ້ນະຄອນຫຼວງວຽງຈັນ (ນວ)
ການຜະລິດເຂົ້ານາແຊງຂອງຊາວກະສິກອນເມືອງຫີນບູນແຂວງຄໍາມ່ວນ ສົກປີ 2019-2020 ນີ້ ຄາດຈະສູ້ຊົນຜະລິດໃຫ້ໄດ້ 1 ພັນເຮັກຕາ, ຊຶ່ງປະຈຸບັນລົງມືຕົກກ້າໄດ້ແລ້ວ 40% ແລະຄາດວ່າຈະໃຫ້ສຳເລັດການຕົກກ້າໃນເດືອນທັນວານີ້.
ນໍ້າສະກັດຊີວະພາບທີ່ໄດ້ມາຈາກການບົ່ມ ແລະ ສະກັດຂອງພືດສະໝຸນໄພເຊັ່ນ: ຫົວສີໄຄ, ຂີງ, ຂ່າ ແລະ ອື່ນໆ ໂດຍຜ່ານຂະບວນການຍ່ອຍສະລາຍຂອງກຸ່ມຈຸລິນຊີທີ່ມີຄຸນສົມບັດພິເສດຊຶ່ງເຮັດໃຫ້ນໍ້າສະກັດມີບົດບາດຢູ່ໃນການເພີ່ມຮໍໂມນໃນການຈະເລີນເຕີບໂຕຂອງພືດສາມາດນໍາໃຊ້ປ້ອງກັນແມງໄມ້ ແລະ ສັດຕູພືດໄດ້ເປັນຢ່າງດີ.
ຫ້ອງການກະສິກຳ ແລະປ່າໄມ້ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ປຸກລະດົມຊຸກຍູ້ໃຫ້ຊາວກະສິກອນພາຍໃນເມືອງໃນເຂດທີ່ມີເງື່ອນໄຂປູກເຂົ້ານາແຊງໃນລະດູການປະຈໍາປີ 2019-2020 ໃຫ້ໄດ້ 4 ພັນກວ່າເຮັກຕາ ເພື່ອແນໃສ່ຮັບປະກັນທາງດ້ານສະບຽງອາຫານກຸ້ມກິນ ແລະມີສ່ວນແຮໄວ້,
ເພື່ອຮັບປະກັນດ້ານສະບຽງອາຫານ ແລະເປັນສິນຄ້າສົ່ງຂາຍພາຍໃນ ແລະສົ່ງອອກຕ່າງປະເທດ, ຫ້ອງການກະສິກໍາປ່າໄມ້ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ວາງເປົ້າໝາຍປູກພືດລະດູແລ້ງໃຫ້ໄດ້ 4 ພັນກວ່າເຮັກຕາ ໂດຍຈະສຸມໃສ່ປູກເຂົ້ານາແຊງ, ພືດອຸດສາຫະກຳແລະພືດຜັກຕ່າງໆ.
ເພື່ອເຮັດໃຫ້ການຜະລິດກະສິກໍາສົກປີ 2019-2020 ຂະຫຍາຍຕົວໃນລະດັບ 2,7% ຂຶ້ນໄປ, ສູ້ຊົນຜະລິດເຂົ້າເປືອກລວມບໍ່ຫຼຸດ 3,5 ລ້ານໂຕນ ແລະ ສູ້ຊົນຜະ ລິດກະສິກໍາ ແລະ ປ່າໄມ້ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ,
ແຂວງສະຫວັນນະເຂດ ໄດ້ວາງເປົ້າໝາຍການຜະລິດເຂົ້ານາແຊງ ສົກປີ 2019-2020 ໃຫ້ໄດ້ຈໍານວນ 30 ພັນເຮັກຕາ ໂດຍເລັງໃສ່ບັນດາເມືອງ ແລະ ບ້ານທີ່ໄດ້ຮັບຜົນກະທົບໝັກຈາກໄພນໍ້າຖ້ວມໃນການຜະລິດລະດູຝົນຜ່ານມາ.