ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງສາມາດປູກໄດ້ເກືອບທຸກພາກຂອງປະເທດ, ມີ ອາຍຸການເກັບກ່ຽວ 10-12 ເດືອນ, ສາມາດເກັບຜົນຜະລິດໄດ້ 2-3 ປີ, ແຕ່ສະພາບແວດລ້ອມ ແລະການບຳລຸງຮັກສາກໍ່ເປັນປັດໄຈສຳຄັນໃນການເພີ່ມຜົນຜະລິດ ແລະໃຫ້ຄຸນນະພາບຂອງອ້ອຍ.
ໃນວັນທີ 19 ພະຈິກ 2020 ນີ້ ແຂວງໄຊຍະບູລີໄດ້ຈັດຊຸດອົບຮົມໃຫ້ສະມາຊິກພັກໃໝ່ອ້ອມຂ້າງແຂວງຊຸດທີ I ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ມິບັນດາສະຫາຍຄະນະພັກຮາກຖານ,
ທ່ານ ວັດທະນາ ດາລາສຸກ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຍົມມະລາດແຂວງຄຳມ່ວນລາຍງານກ່ຽວກັບສະພາບການຜະລິດເຂົ້ານາປີຂອງເມືອງຍົມມະລາດວ່າ: ການຜະລິດເຂົ້ານາປີໃນທົ່ວເມືອງຍົມມະລາດຕາມແຜນການທີ່ຄາດຄະເນໄວ້ເບື້ອງຕົ້ນ 7.200 ເຮັກຕາ
ປະຈຸບັນຊາວນາບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ສຸມໃສ່ການເກັບກ່ຽວເຂົ້ານາປີຢ່າງເປັນຂະບວນຟົດຟື້ນຊຶ່ງສໍາເລັດແລ້ວ 80% ແລະພາຍຫຼັງການເກັບກ່ຽວສໍາເລັດປະຊາຊົນພາຍໃນບ້ານຈະຂຸ້ນຂ້ຽວປູກພືດລະດູແລ້ງຊຶ່ງປະກອບມີ ສາລີ, ຖົ່ວດິນ, ມັນດ້າງ ແລະພືດຜັກສວນຄົວຕ່າງໆ.
ໃນອາທິດຜ່ານມາຫົວຫ້ອງການກະສິກໍາ ແລະປ່າໄມ້ ເມືອງປາກຊັນ ແຂວງບໍລິຄໍາໄຊ ພ້ອມດ້ວຍວິຊາການໜ່ວຍງານກ່ຽວຂ້ອງລົງເຄື່ອນໄຫວຕິດຕາມການເກັບກ່ຽວຜົນຜະລິດເຂົ້ານາປີຂອງພໍ່ແມ່ປະຊາຊົນຢູ່ແຕ່ລະເຂດພາຍໃນເມືອງປາກຊັນຊຶ່ງມາຮອດປະຈຸບັນສາມາດເກັບກ່ຽວເຂົ້າໄດ້ປະມານ 65%
ໃນອາທິດຜ່ານມາແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ ແລະເປີດການຜະລິດລະດູແລ້ງປະຈຳປີ 2020 ແລະເປີດນຳໃຊ້ຊົນລະປະ ທານນໍ້າຕົງ 2, ຂຶ້ນທີ່ຊົນລະປະທານນໍ້າຕົງ 2 ເມືອງເຟືອງ, ມີທ່ານ ຄຳພະຈັນ ວົງຊະນະ ຮອງຫົວໜ້າກົມຊົນລະປະທານກະຊວງກະສິກຳ ແລະປ່າໄມ້,
ຊາວກະສິກອນເມືອງຄຳເກີດ ແຂວງບໍລິຄໍາໄຊ ໄດ້ລົງມືເກັບກ່ຽວເຂົ້ານາປີຕັ້ງແຕ່ກາງເດືອນກັນຍາເປັນຕົ້ນມາໃນເນື້ອທີ່ເກືອບ 7 ພັນເຮັກຕາ ແລະຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນຕຸລານີ້.
ການເກັບກູ້ເຂົ້ານາປີຂອງຊາວກະສິກອນກຸ່ມພັດທະນາຄຳມ່ວນ ເມືອງຄຳເກີດ ແຂວງບໍລິຄໍາໄຊ ແມ່ນເປັນຂະບວນຟົດຟື້ນ ແລະກວ້າງຂວາງມາຮອດປະຈຸບັນນີ້ແມ່ນສຳ ເລັດແລ້ວ 50% ຂອງເນື້ອທີ່ຜະລິດທັງໝົດ.
ເພ້ຍແປ້ງເປັນແມງໄມ້ສັດຕູພືດປະເພດປາກດູດ, ຮູບຮ່າງນ້ອຍ, ອ່ອນນຸ້ມ, ມີແປ້ງສີຂາວປົກຫຸ້ມຕາມລໍາໂຕ, ຂະຫຍາຍພັນໄດ້ທັງແບບອາໄສເພດ ແລະບໍ່ອາໄສເພດຊຶ່ງສະເພາະໃນລາວເຮົາເພ້ຍແປ້ງທີ່ທໍາລາຍມັນຕົ້ນມີຢູ່ 5 ຊະນິດ ຄື: ເພ້ຍແປ້ງສີບົວ,
ໝາກມ່ວງ ກໍ່ນັບວ່າເປັນພືດອຸດສາຫະກຳຊະນິດໜຶ່ງທີ່ຫຼາຍປະເທດໃນທົ່ວໂລກໃຫ້ຄວາມສົນໃຈປູກເປັນສິນຄ້າ ແລະນິຍົມບໍລິໂພກສູງ, ທັງໝາກດິບ ແລະສຸກ, ນອກຈາກນັ້ນໝາກມ່ວງຍັງສາມາດຂະຫຍາຍພັນດ້ວຍການໃຊ້ແກ່ນກ້າ,ການຕໍ່ກິ່ງ ຫຼືກິ່ງຕອນ ແລະສາມາດປູກໄດ້ກັບດິນທຸກປະເພດ,