ລ້ຽງສັດ ແລະປູກເຂົ້າ ເຮັດໃຫ້ຄອບຄົວມີການພັດທະນາ

   (ໜັງສືພິມເສດຖະກິດ-ສັງຄົມ)

  ດຍປະຕິບັດຕາມແນວທາງນະໂຍບາຍຂອງພັກໃນການແກ້ໄຂຊີວິດການເປັນຢູ່ໃຫ້ຫຼຸດພົ້ນຈາກຄວາມທຸກຍາກຄອບຄົວຂອງ ທ່ານ ລື ອິນທິລາດ ກໍ່ເປັນອີກຄອບຄົວໜຶ່ງທີ່ມີຄວາມດຸໝັ່ນຫ້າວຫັນໃນການພັດທະນາ ແລະສ້າງເສດຖະກິດຄອບຄົວໂດຍໄດ້ຢຶດຖືເອົາການລ້ຽງ ສັດ ແລະປູກເຂົ້າເປັນອາຊີບຕົ້ນຕໍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເຮັດໃຫ້ຄອບຄົວໄດ້ຮັບການພັດທະນາດີຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກຍາກຈົນກາຍເປັນຄອບຄົວຕົວແບບດ້ານການຜະລິດດ້ານກະສິກຳ.

ເຕັກນິກການປູກກາຣົດ

ໂດຍ: ນ້ຳເໝີ

   ກາຣົດເປັນພືດຊະນິດໜຶ່ງທີ່ອຸດົມໄປດ້ວຍວິຕາມິນເອ, ວິຕາມິນບີ, ວິຕາມິນຊີແລະ ແຄນຊຽມທີ່ດູດຊຶມງ່າຍ, ດ້ວຍເຫດນີ້ຄົນສ່ວນຫຼາຍຈິ່ງນິຍົມບໍລິໂພກກາຣົດນັບມື້ຫຼາຍຂຶ້ນແລະນຳມາປຸງແຕ່ງອາຫານໄດ້ຫຼາຍຊະນິດ, ຊຶ່ງອາດເປັນໂອກາດທີ່ດີສຳລັບຊາວກະສິກອນທ່ານໃດທີ່ມີພື້ນທີ່ປູກຢູ່ແລ້ວແລະກຳລັງວາງແຜນປູກພືດເປັນສິນຄ້າເພື່ອສົ່ງອອກ, ເນື່ອງຈາກການປູກກາຣົດຢູ່ພາຍໃນປະເທດເຮົາແມ່ນມີໜ້ອຍເພາະສ່ວນຫຼາຍເປັນສິນຄ້ານຳເຂົ້າຈາກປະເທດເພື່ອນບ້ານ, ແຕ່ຖ້າຊາວສວນສາມາດປູກໄດ້ກໍ່ຈະເປັນການຫຼຸດຜ່ອນສິນຄ້ານຳເຂົ້າແລະຈະຊ່ວຍສ້າງລາຍຮັບໃຫ້ແກ່ຜູ້ທີ່ປະກອບອາຊີບນີ້ອີກດ້ວຍ.

5 ຂັ້ນຕອນຂອງການປູກໝາກນອຍທາງວິຊາການ

ໂດຍ:ແປ

   ໝາກນອຍ (ໝາກລອຍ) ເປັນພືດຜັກຕະກຸນເຄືອສາມາດມາປຸງແຕ່ງອາຫານໄດ້ຫຼາກຫຼາຍລາຍການແລະເປັນພືດຜັກທີ່ມີ ສັບພະຄຸນຕໍ່ຮ່າງກາຍທີ່ສໍາຄັນສາມາດບໍລິໂພກໄດ້ທັງຍອດອ່ອນ,ດອກແລະໝາກ.