ບຸນເຂົ້າພັນສາທຸກໆປີຖືເປັນໜຶ່ງໃນຮີດ 12 ຄອງ 14 ທີ່ມີຄວາມໝາຍສຳຄັນທາງພຸດທະສາສະໜາສຳພັນລາວ ຊຶ່ງໄດ້ປະຕິບັດ ສືບສານກັນມາແຕ່ບູຮານນະການ ສຳລັບຄົນລາວຊາວພຸດເຮົາທີ່ໄດ້ຖືເອົາພຸດທະສາສະໜາເປັນທີ່ເພິ່ງ ທາງໃຈ ແລະໄດ້ພ້ອມກັນຕັ້ງຈິດອະທິຖານໃນໄລຍະເຂົ້າພັນສານັ້ນ
ບຸນເຂົ້າພັນສາປະວໍລະນາແມ່ນໜຶ່ງບຸນໃນຮີດ 12 ຄອງ 14,ເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງດ້ານພຸດທະສາສະໜາປະຕິບັດສືບຕໍ່ກັນມາແຕ່ບູຮານນະການໂດຍໃນປີນີ້ກົງກັບວັນທີ 5 ກໍລະກົດ 2020, ມື້ຂຶ້ນ 15 ຄໍ່າເດືອນ 8 ລາວ ຊຶ່ງພຸດທະສາສະໜາກະນິກະຊົນໃນທົ່ວປະເທດໄດ້ພ້ອມກັນເອົາຜ້າຈໍາພັນສາ,
ໃນອາທິດຜ່ານມາຫ້ອງການຈຸດສຸມກຸ່ມບ້ານນາສະລອນ ເມືອງບົວລະພາ ໄດ້ຈັດພິທີປະກາດຮັບຮອງເອົາ 9 ບ້ານຄື: ບ້ານໜອງໜ່ຽວ,ບ້ານນໍ້າອອກຮູ, ບ້ານວັງ ເງືອກ, ບ້ານປ່າກ້ວຍ, ບ້ານລ້າຍ, ບ້ານມຸກ, ບ້ານຜາຂຽດ, ບ້ານຫ້ວຍທ່າ ແລະບ້ານນາພຽງລ້ານເປັນບ້ານວັດທະນະທຳໃໝ່ຂອງເມືອງ,
ອົງການພຸດທະສາສະໝາສຳພັນລາວ ເມືອງຍົມມະລາດ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນໃນອາທິດຜ່ານມາທີ່ສະໂມສອນເມືອງດັ່ງກ່າວພາຍໃຕ້ການເປັນປະທານຂອງຍາພໍ່ຄຳເຜີຍ ສີລັດດາ ຮັກສາການປະທານ ອພສ ເມືອງຍົມມະລາດ,
ພະທາດຫຼວງຊຽງຕຶງ ເປັນພະທາດເກົ່າແກ່, ເປັນສູນລວມຄວາມສັດທາຂອງຊາວເມືອງສິງມາແຕ່ບູຮານນະການ, ຊຶ່ງຕັ້ງຢູ່ເທິງຈອມພູທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງສິງ ເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທຳທີ່ຖືກຮັບຮອງເອົາເປັນມູນມໍລະດົກວັດທະນະທຳຂອງແຂວງຫຼວງນໍ້າທາ.
ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການອຸປະຖຳຈາກ 3 ໝູ່ບ້ານຄື: ບ້ານສີເມືອງບ້ານຖິ່ນ ບ້ານສີມຸງຄຸນ ແລະອອກຕົນຍາດໂຍມຫຼາຍບ້ານທັງພາຍໃນ ແລະຕ່າງປະເທດໄດ້ອຸປະຖຳບຳລຸງຕາມກຳລັງສັດທາ,
ພະທາດຈອມພູສີ ເປັນພະທາດທີ່ເກົ່າແກ່ ແລະມີຊື່ສຽງ, ເປັນສູນກາງວັດທະນະທໍາປະເພນີ ແລະມິ່ງຂວັນຂອງຊາວນະຄອນຫຼວງພະບາງ, ພະທາດມີຄວາມສູງ 20 ແມັດຕັ້ງຢູ່ເທິງຈອມພູສີຊຶ່ງເປັນທັງສະຖານທີ່ຊົມທິວທັດຂອງນະຄອນຫຼວງພະບາງ.
ຫໍຄໍາ ແມ່ນຊື່ຂອງຫໍຜາສາດໃນພະລາດຊະວັງທີ່ພະເຈົ້າໄຊເສດຖາທິລາດໄດ້ນໍາພາສ້າງຂຶ້ນໃນໄລຍະທີ່ເມືອງວຽງຈັນ ໄດ້ຮັບການສະຖາປະນາເປັນນະຄອນຫຼວງຂອງລາ ຊະອານາຈັກລາວລ້ານຊ້າງ ປີ 1560,
ໄມ້ຈັນຫອມ ເປັນຕົ້ນໄມ້ມຸງຄຸນທີ່ຄົນລາວ ຫຼືຄົນໃນປະເທດໃນຊົມພູທະວີ ແລະປະເທດຕາເວັນອອກສ່ຽງໃຕ້ເຊັ່ນ: ມຽນມາ, ໄທ, ລາວ, ກໍາປູເຈຍ.
ວັດເມືອງກາງ ຫຼືເອີ້ນອີກຊື່ໜຶ່ງວ່າວັດພຸດທະວັນນາຣາມເປັນວັດທີ່ເກົ່າແກ່ທີ່ສຸດຢູ່ໃນເມືອງຈຳປາສັກ ແຂວງຈຳປາສັກ ສ້າງຂຶ້ນໃນສັດຕະວັດທີ 19 ວັດທີ່ສຳຄັນ ແລະໜ້າປະທັບໃຈແຫ່ງນີ້ເປັນສັນນາລັກແຫ່ງຄວາມຈະເລີນຮຸ່ງເຮືອງທາງພຸດທະສາດສະໜາຂອງດິນແດນແຫ່ງນີ້ປະກອບມີອາຄານ 5 ຫຼັງ