ພຣະພຸດທະຮູບເກົ່າແກ່ວັດບ້ານພະນອນໄຕ້ ເສຍຫາຍຍ້ອນອາຣາມເພ

  ໃນຄໍ່າຄືນຂອງວັນທີ 24 ກໍລະກົດ 2021 ອາຣາມເກົ່າ (ສິມເກົ່າ) ຢູ່ທີ່ວັດບ້ານພະນອນໄຕ້ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ຊຸດລົງ ແລະເພພັງລົງເຮັດໃຫ້ພຣະພຸດທະຮູບທີ່ເກົ່າແກ່ ແລະເຄື່ອງໃຊ້ຂອງສອຍອື່ນໆໄດ້ຮັບຄວາມເສຍຫາຍ.

 

ນັກສຶກສາສົງສາມັນຕອນຕົ້ນ ເມືອງສິງ ສຳເລັດການສອບເສັງ

   ເມື່ອບໍ່ດົນຜ່ານມານີ້ທີ່ໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງແຂວງຫຼວງນໍ້າທາ ໄດ້ເປີດຂັ້ນສອບເສັ່ງສາຍສາມັນສຶກສາຊັ້ນ ມ 4 ໂດຍການເຂົ້າຮ່ວມມີ ພຣະອາຈານ ອ່ອນແສງ ຫຼ້າສິງທາ ເຈົ້າຄະນະເມືອງ,ທ່ານ ອາຈານ ສຸກສະໝອນ ຄຳພິຈິດ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງ,

ຖວທ ເມືອງສິງ ເຜີຍແຜ່ມາດຖານສ້າງກຸ່ມບ້ານວັດທະນະທຳ

 ຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເມືອງສິງລົງເຜີຍແຜ່ມາດຖານ, ເງື່ອນໄຂການສ້າງກຸ່ມບ້ານວັດທະນະທຳໃຫ້ກຸ່ມບ້ານນາຄຳ ເມືອງສິງ ແຂວງຫຼວງນໍ້າທາ ໃນວັນທີ 20 ກໍລະກົດ 2021 ນີ້

ມັດທະຍົມສຶກສາສົງຕອນຕົ້ນສະຫວັນ ສຳເລັດການສອບເສັງ

  ໃນວັນທີ 20 ກໍລະກົດ 2021 ຢູ່ທີ່ສູນສອບເສັງໂຮງຮຽນ ມ ປາຍສົງ ວັດໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາສົງຕອນຕົ້ນ (ມ4) ປະຈຳສົກຮຽນ 2020-2021

ພຣະພິຂຸສົງສຳມະເນນປະຕິບັດທຳຈຳພັນສາ

  ມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ພສ 2564 ກົງກັບວັນເສົາ ທີ 24 ກໍລະກົດ 2021 ເປັນມື້ບຸນເຂົ້າພັນ ໂດຍຊຶ່ງຊາວພຸດທະສາຊະນິກະຊົນໃນຂອບເຂດທົ່ວປະເທດໄດ້ພາກັນຮ່ວມໃສ່ບາດຍາດນໍ້າ ຖວາຍເຄື່ອງສັງທານຕ່າງໆຢູ່ວັດວາອາຮາມແຫ່ງຕ່າງໆ ຕາມຮີດຄອງປະເພນີທີ່ເຄີຍສືບທອດກັນມາໄປຄຽງຄູ່ກັບການ

ຫາລືດຳເນີນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ

  ເມື່ອບໍ່​ດົນ​ມານີ້ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມປຶກສາຫາລື ແລະກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ຂຶ້ນ​ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ

ອພສ ໄຊທານີ ປະຊຸມສາມັນຄົບຄະນະ

 ເມື່ອບໍ່ດົນຜ່ານມານີ້ອົງການພຸດທະສາສະໜາສັມພັນລາວ (ອພສ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານປະຈຳການ ອພສ ເມືອງ ປະຈຳເດືອນມິຖຸນາຂຶ້ນທີ່ວັດປ່າສັນຕິສຸກບ້ານດອນໜູນໃຫ້ຄວາມເມດຕາເປັນປະທານໂດຍ 

ຈໍາປາສັກ ຫາລືວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະບັນດາເຜົ່າ

  ເມື່ອທ້າຍເດືອນມິຖຸນາຜ່ານມານີ້ ທີ່ສະພາປະຊາຊົນແຂວງຈໍາປາສັກ, ຄະນະກຳມະການວັດທະນະທຳ-ສັງຄົມ ແລະບັນດາເຜົ່າຮ່ວມກັບພະແນກການທີ່ກ່ຽວຂ້ອງພາຍໃນແຂວງຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບວຽກງານໃນຂົງເຂດວັດທະນະທຳ-ສັງຄົມ ແລະບັນດາເຜົ່າ.

ຖວທ ເມືອງມຸນລະປາໂມກເກັບກຳຂໍ້ມູນປັກຫຼັກເຂດສະຖານບູຮານໜອງແສງ

     ໃນອາທິດຜ່ານມານີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເມືອງມຸນລະປາໂມກ ແຂວງຈຳປາສັກໄດ້ລົງສໍາຫຼວດ, ເກັບກຳຂໍ້ມູນ, ປັກຫຼັກເຂດສະຖານບູຮານໜອງແສງ (ບ້ານທ່າຄໍ້) ນຳໂດຍທ່ານ ໄພວັນ ໄຊລາດທິວົງ ປະທານແນວລາວສ້າງຊາດເມືອງ, 

ໂຄງການສ້າງພຣະທາດຣັດຕະນະເຈດີສີບຸນເຮືອງ ໃກ້ຈະສຳເລັດແລ້ວ

  ຍ້ອນສັດທາອັນແຮງກ້າຂອງປະຊາຊົນບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ຄື ພຸດທະສາສະນິກະຊົນ ແລະຜູ້ທີ່ມີຈິດໃຈເຫຼືິອມໃສສັດທາທົ່ວໄປຈາກ ທຸກສາລະທິດທີ່ໄດ້ປະກອບສ່ວນ ຖວາຍທຶນ ໃນການກໍ່ສ້າງຣັດຕະນະເຈດີສີບຸນເຮືອງ ແລະຍ້ອນໄດ້ຮັບການເອົາໃຈໃສ່ສຸມເຫື່ອແຮງສະຕິປັນຍາໃນການ