ພິທີເຊັນສັນຍາຮັບເໝົາກໍ່ສ້າງພະເຈົ້າໃຫຍ່ ພຸດທະປາຣະ ມີສຣີໂຄມຄຳລະຫວ່າງອົງການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະນາຍຊ່າງຜູ້ຮັບເໝົາ ໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2021 ຢູ່ຫ້ອງວ່າການເມືອງ ເຂົ້າຮ່ວມຝ່າຍສົງມີ ພຣະປຣີຊາສຸວັນ ນະໂຄມຄຳທັມມາຈານ ພຣະອາຈານ ສົມສັກ ທິບພະ
ພິທີມອບຮັບພາຫະນະ ແລະອຸປະກອນຈາກສະມາຄົມແລກ ປ່ຽນສີລະປະ ແລະວັດທະນະທໍາ ແຊຣິງ ສ. ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ທີ່ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການ
ໃນວັນທີ 6 ສິງຫາ 2021 ຫ້ອງການແຮງງານ ແລະສະຫວັດດີການສັງຄົມ ເມືອງຫ້ວຍຊາຍ ສົມທົບກັບຄະນະສົງວັດປາກຮາວເໜືອ ແລະບ້ານດ່ານຖິ່ນ, ໄດ້ນໍາເອົາເຄື່ອງອຸປະໂພກບໍລິໂພກໄປຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ປະສົບເຄາະຮ້າຍຈາກເຫດການໄຟໄໝ້ເຮືອນ (ອັກຄີໄພ) 1 ຫຼັງຄາເຮືອນຢູ່ບ້ານຝາຍເມືອງ
ໃນຄໍ່າຄືນຂອງວັນທີ 24 ກໍລະກົດ 2021 ອາຣາມເກົ່າ (ສິມເກົ່າ) ຢູ່ທີ່ວັດບ້ານພະນອນໄຕ້ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ຊຸດລົງ ແລະເພພັງລົງເຮັດໃຫ້ພຣະພຸດທະຮູບທີ່ເກົ່າແກ່ ແລະເຄື່ອງໃຊ້ຂອງສອຍອື່ນໆໄດ້ຮັບຄວາມເສຍຫາຍ.
ເມື່ອບໍ່ດົນຜ່ານມານີ້ທີ່ໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງແຂວງຫຼວງນໍ້າທາ ໄດ້ເປີດຂັ້ນສອບເສັ່ງສາຍສາມັນສຶກສາຊັ້ນ ມ 4 ໂດຍການເຂົ້າຮ່ວມມີ ພຣະອາຈານ ອ່ອນແສງ ຫຼ້າສິງທາ ເຈົ້າຄະນະເມືອງ,ທ່ານ ອາຈານ ສຸກສະໝອນ ຄຳພິຈິດ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົງຕອນຕົ້ນເມືອງສິງ,
ຫ້ອງການຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເມືອງສິງລົງເຜີຍແຜ່ມາດຖານ, ເງື່ອນໄຂການສ້າງກຸ່ມບ້ານວັດທະນະທຳໃຫ້ກຸ່ມບ້ານນາຄຳ ເມືອງສິງ ແຂວງຫຼວງນໍ້າທາ ໃນວັນທີ 20 ກໍລະກົດ 2021 ນີ້
ໃນວັນທີ 20 ກໍລະກົດ 2021 ຢູ່ທີ່ສູນສອບເສັງໂຮງຮຽນ ມ ປາຍສົງ ວັດໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາສົງຕອນຕົ້ນ (ມ4) ປະຈຳສົກຮຽນ 2020-2021
ມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ພສ 2564 ກົງກັບວັນເສົາ ທີ 24 ກໍລະກົດ 2021 ເປັນມື້ບຸນເຂົ້າພັນ ໂດຍຊຶ່ງຊາວພຸດທະສາຊະນິກະຊົນໃນຂອບເຂດທົ່ວປະເທດໄດ້ພາກັນຮ່ວມໃສ່ບາດຍາດນໍ້າ ຖວາຍເຄື່ອງສັງທານຕ່າງໆຢູ່ວັດວາອາຮາມແຫ່ງຕ່າງໆ ຕາມຮີດຄອງປະເພນີທີ່ເຄີຍສືບທອດກັນມາໄປຄຽງຄູ່ກັບການ
ເມື່ອບໍ່ດົນມານີ້ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມປຶກສາຫາລື ແລະກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ຂຶ້ນທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ
ເມື່ອບໍ່ດົນຜ່ານມານີ້ອົງການພຸດທະສາສະໜາສັມພັນລາວ (ອພສ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານປະຈຳການ ອພສ ເມືອງ ປະຈຳເດືອນມິຖຸນາຂຶ້ນທີ່ວັດປ່າສັນຕິສຸກບ້ານດອນໜູນໃຫ້ຄວາມເມດຕາເປັນປະທານໂດຍ