ງານສະແດງສິລະປະວັດທະນະທໍາຂອງຄະນະຊາວໜຸ່ມລາວ ໂຄງການຊາວໜຸ່ມລາວເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ 46 ປະຈໍາປີ 2019 ໄດ້ຈັດຂຶ້ນວັນທີ 5 ຕຸລາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີທ່ານ ນາງ ສູນທອນ ໄຊ ຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ນາງ ວິລະວອນ
ໃນໄລຍະ 9 ເດືອນຜ່ານມານີ້ຂະແໜງວັດທະນະທໍາແຂວງ ໄຊຍະບູລີ ສາມາດສ້າງບ້ານວັດທະນະທໍາໄດ້ 6 ບ້ານ ທຽບໃສ່ ແຜນານປີປະຕິບັດໄດ້ 42,85% ແລະສ້າງຄອບຄົວວັດທະນະທໍາໄດ້ 2.382 ຄອບຄົວ ທຽບໃສ່ແຜນ ການປີປະຕິບັດໄດ້ລື່ນຄາດໝາຍ 872 ຄອບຄົວ, ພິເສດຍັງໄດ້ສ້າງ ກົມກອງວັດທະນະ
ບຸນຊ່ວງເຮືອແມ່ນບຸນປະເພນີທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະເປັນກິດຈະກໍາແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດຄວາມເປັນຢູ່ຂອງຄົນລາວ ແລະມັກມີການແຂ່ງເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດເຮັດໃຫ້ງານບຸນມີຄວາມຄຶກຄື້ນຍິ່ງຂຶ້ນ.
ໜຸ່ມກຽງໄກ ຊວ້ານສວນດາວ Mister Global Laos 2019 ຕົວແທນຂອງປະເທດລາວໄດ້ຄວ້າລາງວັນໜຸ່ມຍິ້ມມີສະເໜ່ (Mister Charming Smile) ໃນການປະກວດ Mister Global 2019 ໃນເວທີລະດັບໂລກທີ່ປະເທດໄທຊຶ່ງມີຜູ້ເຂົ້າຮ່ວມປະກວດທັງໝົດມີ 38 ປະເທດທົ່ວໂລກ.
ວັນທີ 29 ກັນຍາ 2019 ແຂວງຫຼວງນໍ້າທາໄດ້ຈັດພິທີກໍາຕາມຮີດຄອງປະເພນີເພື່ອເລີ່ມຕົ້ນໂຄງການພັດທະນາສວນວັດທະນະທໍາຂອງແຂວງຂຶ້ນທີ່ຜາມໄຊ ເຮືອຊ່ວງ, ໂດຍການເປັນປະທານ ຂອງທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເຈົ້າແຂວງຫຼວງນໍ້າທາຫົວໜ້າຄະນະຊີ້ນໍາໂຄງການພັດທະນາສວນວັດທະນະທໍາ
ບໍລິສັດ ສວນວັດທະນະ ທຳຊຽງຄວນຈຳກັດຜູ້ດຽວຮ່ວມກັບຄ້າຍເພງ K ຄົມຊະນະຈັດງານ ສະແດງຄອນເສີດການກຸສົນເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມພາກໃຕ້ ຂຶ້ນໃນວັນທີ 28 ກັນຍາ 2019 ທີ່ສວນວັດທະນະທໍາ ຊຽງຄວນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມທ່ານ ນາງ ຊ້ອຍສຸດາອິນ
ເມື່ອວັນທີ 27 ກັນຍາ2019, ເມືອງໄຊທານີນະຄອນ ຫຼວງວຽງຈັນໄດ້ຈັດພິທີປະກາດຮັບຮອງເອົາບ້ານຫ້ວຍເຕີຍ ແລະຫ້ວຍແດນເມືອງກຸ່ມດົງໂດກເປັນບ້ານວັດທະນະທໍາແຫ່ງທີ 88 ຂອງເມືອງ ແລະເປັນແຫ່ງທີ 464 ຂອງນະຄອນຫຼວງວຽງຈັນ ໂດຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາປະດິດ ເຂັມມານິດເຈົ້າ
ຄະນະຜູ້ແທນພະສົງລາວ ຈາກສູນກາງອົງການພຸດທະສາ ສະໜາສໍາພັນ ແຫ່ງ ສປປ ລາວ (ອພສ) ໄດ້ສໍາເລັດການຢ້ຽມຢາມ ແລະວຽກງານພຸດທະສາສະໜາ ທີ່ ປະເທດຝຣັ່ງ ໃນລະຫວ່າງວັນທີ 18-22 ກັນຍາ 2019.
ສະຖານເອກອັກຄະຮາຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບສູນອາຊີມູນນິທິຍີ່ປຸ່ນຫ້ອງການພົວພັນນະຄອນຫຼວງວຽງຈັນ, ສະຖາບັນລາວ-ຍີ່ປຸ່ນ ແລະສູນການຄ້າວຽງຈັນເຊັນເຕີຈັດງານແລກປ່ຽນວັດທະນະທຳຍີ່ປຸ່ນໃນວັນທີ 21 ກັນຍາ 2019, ໂດຍມີຜູ້ຄົນເຂົ້າຮ່ວມຢ່າງຫຼວງຫຼາຍທີ່ມາຈາກ ໄວແຕກຕ່າງກັນເພື່ອມາສຳຜັດກັບວັດທະນະທຳຂອງຍີ່ປຸ່ນ.
ໃນວັນທີ 19 ກັນຍາ 2019 ທີ່ສະໂມສອນແຂວງສາລະວຄະນະກຳມະການອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງ ສາລະວັນ ໄດ້ເຜີຍແຜ່ທຳມະນູນສົງ ແຫ່ງ ສປປ ລາວ (ສະບັບປັບປຸງ) ແລະປະກາດການນຳໃຊ້ຊື່ ເອີ້ນຂອງເຈົ້າຄະນະແຂວງ, ພ້ອມທັງແຕ່ງຕັ້ງຫົວໜ້າກຳມາທິການໆ ຕ່າງ