ເມືອງແອດ ປະກາດບ້ານນາຂາມເປັນບ້ານວັດທະນະທຳ

ນສພ ເສດຖະກິດ-ສັງຄົມ 

  ທ້າຍເດືອນມັງກອນ 2019 ນີ້,ເມືອງແອດແຂວງຫົວພັນໄດ້ຈັດພິທີປະກາດບ້ານນາຂາມກຸ່ມບ້ານນາພຽງ ເປັນບ້ານວັດທະນະທຳບ້ານທີ 45 ຂອງເມືອງ ແລະ ບ້ານທີ 414 ຂອງແຂວງຫົວພັນ.

 

ເຜົ່າບຣູຈະສະຫຼອງ “ກະບອງໃຫຍ່” ຕົ້ນເດືອນກຸມພາ

ນສພ ເສດຖະກິດ-ສັງຄົມ

   ງານສະເຫຼີມສະຫຼອງບຸນກະບອງໃຫຍ່ເປັນກິດຈະກຳທີ່ສຳຄັນຂອງເຜົ່າບຣູທີ່ໄດ້ປະຕິບັດ ແລະສືບທອດກັນມາແຕ່ດົນນານ, ໂດຍໃນປີນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 5-7 ກຸມພາ 2019 ທີ່ຈະມາເຖິງນີ້ຢູ່ເຂດໂພນງາມເມືອງອາດສະພອນແຂວງສະຫວັນນະເຂດ, ຊຶ່ງຈະມີການຕັກບາດຖວາຍແດ່ພຣະສົງສາມະເນນ, ຂະບວນແຫ່

ປະຕິມະກຳໂຄມໄຟສ້າງຮູບຈຳລອງຊ້າງແລະພະທາດຫຼວງມິ່ງຂວັນຊາວລາວ

   ປະຕິມະກຳໂຄມໄຟສ້າງຂຶ້ນບົນພື້ນຖານການປະຕິບັດຕາມນະໂຍບາຍໜຶ່ງແລວໜຶ່ງເສັ້ນທາງຂອງລັດຖະບານຈີນເພື່ອເປັນຂອງຂວັນໃຫ້ລັດຖະບານລາວໃນໂອກາດເປີດ                                                                   

ສະຫຼອງງານມະໂຫລານເທສະການກຸດຈີນ

ຮຽບຮຽງໂດຍ: ວົງມະນີ

  ໃນລະຫວ່າງວັນທີ 26-27 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນສູນວັດທະນາທໍາຈີນປະຈໍາລາວໄດ້ຈັດງານບຸນມະໂຫລານເທສະການກຸດຈີນໂດຍການ ເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຫົວໜ້າຫ້ອງການກະຊວງຖະແຫຼ່ງຂ່າວວັດທະນະທໍາ ແລະທ່ອງທ່ຽວ,

ທັດສະດາ ຈັນພູມສະຫວັນ ນາງສາວດອກງິ້ວບານ 2019

   ນສພ ເສດຖະກິດ-ສັງຄົມ 

 ການຈັດປະກວດນາງສາວດອກງິ້ວບານປະຈຳປີ 2019 ໃນງານເທສະການດອກງິ້ວບານຄັ້ງທີ 19 ຂອງປະເພນີວັດທະນະທຳປະຊາຊົນດອນຊາວເຂດເສດຖະກິດພິເສດສາມຫຼ່ຽມ

ພູຄຳ ທິບພົມວົງ Miss Tourism Universe Laos ກຽມໄປປະກວດຢູ່ຟິລິປິນ

   ນສພ ເສດຖະກິດ-ສັງຄົມ

       ພູຄຳ ທິບພົມວົງ Miss Tourism Universe Laos 2018 ພາຍຫຼັງໄດ້ຮັບຕໍາແໜ່ງອັນຊົງກຽດໃນເວທີນາງງາມລາວເມື່ອທ້າຍປີຜ່ານມາແລ້ວຍັງໄດ້ຖືກເລືອກໃຫ້ເປັນຕົວແທນສາວລາວໄປປະກວດ Miss Global 2019 ຢູ່ນະຄອນຫຼວງມະນີລາປະເທດຟິລິບປິນໂດຍ

ບ້ານຫ້ວຍໂປ່ງ ຖືກຮັບຮອງເປັນບ້ານວັດທະນະທໍາຂອງເມືອງຈອມເພັດ

  ພິທີປະກາດຮັບຮອງເອົາບ້ານຫ້ວຍໂປ່ງກຸ່ມນາໄຊຈະເລີນເມືອງຈອມເພັດແຂວງຫຼວງພະບາງເປັນບ້ານວັດທະນະທໍາໄດ້ຈັດຂຶ້ນໃວັນທີ 19 ມັງກອນ 2019 ທີ່ເດີ່ນໂຮງຮຽນບ້ານຫ້ວຍໂປ່ງໂດຍມີທ່ານຈັນວັນນະສີເຈົ້າເມືອງຈອມເພັດ, ທ່ານສີສະຫວາດຍີ່ລັດໃຈຫົວໜ້າຂະແໜງວັດທະນະທໍາພະແນກຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວແຂວງ, ມີຫົວໜ້າກຸ່ມ, ກໍາມະການພັກເມືອງ,ຫ້ອງການກ່ຽວຂ້ອງຂອງເມືອງ, ອົງການປົກຄອງບ້ານພ້ອມດ້ວຍປະຊາຊົນ ແລະຄູ-ອາຈານບ້ານຫ້ວຍໂປ່ງເຂົ້າຮ່ວມ.

ບຸນປະເພນີເຜົ່າກຶມມຸບ້ານຫ້ວຍເຍີ

ຮຽບຮຽງໂດຍ: ໄກເພັດ

    ພິທີສະເຫຼີມສະຫຼອງງານບຸນເກີຣຂອງເຜົ່າກຶມມຸບ້ານຫ້ວຍເຍີ ເມືອງຫົງສາ ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2019 ຢູ່ທີ່ບ້ານດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງໆຫົງສາ, ມີຄະນະນຳຂອງເມືອງ, ແຂກຖືກເຊີນ, ອຳນາດການປົກຄອງບ້ານພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ວົງແຈັກເກັດ ຈັດກິດຈະກຳສະຫຼອງຄົບຮອບ 3 ປີ

ຮຽບຮຽງໂດຍ: ແພງຕາ

 ເມື່ອວັນທີ 19 ມັງກອນ 2019 ວົງແຈັກເກັດໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 3 ປີ ຊຶ່ງໄດ້ຈັດຂຶ້ນທີ່ຮ້ານລັດສະໝີຊີ້ນດາດຈານໃຫຍ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເຜົ່າໂອຍ ສະຫຼອງບຸນໄຂປະຕູເລົ້າປະຈຳປີ

ຮຽບຮຽງໂດຍ: ໄກເພັດ

   ບຸນໄຂປະຕູເລົ້າຂອງຊົນເຜົ່າໂອຍຢູ່ບ້ານອິນທີເມືອງສະໜາມໄຊແຂວງອັດຕະປືເປັນງານບຸນສ້າງສົມເປັນຮີດຄອງປະເພນີ, ເປັນວິຖີຊີວິດກຳເນີດເກີດຂຶ້ນຈາກແນວຄິດຈິດໃຈ ແລະ ທາດແທ້ຂອງຊາວເຜົ່າໂອຍທີ່ປະຕິບັດສືບສານ ແລະ ປົກປັກຮັກສາກັນມາຫຼາຍເຊັ່ນຄົນ.