ໃນຕອນເຊົ້າວັນທີ 25 ກໍລະກົດ 2022, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ,ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງພ້ອມຄະນະໄດ້ຢ້ຽມຢາມ ແລະເຮັດວຽກຢູ່,
ກົມງົບປະມານແຫ່ງລັດ ກະຊວງການເງິນ ຕີລາຄາວຽກງານຈຸດສຸມ 6 ເດືອນຕົ້ນປີ 2022 ໃນນີ້, 6 ເດືອນຜ່ານມາສາມາດປະຕິບັດລາຍຮັບໄດ້ 12.168 ຕື້ກີບ ເທົ່າກັບ 38,51% ຂອງແຜນການປີ (ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 1.448 ຕື້ກີບ ຫລື ເທົ່າກັບ 14%)
ໃນໄລຍະ 3 ເດືອນຕົ້ນປີ 2022 ນີ້, ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ
ທ່ານ ດັ້ງແຄ່ງ ກວ້ຽນ ຮອງປະທານບໍລິສັດ ຈົງເຊີນ ຮັບເໝົາກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ 1 A ໄດ້ລາຍງານໃຫ້ຮູ້ວ່າ: ເຂື່ອນໄຟຟ້າ ນໍ້າຊຳ 1 A ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2021 ເປັນຕົ້ນມາປະຈຸບັນນີ້ສໍາເລັດແລ້ວປະມານ 70% ແລະ ຄາດວ່າທ້າຍປີ 2023 ນີ້ ຈະໃຫ້ສໍາເລັດ 100%,
ທ່ານ ສົມນິດ ສີລິບຸນລ້ຽງ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກແຂວງ, ໄດ້ລາຍງານເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະກວດກາພັກ-ລັດແຂວງເຊກອງ ໄດ້ດຳເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ 2 ກໍລະນີ,
ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມັງກອນ 2022, ບັນລຸໄດ້ປະ ມານ 1.156 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 598 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 557 ລ້ານໂດລາ, ຊຶ່ງເກີນດຸນການຄ້າປະມານ 41 ລ້ານໂດລາ (ໃນນີ້ຍັງບໍ່ລວມການສົ່ງອອກໄຟຟ້າ).
ເມື່ອປີ 2021 ມີນັກທຸລະກິດທັງພາຍໃນ ແລະຕ່າງປະເທດເຂົ້າໄປລົງທຶນຢູ່ແຂວງສາລະວັນ ທັງໝົດ 126 ຫົວໜ່ວຍ, ດ້ວຍທຶນຈົດທະບຽນມູນຄ່າ 484,18 ຕື້ກີບ. ໃນນັ້ນ, ເອກະຊົນພາຍໃນ 106 ຫົວໜ່ວຍທຶນຈົດທະບຽນ 211,46 ຕື້ກີບ,
ໃນໄລຍະ 5 ປີຜ່ານມາ, ເຖິງແມ່ນວ່າອັດຕາສະເລ່ຍຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈະຢູ່ທີ່ 7,5% ຊຶ່ງຖືເປັນອັດຕາການຂະຫຍາຍຕົວທີ່ຍັງບໍ່ທັນບັນລຸຄາດໝາຍ ຫຼື ຫຼຸດແຜນການ 0,5%, ແຕ່ທ່າມກາງສະຖານະການລະບາດຂອງພະຍາດໂຄວິດ-19
ເມື່ອສປປ ລາວ ເຂົ້າຮ່ວມການປະຕິບັດສັນຍາ ອາຣ໌ເຊ໊ປ (RCEP) ກໍຈະນໍາມາຊຶ່ງການອຳ ນວຍຄວາມສະດວກໃນການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ທັງຈະມີຕະຫຼາດອັນກ້ວາງຂວາງແກ່ປະເທດສະມາຊິກ, ແລະ ໄດ້ຮັບເງິນປັນຜົນຈາກການຖ່າຍທອດເທຄໂນໂລຢີລະຫວ່າງປະເທດ ແລະ ອື່ນໆ.
ໄລຍະ 11 ເດືອນຂອງປີ 2021 ເມືອງທ່າແຕງ ແຂວງເຊກອງ ຈັດເກັບລາຍຮັບໄດ້ພຽງ 31,4 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 89% ທັງນີ້ກໍເນື່ອງມາຈາກຫຼາຍ ສາຍເຫດ, ທ່ານ ສຸວັນ ສ້ອຍທະວົງສາ ຫົວໜ້າຫ້ອງການ-ການເງິນເມືອງທ່າແຕງໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອວັນທີ 15 ທັນວາ 2021 ວ່າ: