ທະນາຄານສາຂາຜົ້ງສາລີຕັ້ງເປົ້າລະດົມເງິນຝາກ ສ້າງຄວາມເຂັ້ນແຂງ

 ທະນາຄານທຸລະກິດສາຂາ ແຂວງຜົ້ງສາລີ ໄດ້ກໍານົດເປົ້າໝາຍການລະລົມເງິນຝາກໃນປີນີ້ໃຫ້ໄດ້ໃຫ້ໄດ້ 540,70 ຕື້ກີບ ແລະການປ່ອຍສິນເຊື່ອ 399,26 ຕື້ກີບ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບທະນາຄານ ແລະ ຄວາມໄວ້ວາງໃຈໃຫ້ແກ່ລູກຄ້າແນໃສ່ສະໜອງສິນເຊື່ອເພື່ອການພັດທະນາ ແລະ ສາມາດເຂົ້າເຖິງປະຊາຊົນ.

ສະຫວັນນະເຂດ ເຜີຍແຜ່ການຄຸ້ມຄອງການປຸກສ້າງພາຍໃນຕົວເມືອງ

    ການປຸກສ້າງອາຄານຕ່າງໆ ພາຍໃນແຂວງສະຫວັນນະເຂດບໍ່ສາມາດປະຕິບັດໄດ້ຕາມໃຈຕ້ອງໄດ້ດຳເນີນໄປຕາມລະບຽບຫຼັກການຢ່າງເຄັ່ງຄັດພາຍຫຼັງທີ່ທ່ານເຈົ້າແຂວງສະຫວັນນະເຂດໄດ້ອອກຂ້ໍຕົກລົງວ່າດ້ວຍການຄຸ້ມຄອງການປຸກສ້າງພາຍໃນແຂວງທັງນີ້້ກໍເພື່ອແນໃສ່ເຮັດໃຫ້ການກໍ່ສ້າງຕ່າງໆພາຍໃນຕົວເມືອງຂອງແຂວງມີຄວາມເປັນລະບຽບຮຽບຮ້ອຍ, ຈົບງາມ ແລະຖືກຕ້ອງສອດຄ່ອງກັບລະບຽບການທີ່ວາງໄວ້.

ປະດັບຫຼຽນໄຊແຮງງານ ໃຫ້ພະນັກງານການນຳ ກວຕ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີປະດັບຫຼຽນໄຊແຮງງານໃຫ້ພະນັກງານການນຳຂອງກະຊວງດັ່ງກ່າວເມື່ອ ວັນທີ 16 ພຶດສະພາຜ່ານມາທີ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ,

ສຳເລັດການສ້ອມແປງທາງດິນແດງ 2 ເສັ້ນຢູ່ເມືອງທ່າແຕງ

ວັນທີ 16 ພຶດສະພາ 2019 ທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງທ່າແຕງພ້ອມດ້ວຍຫ້ອງການກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະຜູ້ຕາງໜ້າບໍລິສັດຮັບເໝົາກ່ໍສ້າງໄດ້ລົງຕິດຕາມກວດກາຄວາມຄືບໜ້າໂຄງການສ້ອມແປງເສັ້ນທາງດິນແດງຢູ່ 2 ຈຸດຄື: ທາງແຍກເຂົ້າບ້ານກັນດອນຫາ ບ້ານປະໄລ່ຍາວ 3 ກິໂລແມັດ ແລະ ທາງເຂົ້າບ້ານຕຸ້ມຍໍຫາຈຸດເຊື່ອມຕໍ່ເຂົ້າເຂດການຜະລິດກະສິກໍາຂອງປະຊາຊົນຍາວ 5,6 ກິໂລ ແມັດ.

ໄຊທານີ ສືບຕໍ່ປະຕິບັດ 9 ແຜນວຽກກະຕຸ້ນເສດຖະກິດໃຫ້ບັນລຸ 10% ຕໍ່ປີ

   ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງເມືອງສືບຕໍ່ຂະຫຍາຍຕົວໃນລະດັບ 10% ຕໍ່ປີ ແລະໃນໄຕມາດສອງຂອງປີນີ້, ເມືອງໄຊທານີ ຈຶ່ງສຸມໃສ່ 9 ແຜນງານຕົ້ນຕໍແມ່ນແຜນການເກັບລາຍຮັບ, ການພັດທະນາຕົວເມືອງ,ການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ,ການຫັນປ່ຽນຈາກການຜະລິດດ້ວຍມືໄປສູ່ການນຳໃຊ້ກົນຈັກ ແລະການສຸມໃສ່ການຜະລິດລະດູຝົນໃຫ້ໄດ້ຕາມລະດັບຄາດໝາຍ.

3 ເດືອນຄຳມ່ວນເກັບລາຍຮັບໄດ້ 152 ຕື້ກວ່າກີບ

 ໃນໄລຍະຜ່ານມາ ແຂວງຄຳມ່ວນໄດ້ເອົາໃຈໃສ່ຫຼາຍດ້ານໃນການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຊຶ່ງໃນປີນີ້ທົ່ວແຂວງໄດ້ຮັບມອບ ໝາຍໃຫ້ເກັບທັງໝົດ 707 ຕື້ກີບຜ່ານການຈັດເກັບຕົວຈິງໃນ 3 ເດືອນຕົ້ນປີສາມາດເກັບໄດ້ 152 ຕື້ກວ່າກີບ ເທົ່າກັບ 21,60%

5 ປີເມືອງສະໝ້ວຍ ມີ 103 ໂຄງການລົງທຶນ ມູນຄ່າ 131 ຕື້ກວ່າກີບ

ການພັດທະນາພື້ນຖານໂຄງລ່າງ ແລະເສດຖະກິດ-ສັງຄົມ ແມ່ນເປັນປັດໄຈຫຼັກໃນການຂັບ ເຄື່ອນເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍໂຕ ແລະເຕີບໂຕຂຶ້ນໄປເລື້ອຍໆຕາມແນວທາງຂອງພັກ-ລັດວາງອອກ, ທັງເປັນການແກ້ໄຂຄວາມທຸກຍາກ ແລະຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, 

ທະນາຄານທຸລະກິດທົ່ວແຂວງໄຊຍະບູລີ ລະດົມເງິນຝາກໄດ້ 1.200 ຕື້ກີບ

  ກອງປະຊຸມພົບປະລະຫວ່າງທະນາຄານທຸລະກິດກັບຜູ້ປະກອບການ, ທຸລະກິດຄັ້ງທີ I ໄດ້ຈັດ ຂຶ້ນໃນ ວັນທີ 2 ພຶດສະພາຜ່ານມາທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ

ປີໜ້າໄຊຍະບູລີຈະລົບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອບໍ່ເກີນ 1,5%

ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງໄຊຍະບູລີໄດ້ຊີ້ເເຈງໃນກອງປະຊຸມວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈຳປິີ 2018 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ  25-26 ເມສາ ຜ່ານມາ, ທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ເເຂວງໄຊຍະບູລີວ່າ: ໃນສົກ 2018 ຜ່ານມາ

3 ເດືອນໄຊຍະຂຶ້ນທະບຽນວິສາຫະກິດໄດ້ 53 ທະບຽນ, ມີທຶນຈົດທະບຽນ 57,3 ຕື້ກິີບ

ຕາມການໃຫ້ຂໍ້ມູນຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ, ໃຫ້ຮູ້ວ່າໃນງວດ I, 3 ເດືອນຕົ້ນປີ 2019 ແຂວງໄຊຍະບູລີສາມາດຂຶ້ນທະບຽນວິສາຫະກິດໄດ້ 53 ທະບຽນ, ມີທຶນຈົດທະບຽນທັງໝົດ 57, 3 ຕື້ກີບ, ໃນນັ້ນມີຂະແໜງອຸດສາຫະກໍາ 10 ທະ ບຽນ ມີທຶນ 9 ,3 ຕື້ກີບ,