ແຂວງໄຊຍະບູລີເປັນແຂວງໜື່ງທີ່ມີທ່າແຮງທາງດ້ານອຸດສາຫະກຳໄຟ້າ, ເຊິ່ງປະຈຸບັນມີໂຮງງານໄຟ້າຂະໜາດໃຫ່ຍເຊັ່ນ: ໂຮງງານໄຟ້າພະລັງງານຄວາມຮ້ອນຖ່ານຫີນເມືອງຫົງສາມີກຳລັງ 1.878 MW ໂຮງງານໄຟຟ້າພະລັງນ້ຳຂອງມີກຳລັງຕິດຕັ້ງ 1.285 MW ຄາດວ່າຈະໄດ້ເປີດນຳໃຊ້ ໃນເດືອນຕຸລາປີນີ້,
ປະຈຸບັນຄະນະກໍາມະການຟື້ນຟູ ແລະ ແກ້ໄຂຜົນກະທົບໄພພິບັດຢູ່ພາກສະໜາມເມືອງສະໜາມໄຊ ແຂວງອັດຕະປື ພວມກໍາລັງເລັ່ງການສ້ອມແປງຟື້ນຟູເສັ້ນທາງຫຼວງແຫ່ງຊາດ 18 ເອ ແລະທາງຫຼວງທ້ອງຖິ່ນເພື່ອອໍານວຍຄວາມສະດວກໃນການສັນຈອນໄປມາ, ກໍ່ຄືການຂົນສົ່ງວັດຖຸສິ່ງຂອງການຊ່ວຍເຫຼືອໄປຍັງຜູ້ປະສົບໄພພິບັດທີ່ພັກອາໄສໃນແຕ່ລະສູນພັກຊົ່ວຄາວ, ຄາດການສ້ອມແປງຟື້ນຟູໃຫ້ສໍາເລັດພາຍໃນເດືອມິຖຸນານີ້ .
ວັນທີ 10 ມິຖຸນາ 2019 ທີ່ຂົວເຊທ່າມວກ ເມືອງພີນ ໄດ້ຈັດພິທີມອບ-ຮັບ ແລະເປີດການນຳໃຊ້ຂົວເຊກຸມກາມ ແລະຂົວເຊທ່າມວກຢ່າງເປັນທາງການ ເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ,
ພະແນກການເງິນແຂວງອຸດົມໄຊ ສາມາດເກັບລາຍຮັບເຂົ້າງົບປະມານ ໃນ 5 ເດືອນຕົ້ນປີໄດ້ທັງໝົດ 39,80 ຕື້ກີບ ເທົ່າກັບ 30,79% ຂອງແຜນການປີ ໃນນີ້: ລາຍຮັບພູດສູນກາງປະຕິບັດໄດ້ 3,15 ຕື້ກີບ ແລະລາຍຮັບທ້ອງຖິ່ນປະຕິບັດໄດ້ 36,65 ຕື້ກີບ, ຊຶ່ງຖ້າທຽບໃນແຜນການ 6 ເດືອນຕົ້ນປີແມ່ນປະຕິ ບັດບໍ່ໄດ້ຕາມແຜນ, ທັງນີ້ກໍຍ້ອນວ່າຫຼາຍສາເຫດ.
ກອງປະຊຸມຄະນະກຳມະການຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບຢູ່ແຂວງຫົວພັນໄດ້ໄຂຂຶ້ນໃນວັນທີ 6 ມິຖຸນາ 2019 ຢູ່ຫ້ອງວ່າການແຂວງພາຍໃຕ້
ກອງຄຸ້ມຄອງພາສີ I ຮັບຜິດ ຊອບຄຸ້ມຄອງວຽກງານຂະແໜງພາສີຢູ່ 2 ແຂວງຄື: ແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວຂຶ້ນກັບກົມພາສີກະຊວງການເງິນ, ໃນປີ 2019 ໄດ້ຕັ້ງເປົ້່າເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 492 ຕື້ກີບ, ລ້າສຸດມາຮອດເດືອນ 5 ປີ 2019 ສາມາດປະຕິບັດໄດ້ 163,5 ຕື້ກວ່າກີບ ເທົ່າກັບ 33,25% ຂອງແຜນການປີແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນປະມານ 15,59%.
ວັນທີ 30 ພຶດສະພາຜ່ານມາຢູ່ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກເມືອງຕະໂອ້ຍໄດ້ຈັດກອງປະຊຸມທົບທວນ ແລະຕີລາຄາການຈັດຕັ້ງປະຕິບັດໂຄງ ການຍ່ອຍຂອງ ທລຍ ໃນຮອບ ວຽນທີ 16 ໃນແຕ່ລະກຸ່ມບ້ານ, ບ້ານທີ່ໄດ້ຮັບໂຄງການ.
ທ່ານ ສີຈັນ ຍາບັນດິດ ຜູ້ອໍານວຍການບໍລິສັດ ແລະຫົວໜ້າເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງອັດຕະປືວ່າ: ໂຄງການເຂື່ອນໄຟຟ້ານໍ້າຕົກຫ້ວຍເຫາະແມ່ນເປັນໂຄງການຂອງບໍລິສັດເອກະຊົນອັນດັບທີ 2 ຢູ່ ສປປ ລາວ ມີທີ່ຕັ້ງຢູ່ສາຍພູຫຼວງກວມເອົາ 2 ແຂວງ
ເມື່ອບໍ່ດົນມານີ້ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແຫ່ງຊາດປະຈໍາໄຕມາດ I ໂດຍເຂົ້າຮ່ວມຂອງ ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງແກ່ນທ້າວ, ປະທານຄະນະກໍາມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນເມືອງ,
ຫວ່າງບໍ່ດົນທີ່ຜ່ານມາ, ເຈົ້າຂອງໂຄງການ ແລະບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມບ້ານຄໍາຊັນ ເມືອງໄຊພູທອງ ແຂວງສະຫວັນເຂດ ຊຶ່ງນຳໂດຍ ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງໄຊພູທອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ທັງເປັນຄະນະກໍາມະການຄຸ້ມຄອງສົງເສີມການລົງທຶນຂັ້ນເມືອງມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.