ເມືອງຄຳເກີດ ເກັບລາຍຮັບເຂົ້າງົບປະມານໄດ້ 3,5 ຕື້ກີບ

   ໃນວັນທີ 6-7 ສິງຫາ 2020 ນີ້ໄດ້ຈັດກອງປະຊຸມເປິດກວ້າງຄົບຄະນະບໍລິຫານງານພັກເມືອງຄຳເກີດຄັ້ງທີ III, ສະໄໝທີ IX, ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໄໝ ໄຊຍະທິຈັກ ເລຂາພັກເມືອງເຈົ້າເມືອງຄຳເກີດໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະບໍລິຫານງານພັກແຂວງ,

ດາກຈຶງ ລະດົມການລົງທຶນໄດ້ເກືອບ 75 ຕື້ກີບ

  ເມືອງດາກຈຶງ ແຂວງເຊກອງ ສາມາດລະດົມທຶນຈາກ 5 ແຫຼ່ງທຶນພັດທະນາເສດຖະກິດ-ສັງຄົມ, ຂະນະທີ່ມີຫຼາຍໂຄງການປະຕິບັດຊັກຊ້າເນື່ອງຈາກເປັນເຂດພູດອຍເສັ້ນທາງຄົມມະນາຄົມຫຍຸ້ງຍາກ ແລະນີ້ຄືຈຸດທີ່ຫ້ອງການແຜນການ ແລະການລົງທຶນຈະສຸມໃສ່ຄຸ້ມຄອງຊຸກຍູ້ຜູ້ລົງທຶນປະຕິບັດໃຫ້ດີຂຶ້ນ.

6 ເດືອນຕົ້ນປີ ເສດຖະກິດເມືອງກາສີ ຂະຫຍາຍຕົວ 4,1%

   ໃນວັນທີ 31 ກໍລະກົດຜ່ານມາສະຫາຍ ຄຳອ້ວນ ສຸວັນທອງ ຮອງເຈົ້າເມືອງໆກາສີໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະຄາດຄະເນ 6 ເດືອນທ້າຍປີ 2020 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 3 ສະໄໝ ທີ VI ນີ້ວ່າໃນໄລຍະ 6 ເດືອນຕົ້ນປີ 2020

ໜ່ວຍບໍລິການ ທນບ ເມືອງນາແລ ສະໜອງທຶນດອກເບ້ຍຕໍ່າເພື່ອການພັດທະນາ

   ຕາມການໃຫ້ສໍາພາດຂອງທ່ານ ຫຼ້ານ້ອຍ ທໍາລະສີນ ຫົວໜ້າໜ່ວຍບໍລິການທະນາຄານນະໂຍບາຍ (ທນບເມືອງນາແລ ແຂວງຫຼວງນໍ້າທາ ໃຫ້ຮູ້ໃນວັນທີ 24 ກໍ ລະກົດ 2020 ກ່ຽວກັບການບໍລິການຂອງໜ່ວຍທະນາຄານນະໂຍບາຍໃນໄລຍະຜ່ານມາແມ່ນໄດ້ປະຕິບັດຕາມພາລະບົດບາດ

ທະນາຄານຊີ້ແຈ້ງການບໍລິການເຂົ້າເຖິງແຫ່ງທຶນຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ

    ທ່ານ ຄຳລຽນ ສີມມະວົງ ວ່າການຫົວໜ້າທະນາຄານພັດທະນາລາວສາຂາ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ວ່າທຶນສົ່ງເສີມຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ເປັນທຶນຂອງລັດຖະບານ

ສະພາບພັດທະນາໂຄງການທາງດ່ວນ ລາວ-ຈີນ

   ໂຄງການທາງດ່ວນລາວ-ຈີນ ເປັນໂຄງການຮ່ວມມືທີ່ໃຫຍ່ຫຼວງ ແລະມີຄວາມໝາຍສໍາຄັນໃຫ້ແກ່ສອງລັດຖະບານ ແລະປະຊາຊົນສອງຊາດ ລາວ-ຈີນ, ໂຄງການດັ່ງກ່າວມີຈຸດເລີ່ມຕົ້ນແຕ່ນະຄອນຫຼວງພະບາງ ແລະປາຍທາງສຸດທີ່ດ່ານບໍ່ເຕ່ນໂດຍມີຄວາມຍາວທັງໝົດ 460 ກິໂລແມັດ ແຜນການລົງທຶນ 8,9 ຕື້ໂລດາສະຫະລັດ.

ສໍາເລັດການສ້ອມແປງຂົວຂ້າມຫ້ວຍ ແຫ່ງທີ 3 ເຂດ 8 ເມືອງພີນ

  ເມື່ອບໍ່ດົນມານີ້, ຄະນະການນໍາຂອງເມືອງພີນໄດ້ສ້າງຂະບວນການນໍາພາປະຊາຊົນກຸ່ມບ້ານພັດທະນາທີ 8 ສ້ອມແປງຂົວທີ່ເປ້ເພຈາກອາຍຸການໃຊ້ງານໃນໄລຍະຜ່ານມາໂດຍພາຍໃຕ້ການນໍາພາຂອງທ່ານ ສາລີ ວິນລາວັນ ເຈົ້າເມືອງໆພີນ ພ້ອມຄະນະ,

ເມືອງນອງສະຫຼຸບຜົນການປະເມີນ ບ້ານເປັນຫົວໜ່ວຍພັດທະນາ

ເມື່ອບໍ່ດົນຜ່ານມານີ້ເມືອງນອງໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການປະເມີນບ້ານເປັນຫົວໜ່ວຍພັດທະນາຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງນອງໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລຳແກ້ວ ແສງໜູທອງເລຂາພັກເມືອງເຈົ້າເມືອງ-ເມືອງນອງ,

ໄຊສົມບູນ ເກັບລາຍຮັບໄດ້ລຶ່ນແຜນການ 4 ປີຊ້ອນ

  ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ I ຂອງຄະນະພັກຮາກຖານພະແນກການເງິນແຂວງໄຊສົມບູນໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ ຜ່ານມາທີ່ສະໂມສອນເມືອງອະນຸວົງພາຍໃຕ້ການເປັນປະທານຂອງສະຫາຍ ສຸກສະຫວາດ ວົງພູມເຫຼັກ ເລຂາຄະນະພັກຮາກຖານພະແນກການເງິນແຂວງ,

ຊຸກຍູ້ຕິດຕາມໂຄງການຊົນລະປະທານເອົານໍ້າຂຶ້ນເພື່ອຕ້ານແລ້ງ

  ໃນວັນທີ 9 ກໍລະກົດ 2020 ທ່ານ ແຫວນເພັດ ລັດດາວົງ ເຈົ້າເມືອງໆຄົງເຊໂດນ ແຂວງສາລະວັນ ພ້ອມຄະນະໄດ້ລົງຊຸກຍູ້ຕິດຕາມໂຄງການຊົນລະປະທານເອົານໍ້າຂຶ້ນເພື່ອຕ້ານໄພແລ້ງຢູ່ຈຸດຕ່າງໆທີ່ມີເງື່ອນໄຂໂດຍສະເພາະກໍແມ່ນບ້ານທີ່ມີໂຄງການຊົນລະປະທານເປັນບ້ານທີ່ຕັ້ງຢູ່ແຄມນໍ້າເຊໂດນຄື: