ໂດຍ: ແດງສະຫວັດ ແສນພານິດ.
ທ່ານບຸນອ້ອມອິນທະວົງສາຫົວໜ້າສາຂາທະນາຄານສົ່ງເສີມກະສິກໍາ (ທສກ) ປະຈໍາ ແຂວງຄໍາມ່ວນໃຫ້ຮູ້ວ່າ: ທະນາຄານສົ່ງເສີມກະສິກໍາສາຂາຄໍາມ່ວນປະຈຸບັນມີພະນັກງານທັງໝົດ 63 ຄົນ, ຍິງ 33 ຄົນ, ປະກອບ ມີ 5 ໜ່ວຍບໍລິການຄື:ໜ່ວຍບໍລິການເມືອງໜອງບົກ, ມະຫາໄຊ, ນາກາຍ, ເຊບັ້ງໄຟ, ຫີນບູນ. ມີ 6 ຂະແໜງຄື:ຂະແໜງຈັດ ຕັ້ງ-ພະນັກງານ, ຂະແໜງຫ້ອງ ການບໍລິຫານ, ຂະແໜງກວດກາ, ຂະແໜງບັນຊີ, ຂະແໜງສິນເຊື່ອແລະຂະແໜງເຕັກໂນໂລຊີ. ດ້ານຂອດບໍລິການແມ່ນມີຫຼາຍຜະລິດຕະພັນໃຫ້ບໍລິການເຊັ່ນ: ATM, SMS, ອີຊີແທັກ, ປະກັນໄພ, ບໍລິ ການໂອນເງິນພາຍໃນແລະຕ່າງປະເທດ, ໂອນຄ່ານໍ້າປະປາ, ຄ່າ ໄຟຟ້າ, ຄ່າໂທລະສັບ, ຊໍາລະຄ່າທາງ, ຮັບຝາກເງິນ, ໃຫ້ສິນເຊື່ອ ແລະອື່ນໆ ...