ເຜີຍແຜ່ເຕັກນິກການຜະລິດກາເຟໃຫ້ປະຊາຊົນ 5 ບ້ານ ເຂດຈຸດສຸມພັດທະນາ

  ໃນລະຫວ່າງວັນທີ 20-26 ມິຖຸນາ 2019 ຫ້ອງກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ໄດ້ສົບທົບກັບບໍລິສັດກັກເກະ (ວິຊາການຫຽວດນາມ) ໄດ້ເຜີຍແຜ່ເຕັກນິກການຜະລິດກາເຟທີ່ມີຄຸນນະພາບ ແລະຍືນຍົງໃຫ້ກັບ 2 ເຂດຈຸດສຸມພັດທະນາຄື: ເຂດຈຸດສຸຸມພັດທະນາທີ 1 ແລະເຂດຈຸດສຸມພັດທະນາທີ 6 ໂດຍສະເພາະ 5 ບ້ານຄື: ບ້ານຫວຍຊາຍ, ທົ່ງຫວາຍ, ດອນຊາ, ໜອງກັນ 

ລ້ຽງສັດ ແລະປູກເຂົ້າສ້າງລາຍໄດ້ໃຫ້ຄອບຄົວຊີວິດການເປັນຢູ່ດີຂຶ້ນ

  ໂດຍປະຕິບັດແນວທາງນະໂຍບາຍຂອງພັກໃນການແກ້ໄຂຊີວິດການເປັນຢູ່ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາເທື່ອລະກ້າວຄອບຄົວຂອງ ທ່ານ ລືອິນ ທິລາດ ເປັນຄອບຄົວໜຶ່ງທີ່ມີຄວາມດຸໜັ່ນຫ້າວຫັນໃນການພັດທະນາ ແລະ ສ້າງເສດຖະກິດຄອບຄົວໂດຍໄດ້ຢຶດຖືເອົາການລ້ຽງສັດ ແລະ ປູກເຂົ້າເປັນອາຊີບຕົ້ນຕໍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວເຮັດໃຫ້ຄອບຄົວໄດ້ຮັບການພັດທະນາດີຂຶ້ນ ແລະ ຫຼຸດພົ້ນຈາກຄວາມທຸກຍາກຈົນກາຍເປັນຄອບຄົວຕົວແບບການຜະລິດດ້ານກະສິກຳ.

ດຣ ສີລິຄຳຫຼ້າ ເນັ້ນການບໍລິການທີ່ວ່ອງໄວ ສະອາດ ທັນສະໄໝ

 ໜຶ່ງໃນສີ່ຄລີນິກທີ່ໃຫ້ບໍລິການກວດສຸຂະພາບແບບຄົບວົງຈອນໃນນະຄອນປາກເຊ ແຂວງຈໍາປາສັກ ປະຈຸບັນກໍາລັງເປັນທີ່ສົນໃຈຂອງພໍ່ແມ່ປະຊາຊົນເຂົ້າກວດເຊັກສຸຂະພາບສະເລ່ຍຢ່າງຕໍ່າວັນໜຶ່ງບໍ່ຫຼຸດ 30 ຄົນ ໃນຂະນະທີ່ເຈົ້າຂອງກິດຈະການເຜີຍປະຈຸບັນເນັ້ນການບໍລິການທີ່ວ່ອງໄວທັນໃຈໃສ່ໃຈເລື່ອງຄວາມສະອາດ ແລະນໍາໃຊ້ເຄື່ອງມືທີ່ທັນສະໄໝໃນຄ່າບໍ່ລິການທີ່ບໍ່ສູງເກີນໄປ.

ຫັນຈາກການເຮັດໄຮ່ ມາລ້ຽງງົວເປັນອາຊີບສ້າງລາຍຮັບກວ່າ 50 ລ້ານກີບຕໍ່ປີ

    ການສ້າງເສດຖະກິດຄອບຄົວຂອງພໍ່ແມ່ປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກສ່ວນໃຫ່ຍແມ່ນການປູກຝັງ-ລ້ຽງສັດເຂົາເຈົ້າເຄີຍມີມູນເຊື້ອມາແຕ່ດົນນານບວກກັບເງື່ອນໄຂສະພາບແວດລ້ອມຂອງທ້ອງຖິ່ນ,ຍາມໃດພັກ-ລັດກໍໄດ້ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນຫັນມາລ້ຽງສັດໃຫ້ກາຍເປັນອາຊີບຕົ້ນຕໍໃນການສ້າງລາຍຮັບໃຫ້ແກ່ຄອບຄົວໂດຍສະເພາະແມ່ນການລ້ຽງງົວຄືກັບຄອບຄົວຂອງ ທ່ານ ເຢຍໄກ່ ໄຊຢີລີ ຢູ່ບ້ານມົກແຫວນ ເມືອງປາກແບງແຂວງອຸດົມໄຊ 

ຍົກລະດັບກ່ຽວກັບສ້າງຜົນຮັບ ທາງທຸລະກິດ ໂອເຄອາ

  ສູນພັດທະນາຜູ້ປະກອບກິດຈະການລາວ-ອິນເດຍຮ່ວມກັບສູນ Lao SME Center ໄດ້ຈັດຝຶກອົບຮົມຫົວຂໍ້ “ສ້າງຜົນຮັບທາງທຸລະກິດດ້ວຍ OKR” ໃຫ້ນັກສຳມະນາກອນ 19 ທ່ານຈາກລັດວິສາຫະກິດຂາເຂົ້າ-ຂາອອກກອງທັບ, ລັດວິສາຫະກິດໄຟຟ້າລາວ, ໂຮງງານນໍ້າກ້ອນເຮືອງອານົງ LAO TSUINUR ACOCTD,

ໂຮງງານຜະລິດລິບລາວ ພ້ອມຜະລິດສະໜອງຕະຫຼາດ

  ໂຮງງານຜະລິດລິບລາວຖືວ່າເປັນແຫ່ງທຳອິດໃນການຜະລິດອຸດສາຫະກຳ ແລະທັນສະໄໝຂອງລາວທີ່ໄດ້ນຳໃຊ້ປະກອບສ່ວນດ້ານເຕັກໂນໂລຊີຈາກເອີຣົບ ແລະ ມໍເຕີສັ່ງຈາກປະເທດອິຕາລີ, ລະບົບປະຕູຈາກປະເທດສະເປນ ແລະ ລະບົບຄວບຄຸມລິບຂຶ້ນ-ລົງເປັນເຕັກໂນໂລຊີຈາກປະເທດຝຣັ່ງປະຈຸບັນແມ່ນມີຄວາມພ້ອມຕອບສະໜອງສັງຄົມແລ້ວ 100% 

ຄວາມດຸໜັ່ນປຽບເໜືອນກຸນແຈໄຂໂສ້ຄ້ອງຄໍຄວາມທຸກຍາກ

   ການດຳລົງຊີວິດຂອງຄົນເຮົາບໍ່ວ່າຈະຢູ່ໃນຕົວເມືອງໃຫຍ່ ຫຼື ຢູ່ຊົນນະບົດກໍຕາມຖ້າຫາກມີຄວາມດຸໝັ່ນຂະຫຍັນພຽນ, ອົດທົນພະຍາຍາມແລ້ວບໍ່ວ່າຈະເຮັດ ທຸລະກິດ, ການປູກ-ລ້ຽງສັດ, ການເຮັດໄຮ່ໃສ່ນາແລະອື່ນໆ ກໍລ້ວນແຕ່ປະສົບຜົນສຳເລັດທຸກສິ່ງຢ່າງ, ຊຶ່ງຄວາມດຸໝັ່ນຂະຫຍັນພຽນອົດທົນນີ້ປຽບເໝືອນເປັນກຸນແຈໄຂໂສ້ຄ້ອງຄໍຄວາມທຸກຍາກໄດ້, ດັ່ງຄອບຄົວຂອງ ທ່ານ ນວນໄຊ ທີ່ມີຄວາມດຸໝັ່ນຢຶດຖືເອົາການປູກຝັງ-ລ້ຽງສັດເພື່ອເສດຖະກິດຄອບຄົວ.

ມອບ-ຮັບໂຄງການປັບປຸງຕ່ອງໂສ້ ແລະເພີ່ມມູນຄ່າເຂົ້າຢູ່ເມືອງຈຳພອນ

  ພິທີມອບ-ຮັບໂຄງການປັບປຸງຕ່ອງໂສ້ ແລະເພີ່ມມູນຄ່າເຂົ້າທີ່ຈັດຕັ້ງປະຕິບັດພາຍໃຕ້ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມ (ແຊມາອຸນດົງ) ຢູ່ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2019 ນີ້, 

ສະມາຄົມໂຮງແຮມ ແລະຮ້ານອາຫານ ຈຳປາສັກ ສະຫຼຸບວຽກງານ

  ວັນທີ 7 ມິຖຸນາຜ່ານມາທີ່ໂຮງແຮມຈຳປາສັກແກຣນ ໄດ້ມີກອງປະຊຸມໃຫຍ່ຄັ້ງທີ V ຂອງສະມາຄົມໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ, ມີຮອງຫົວໜ້າພະແນກ ຖວທ ແຂວງ, ປະທານ, ຮອງປະທານຄະນະບໍລິຫານງານ ແລະ ສະມາຊິກສະມາຄົມໂຮງແຮມ, ເຮືອນພັກ ແລະຮ້ານອາຫານເຂົ້າຮ່ວມ.

ການຄ້າແຂວງບໍ່ແກ້ວ ລົງຊຸກຍູ້ວຽກການຄ້າເມືອງປາກທາ

  ເມື່ອບໍ່ດົນມານີ້ທ່ານ ນາງ ພວງພັນ ພູມສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງບໍ່ແກ້ວພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານອຸດສາຫະ ກຳ ແລະການຄ້າຢູ່ເມືອງປາກທາໂດຍເຂົ້າຮ່ວມມີທ່ານ ສາລີ ວັນນະສານ ຮອງເຈົ້າເມືອງໆປາກທາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການຕະຫຼອດຮອດຜູ້ປະກອບການເຂົ້າຮ່ວມ.