ໄຊຍະສົ່ງເສີມນຳໃຊ້ໄອຊີທີເຂົ້າໃນເອັສເອັມອີ ສ້າງເງື່ອນໄຂຂັບເຄື່ອນເສດຖະກິດດີຈີຕອນ

 ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານທົ່ວແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2019 ທີ່ຫ້ອງປະຊຸມພະແນກສຶກ ສາທິການ ແລະກີລາແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ອິນສະຫວັນ ພົມປັນຍາ ຫົວໜ້າພະແນກ ປທສ ແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະ ບູລີ. ມີຮອງເຈົ້າເມືອງ 11 ເມືອງ

ໄຊຍະສົ່ງອອກສິນຄ້າກະຊິກຳ 242,25 ຕື້ກີບ

  ໃນ 1 ປີຜ່ານມາພະແນກກະສິກໍາ ແລະປ່າໄມ້ແຂວງໄຊຍະບູລີໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາວຽກງານກະສິກໍາ ແລະປ່າໄມ້ໄດ້ກໍານົດຕາມຍຸດທະສາດ 3 ເສົາຄໍ້າ 4 ແຜນງານ ແລະແຜນດໍາເນີນງານຕິດພັນກັບການຈັດຕັ້ງປະຕິບັດ 13 ນະໂຍບາຍສະໜັບສະ ໜູນໂຄງການຄໍ້າປະກັນສະບຽງອາຫານ ແລະ 8 ນະໂຍບາຍສະໜັບສະໜູນໂຄງການລ້ຽງສັດເປັນສິນຄ້າ.

ບາງເສັ້ນທາງທີ່ຜູ້ປະກອບການຂົນສົ່ງຂອງລາວ ຕ້ອງຮູ້ກ່ອນສົ່ງສິນຄ້າໄປໄທ

ໂດຍ: ປັອກ-ນສພ ເສດຖະກິດ-ສັງຄົມ

     ເພື່ອເປັນການອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການຂອງລາວ ແລະຂອງປະເທດໄທ, ໃນການຈະຂົນສົ່ງສິນຄ້າຜ່ານແດນທາງບົກໄປຍັງປະເທດໜຶ່ງ ຫຼື ປະເທດທີ່ສາມ, ຊຶ່ງກົມພາສີ, ກະຊວງການເງິນແຫ່ງຣາຊະ ອານາຈັກໄທໄດ້ອອກແຈ້ງການກ່ຽວກັບພິທີການທາງພາສີວ່າດ້ວຍການຜ່ານແດນຕາມຂໍ້ຕົກລົງການຂົນສົ່ງທາງຖະໜົນລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ສປປ ລາວ ເລກທີ 141, ລົງວັນທີ 10 ພະຈິກ 2017

ລ້ານຊ້າງຢືນຢູ່ອັນດັບ 3 ຂອງບໍລິສັດປະກັນໄພໃນລາວ

ໂດຍ: ແພງຕາ-ນສພ ເສດຖະກິດ-ສັງຄົມ  

  ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນເປັນບໍລິສັດໜຶ່ງທີ່ແຖວໜ້າສະໜອງຄຸ້ມຄອງປະກັນໄພໃຫ້ແກ່ສັງຄົມດ້ວຍຄຸນນະພາບທັງດຳເນີນການວ່ອງໄວສະດວກສະບາຍໂດຍຢຶດໝັ້ນບໍລິການທີ່ຈິງໃຈ, ຊື້ສັດ ແລະສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າໃນດ້ານປະກັນໄພບໍ່ວ່າຈະເປັນອົງກອນຕ່າງໆ,ນັກທຸລະກິດ

ຮ້ານຄຳສີດາ ທຸລະກິດໄປໄດ້ດີກຽມເປີດສາຂາໃໝ່

ນສພ ເສດຖະກິດ-ສັງຄົມ

 ຮ້ານຄຳສີດາ ລາດຊະວົງ ປະຈຸບັນໄດ້ກາຍເປັນທີ່ຍອມຮັບຂອງສັງຄົມຢ່າງກວ້າງຂວາງເນື່ອງຈາກທາງຮ້ານໄດ້ເນັ້ນເລື່ອງຜະລິດຕະພັນທີ່ມຄຸນນະພາບ, ມີລວດ ລາຍທີ່ສວຍງາມ ແລະມີຫຼາຍຮູບແບບໃຫ້ລູກຄ້າໄດ້ເລືອກຊື້, ບວກກັບການບໍລິການຂອງຮ້ານທີ່ເນັ້ນບໍລິການວ່ອງໄວສ້າງຄວາມເຊື່ອໝັ້ນແກ່ລູກຄ້າສິ່ງດັ່ງກ່າວໄດ້ເຮັດໃຫ້ທຸລະກິດ ຮ້ານ ຄຳສີດາ ລາດຊະວົງ ເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງທັງນີ້ຍັງມີແຜນກຽມຂະຫຍາຍສາຂາຕື່ມເພື່ອຮອງຮັບ

ດາຫຼາສະປາ ເນັ້ນຄຸນນະພາບບໍລິການລູກຄ້າ

ນສພ ເສດຖະກິດ-ສັງຄົມ

  ຮ້ານດາຫຼາສະປາເປັນທຸລະກິດທີ່ໃຫ້ບໍລິການນວດຫຼາກຫຼາຍປະເພດປະຈຸບັນໄດ້ກາຍເປັນທີ່ຍອມຮັບຂອງສັງຄົມຫຼາຍຂຶ້ນເນື່ອງຈາກທາງຮ້ານເນັ້ນການບໍລິການທີ່ໄດ້ມາດຕະຖານເພື່ອສ້າງຄວາມເພີ່ງພໍໃຈໃຫ້ກັບລູກຄ້າທີ່ມາໃຊ້ບໍລິການພ້ອມນັ້ນຍັງມີແຜນການທີ່ຈະຂະຫຍາຍສາຂາອອກຕື່ມເພື່ອຮອງຮັບລູກຄ້າ.

ບົວໄລມັງກອນມີລາຍຮັບຈາກການຂຸດຄົ້ນຖ່ານຫີນປີລະ 176 ຕື້ກີບ

ໂດຍ: ໄພສອນ - ນສພ ເສດຖະກິດ-ສັງຄົມ  

 ບໍລິສັດ ບົວໄລ ມັງກອນ ທອງຜູ້ຂຸດຄົ້ນຖ່ານຫີນຢູ່ 4 ບ້ານ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃນປີຜ່ານມາທຸລະກິດໄດ້ເຕີບໃຫຍ່ຂະຫຍາຍຕົວມີລາຍຮັບຈາກຂຸດຄົ້ນຖ່ານຫີນອອກຈຳໜ່າຍທັງພາຍໃນ ແລະຕ່າງປະເທດ 176 ຕື້ກີບ ຂະນະທີ່ປີນີ້ທາງບໍລິສັດຕັ້ງເປົ້າຈະສ້າງລາຍຮັບໃຫ້ໄດ້ 200 ຕື້ກວ່າກີບ. 

ຈາກໃຈມັກ ກາຍເປັນຜູ້ຜະລິດຝຸ່ນຊີວະພາບ ແລະ ເຂົ້າປອດສານພິດ

ໂດຍ: ບຸນນິກ - ນສພ ເສດຖະກິດ-ສັງຄົມ

  ນາງ ດາລີວັນ ສິດພະໄຊ ປະທານບໍລິສັດພູນເງິນການຄ້າ ຂາເຂົ້າ-ຂາອອກຈຳກັດ ຜູ້ດຽວ ເປັນຄົນໜຶ່ງທີ່ເພິ່ນມີຫົວໃຈມັກຮັກ ແລະດຳລົງຊີວິດແບບດ້ານ ກະສິກຳມາແຕ່ໃດມາ ແລະດ້ານໜຶ່ງເພິ່ນກໍ່ເຫັນຄວາມສຳຄັນໃນໃຊ້ຊີວິດສັງຄົມໃຫ້ປາສະຈາກສານເຄມີເພິ່ນຈິ່ງຕັດສິນໃຈສ້າງໂຮງງານຜະລິດຝຸ່ນຊີວະພາບ

ເປີດຮ້ານ ບີບິ້ວຕີ້ຂາຍເຄື່ອງສິນຄ້າສຳອາງ

ນສພ ເສດຖະກິດ-ສັງຄົມ

  ວັນທີ 30 ມັງກອນຜ່ານມາທີ່ຕະຫຼາດເຊົ້າມໍ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຮ້ານ ບີບີ້ວຕີ້ ເປັນກຽດເຂົ້າຮ່ວມ ທ່ານ ນາງ ວຽງວິໄລ ຣັດຕະນາ ເຈົ້າຂອງຮ້ານບີບິ້ວຕີ້, ທ່ານ ນາງ ສຸພາພອນ ເຈົ້າຂອງຍີ່ຫໍ້ສິນຄ້າ ບີບິ້ວຕີ້ ພ້ອມບັນດານາຍແບບ, ດາລານັກຮ້ອງນັກສະແດງ ແລະ ສື່ມວນຊົນເຂົ້າຮ່ວມ.

ເຜີຍແຜ່ການເລີ່ມຕົ້ນທຸລະກິດ ແລະຂຶ້ນທະບຽນວິສາຫະກິດ

ໂດຍ: ວົງມະນີ

  ວັນທີ 30 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ພະແນກອຸດສາຫະກໍາ ແລະການຄ້າ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາຂໍ້ຕົກລົງເລກທີ 0023/ອຄ. ກທຄວ, ລົງວັນທີ 9 ມັງກອນ 2019  ວ່າດ້ວຍການຂຶ້ນທະບຽນວິສາຫະກິດຢູ່ທົ່ວນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ