ກະສິກໍາເປັນປັດໄຈສໍາຄັນຂອງການພັດທະນາເສດຖະກິດຄອບຄົວ

ການປູກຝັງ-ລ້ຽງສັດເປັນກິດຈະກໍາໜຶ່ງທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າມາຮອດປະຈຸບັນອາຊີບດັ່ງກ່າວກໍຍັງແມ່ນທາງເລືອກທີ່ດີສໍາລັບຊາວກະສິກອນກໍຄືພໍ່ແມ່ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກເພື່ອສ້າງລາຍຮັບເຂົ້າຄອບຄົວ ແລະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຄອບຄົວ

ຫາລືໂຄງການພັດທະນາຊີວະນາໆພັນ ໃຫ້ກາຍເປັນສິນຄ້າແບບຍືນຍົງ

 ກອງປະຊຸມໂຄງການພັດທະນາຊີວະນາໆພັນໃຫ້ກາຍເປັນສິນຄ້າແບບຍືນຍົງໄດ້ອັດລົງຢ່າງເປັນທາງການໃນວັນທີ 26 ເມສາຜ່ານມາ ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງຫຼວງນໍ້າທາ ສປປ ລາວ ໂດຍການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີ ທ່ານ ສາຍສະໝອນ ໂພທິສັດ ຮອງຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້,

ປູກມັນຕົ້ນຂາຍສ້າງລາຍຮັບໃຫ້ຄອບຄົວ

ທ່ານ ມ່ວນ ທາງ ປະຊາຊົນ ບ້ານສະທົວເໜືອ ເມືອງທ່າແຕງ ແຂວງເຊກອງ ທ່ານສ້າງເສດຖະກິດຄອບຄົວຄື: ປູກມັນຕົ້ນຂາຍເຂົ້າລານເກັບຊື້ມັນຕົ້ນພາຍໃນ ເມືອງທ່າແຕງ ແລະເມືອງອ້ອມຂ້າງໃນໄລຍະ 2 ປີຜ່ານມານີ້ຊຶ່ງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເຖິງ 50 ລ້ານກີບ.

ຮ້ານເສື້ອລາວ ຜະລິດເສື້ອຫຼາຍລາຍການສະໜອງໂອກາດປີໃໝ່ລາວ

 ຮ້ານເສື້ອລາວຊຶ່ງຫຼາຍຄົນຈະຮູ້ຈັກກັນດີທີ່ເປັນຜູ້ຜະລິດເສື້ອທີ່ມີຄຳຂວັນມຸງຄຸນ, ຄຳອວຍພອນມີໂຊກມີໄຊ ແລະມີໂລໂກ້ລາຍຄວາມໝາຍທາງດ້ານວັດທະນະທຳລາວພ້ອມນັ້ນຍັງເປັນຮ້ານຜະລິດເສື້ອຍີ່ຫໍ້ດີມີຄຸນນະພາບທີ່ທຳຈາກສີຂອງຄົນລາວແທ້ໃນໂອກາດບຸນເທສະການປີໃໝ່ລາວປີນີ້ແມ່ນໄດ້ຜະລິດເສື້ອຫຼາຍລາຍໂດ ຍເນັ້ນຄຳເວົ້າໃຫ້ຄວາມສຸກກັບຄອບຄົວ, ໝູ່ຄະນະກັບເສື້ອລາຍຄຳເວົ້າມຸງຄຸນກຽມຮັບໂຊກໄຊຫຼາຍປະເພດ.

ຮ້ານບຸບເຟ້ເກົາຫຼີຄິມຊິເນ ເນັ້ນອາຫານສູດເກົາຫຼີມີລົດຊາດຫອມແຊບ

 ຮ້ານບຸບເຟ້ເກົາຫຼີຄິມຊິເນເປັນອີກໜຶ່ງບໍລິການອາຫານປະເພດເກົາຫຼີ, ອາຫານທະເລຫຼາຍຢ່າງ ແລະສົດໃໝ່ພ້ອມທັງອາຫານປຸງແຕ່ງແບບສຳເລັດຮູບທີ່ມີຫຼາຍລາຍການຊຶ່ງຫຼາຍໆຄົນເປັນທີ່ຮູ້ຈັກກັນດີໃນດ້ານບໍລິການອາຫານບຸບເຟ້ທີ່ເຕັມໄປດ້ວຍຫຼາກຫຼາຍລົດຊາດຫອມແຊບທີ່ມາພ້ອມແບບຈັດໜັກຈັດເຕັມ ແລະບໍລິການວ່ອງໄວທັນໃຈຕາມຄວາມຕ້ອງການຂອງລູກຄ້າ.

ຂະແໜງອຸດສາຫະກຳ ແລະການຄ້າ ສະຫຼຸບວຽກງານປະຈຳປີ

  ໃນລະຫວ່າງວັນທີ 2-3 ເມລາ 2019 ທີ່ນະຄອນຫຼວງວຽງຈັນ ຂະແໜງອຸດສາຫະກຳ ແລະການຄ້າ (ອຄ) ໄດ້ຈັດກອງປະຊຸມປະຈໍາປີ 2018 ແລະແຜນການປີ 2019 ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ,ບັນດາຮອງລັດຖະມົນຕີກະຊວງ (ອຄ), ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ,

ຈາກລູກຈ້າງກ້າວມາເປັນເຈົ້າຂອງຮ້ານແປງລົດ

ຊີວິດຂອງຄົນເຮົາເກີດມາຈະຢູ່ໃນຄອບຄົວຈົນຫຼືລວຍມັນບໍ່ແມ່ນປະເດັນສຳຄັນພຽງແຕ່ຊີວິດໄດ້ກຳເນີດເກີດຂຶ້ນມາແລ້ວຈະເຮັດແນວໃດໃຫ້ຢູ່ດີມີສຸກໃຫ້ຫຼຸດພົ້ນຈາກຄວາມທຸກຍາກພຽງແຕ່ມີຄວາມດຸໝັ່ນຂະຫຍັນພຽນໃນການສ້າງຢູ່ທຳກິນກໍຈະສາມາດພິກປີ້ນຊີວິດໃຫ້ດີຂຶ້ນໄດ້ກໍເໝືອນກັບຊີວິດທ້າວ ບຸນເພັງ ໄຊຍະສິດ ທີ່ເມື່ອກ່ອນໄດ້ສູ້ຊົນເປັນກຳມະກອນຢູ່ຮ້ານແປງລົດມາຫຼາຍປີກໍສາມາດກ້າວມາເປີດຮ້ານຂອງຕົນເອງໄດ້.

ໂຄງການ ກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມ ມອບທຶນຊຸກຍູ້ຊາວໜຸ່ມສ້າງອາຊີບ

 “ກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມ” ໂຄງການສ້າງໂອກາດ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ກັບໄວໜຸ່ມທຸກຍາກໃນລາວພາຍຫຼັງທີ່ດຳເນີນໂຄງການມາແຕ່ປີ 2012 ເຫັນວ່າໄດ້ຮັບຜົນຕາມຄາດໄວໜຸ່ມຮ່ວມໂຄງການໄດ້ມີອາຊີບມີລາຍຮັບຈົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຫຼ້າສຸດໂຄງການໄດ້ສືບຕໍ່ເດີນສາຍມອບທຶນບໍ່ມີດອກເບ້ຍເພື່ອສ້າງຝັນໃຫ້ກັບໄວໜຸ່ມທຸກຍາກຢູ່ ແຂວງຫົວພັນ.

ອຄ ເສີມຍຸດທະສາດພັດທະນາສິນຄ້າໂອດັອບໃຫ້ 10 ແຂວງ

ວັນທີ 26 ມີນາ 2019 ທີ່ພະແນກອຸດສາຫະກໍາ ແລະການຄ້າ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມວິຊາການກະກຽມຍຸດທະສາດພັດທະນາສິນຄ້າ 1 ເມືອງ 1 ຜະລິດຕະພັນແຫ່ງຊາດ ແລະສິນຄ້າແຮງງານໂດຍການເປັນປະທານຂອງທ່ານ ພັນທອງ ທິດພຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ມີຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້າ 10 ແຂວງ

ຮ້ານຊີ້ນດາດປ່າພ້າວ ບໍລິການດີ ແລະ ອາຫານແຊບ

ການເຮັດທຸລະກິດຮ້ານອາຫານກໍ່ເປັນອີກອາຊີບໜຶ່ງທີ່ມີຄວາມສໍາຄັນ ແລະໄດ້ເອົາໃຈໃສ່ຕໍ່ຜູ້ບໍລິໂພກແຕ່ສະເພາະຮ້ານບໍລິການດີລວມທັງອາຫານມີຄຸນນະພາບສະອາດປອດໄພຕ້ອງແມ່ນຮ້ານຊີ້ນດາດປ່າພ້າວຊຶ່ງເປັນຮ້ານສູດປຸງແຕ່ງດັ່ງເດີມທີ່ໄດ້ສືບທອດຈາກຄອບຄົວພ້ອມນັ້ນຍັງນຳວັດຖຸດິບສົດສະອາດເຂົ້າປຸງແຕ່ງອາຫານ ແລະມີໂປຣໂມຊັນສ້າງສີສັນຮອຍຍິ້ມລາຄາຖືກທີ່ເປັນເອກະລັກແຕກຕ່າງກັບຮ້ານທົ່ວໄປ.