ນໍ້າປະປາໄຊຍະຕັ້ງເປົ້າອັດຕາສ່ວນບໍລິການ ກວມ 73% ໃນທົ່ວແຂວງ

 ໃນການຈັດຕັ້ງປະຕິບັດໂຄງການສ້ອມແປງຊົນລະປະທານ 13 ແຫ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນປີ 2018 ຜ່ານມາຊຶ່ງມີມູນຄ່າທັງໝົດ 35 ຕື້ກວ່າກີບ ມາຮອດປະຈຸບັນເຫັນວ່າມີຫຼາຍໂຄງການສາມາດປະຕິບັດໄດ້ ແລະ ຄາດວ່າແຕ່ລະໂຄງການຈະປະຕິບັດໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸ ນານີ້ເພື່ອຮັບປະກັນການສະໜອງນໍ້າເຂົ້າໃສ່ການຜະລິດເຂົ້ານາປີຂອງພໍ່ແມ່ປະຊາຊົນໃຫ້ພຽງພໍ.

ຫຼວງນໍ້າທາ ໃຊ້ທຶນ 2,8 ແສນໂດລາ ກໍ່ສ້າງອາຄານ ແລະພັດທະນາຕະຫຼາດກາງຄືນໃໝ່

   ຕາມການໃຫ້ສຳພາດຂອງ ທ່ານ ສົມສະຫວາດ ນາມອິນທາ ຫົວໜ້າຂະແໜງທ່ອງທ່ຽວພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງນ້ຳທາ ໃນວັນທີ 3 ມິຖຸນາ 2019 ນີ້ວ່າ: ຕະຫຼາດກາງຄືນແຂວງຫຼວງນໍ້າທາ ຕັ້ງຢູ່ໃຈກາງເທສະບານແຂວງ, ໄດ້ເປີດໃຫ້ບໍລິການແຕ່ຕົ້ນປີ 2007 ເປັນຕົ້ນມາໂດຍໄດ້ນໍາໃຊ້ທຶນກູ້ຢືມຈາກທະນາຄານອາຊີ ( ADB ) ມູນຄ່າ 320 ລ້ານກີບໃນໄລຍະທີ I, ໄລຍະທີ II 

ໂຄງການສ້ອມແປງຄອງເໝືອງກຸ່ມ ບ້ານນາໄກ່ ຄືບໜ້າ 40%

  ເມື່ອບໍ່ດົນມານີ້ທ່ານ ນູສອນ ແກ້ວພະພຸດ ຮອງເຈົ້າເມືອງໆແອດພ້ອມຄະນະຮັບຜິດຊອບໂຄງການສ້ອມແປງຄອງເໜືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນຜ່ານມາໄດ້ລົງຕິດຕາມ-ຊຸກຍູ້ການ ຈັດຕັ້ງປະຕິບັດການກໍ່ສ້າງສ້ອມແປງຄອງເໝືອງບ້າມີຫົວງານຢູ່ບ້ານເໜັ້ນ ແລະເໝືອງແສ້ມີຫົວງານຢູ່ບ້ານນາຫອຍກຸ່ມບ້ານນາໄກ່ ເມືອງແອດ ແຂວງຫົວພັນ.

ຈຳປາສັກ-ອານຢາງ ຮ່ວມມືສົ່ງເສີມວຽກງານການຄ້າ

 ເມື່ອບໍ່ດົນມານີ້ທີ່ແຂວງຈໍາປາສັກ ພະແນກອຸດສາຫະກຳ ແລະການຄ້າ (ອຄ ) ແຂວງຈຳປາສັກ ແລະພະແນກອຸດສາຫະກຳ ແລະ ການຄ້າແຂວງອານຢາງ ສສ ຫວຽດນາມ ໄດ້ເຊັນສັນຍາຮ່ວມມືກັນເພື່ອນຳເອົາເງື່ອນໄຂທ່າແຮງທີ່ມີຂອງແຕ່ລະຝ່າຍຊ່ວຍຍູ້,ສົ່ງເສີມພັດທະນາຂົງເຂດອຸດສາຫະກຳ ແລະການຄ້າ

ປາແດກຮຸ່ງເຮືອງສິນ ເນັ້ນປຸງແຕ່ງທີ່ສະອາດເພື່ອສ້າງຍອດຂາຍເພີ່ມຂື້ນ

    ປາແດກຮຸ່ງເຮື່ອງສິນຊຶ່ງເປັນຜະລິດຕະພັນອາຫານພື້ນບ້ານທີ່ຫຼາຍໆຄົນເປັນທີ່ຮູ້ຈັກກັນດີໃນສັງຄົມປະຈຸບັນແມ່ນໄດ້ພັດທະນາຈົນສົ່ງຜົນໃຫ້ຜູ້ປະກອບການມີຍອດຂາຍເພີ່ມຂຶ້ນ ແລະ ເປັນສິນຄ້າທີ່ໄດ້ຮັບອະນຸຍາດນຳໃຊ້ກາໝາຍ “ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ” ຈາກກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະການຄ້າ.

ມະຫາກຳງານແຟຊື້ເພື່ອລູກມີ 50 ຮ້ານເຂົ້າຮ່ວມ

    ໃນໂອກາດວັນເດັກນ້ອຍສາກົນນີ້ ບໍລິສັດ ອໍຣາສະຕາ ຂາອອກ-ຂາເຂົ້າຈຳກັດໄດ້ຈັດວາງສະແດງມະຫາກຳງານແຟຊື້ເພື່ອລູກທີ່ສູນການຄ້າທາດຫຼວງພາຊ່າເພື່ອຮ່ວມສະເຫຼີມສະຫຼອງວັນເດັກສາກົນ ແລະ ສ້າງໂອກາດໃຫ້ບັນດານ້ອງໆໄດ້ມີບ່ອນຫຼິ້ນກິດຈະກຳພົບປະເຂົ້າເຖິງເຊິ່ງກັນ ແລະ ກັນພ້ອມນັ້ນພາຍໃນງານຍັງມີການວາງສະແດງສິນຄ້າເຄື່ອງຫຼິ້ນເດັກ ແລະສິນຄ້າຂອງກຸ່ມຫັດຖະກໍາຄົນພິການຊຶ່ງຄາດວ່າຈະມີ 3 ພັນກວ່າຄົນ ແລະ 50 ຮ້ານເຂົ້າຮ່ວມງານວາງສະແດງ.

ເມືອງທ່າແຕງເນັ້ນ 5 ບັນຫາ ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ

 ເນື່ອງຈາກທ່າແຕງເປັນເມືອງທີ່ມີທ່າແຮງດ້ານການຜະລິດກະສິກຳສະນັ້ນເພື່ອເຮັດໃຫ້ການຜະລິດກາຍເປັນສິນຄ້າ, ມີຈຸດສຸມ ແລະຖືກຕາມຄວາມຕ້ອງການຂອງຕະຫຼາດ, ດ້ານການນຳຂອງເມືອງລະບຸຕ້ອງເອົາໃຈໃສ່ 5 ບັນ ຫາສຳຄັນເພື່ອສົ່ງເສີມປະຊາຊົນຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ.

ທ່າແຕງການຜະລິດສະບຽງອາຫານ ມີທ່າຂະຫຍາຍຕົວ

 ທ່ານ ຈໍາປາທອງ ຄໍາມະນີວົງຮອງຫົວໜ້າຫ້ອງການກະສີກຳ ແລະປ່າໄມ້ ເມືອງທ່າແຕງ ແຂວງເຊກອງລາຍງານໃຫ້ຮູ້ວ່າ: ເພື່ອສຸມໃສ່ການຈັດຕັ້ງປະຕິບັດແຜນຍຸດທະສາດຂອງຂະແໜງກະສີກໍາປ່າໄມ້ໃຫ້ສອດຄ່ອງກັບນະໂຍບາຍທິດນໍາສາມສ້າງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ

ສາລະວັນ ມີມູນຄ່າການຄ້າ 575,30 ຕື້ກີບ

ວັນທີ 23 ພຶດສະພາຜ່ານມາ ຢູ່ສະໂມສອນແຂວງສາລະວັນພະແນກອຸດສາຫະກຳ ແລະການຄ້າແຂວງໄດ້ຈັດກອງປະຊຸມ ສະຫຼຸບປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດແຂວງ,

3 ເດືອນ ການນຳເຂົ້າ ແລະສົ່ງອອກ ປະຕິບັດໄດ້ເກືອບ 20 ພັນຕື້ກີບ

ລາວເປັນປະເທດທີ່ມີທ່າແຮງໃນການຜະລິດເພື່ອສົ່ງອອກຫຼາຍ ແລະໃນຂະນະດຽວກັນເມື່ອເວົ້າເຖິງການພັດທະນາຂອງປະເທດແລ້ວລາວກໍຍັງເປັນປະເທດທີ່ມີການນຳເຂົ້າສິນຄ້າເປັນຈຳນວນຫຼາຍເຊັ່ນກັນ, ດັ່ງນັ້ນຈິ່ງເຮັດໃຫ້ຕົວເລກຂອງການນຳເຂົ້າ ແລະ ສົ່ງອອກຂອງລາວໄລຍະ 3 ເດືອນ ຕົ້ນປີປະຕິບັດໄດ້ເກືອບ 20 ພັນ ຕື້ກີບ.