ສະໜາມໄຊ ຖືເອົາການຜະລິດກະສິກໍາສ້າງລາຍຮັບໃຫ້ປະຊາຊົນ

  ເມືອງສະໜາມໄຊແຂວງອັດຕະປື ໄດ້ກໍານົດເອົາວຽກງານກະສິກໍາ ແລະປ່າໄມ້ເປັນບຸລິມະສິດອັນດັບໜຶ່ງເຂົ້າການພັດທະນາຊົນນະບົດແລະແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ຜົ້ງສາລີ ຫາລື ແລະວາງແຜນສົ່ງເສີມການປູກອ້ອຍ

  ກອງປະຊຸມປຶກສາຫາລື ແລະວາງແຜນການສົ່ງເສີມການປູກອ້ອຍໃຫ້ປະຊາຊົນຢູ່ 5 ເມືອງ ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ ຜ່ານມານີ້ທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ວິສອນ ລາວເມົາຮອງເຈົ້າແຂວງຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນແຂວງ, ທ່ານ

ບໍ່ແກ້ວ ຕັ້ງເປົ້າ 2025 ຈະສ້າງໃຫ້ກາຍເປັນແຂວງຜະລິດສິນຄ້າກະສິກໍາສະອາດ

 ເພື່ອປະຕິບັດຕາມຄໍາຂວັນ “ຍົກສູງຄວາມສາມາດ, ບົດບາດການນໍາພາຂອງພັກຮັບປະກັນສະຖຽນລະພາບ ແລະ ຄວາມສະຫງົບປອດໄພ, ໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີທົ່ວປວງຊົນ, ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວຍືນຍົງ”

ຜະລິດຕະພັນໄມ້ປ່ອງ ບ້ານໂພນສະອາດ ເປັນສິນຄ້າໂອດັອບ

ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງຈຳປາສັກ, ທ່ານນາງ ຄຳພູ ລິດທິ ສັກ ເຈົ້າເມືອງໂຂງ, ທ່ານນາງ ມາລາ ຈັນທະລາມ ປະທານສະມາຄົມຫັດຖະກຳ ແຂວງຈຳປາສັກ ແລະພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະເມືອງເຂົ້າຮ່ວມ. 

ຝຶກອົບຮົມ ລວດລາຍ-ສີສັນແຜ່ນແພຫັດຖະກຳຕໍ່າຫູກ

  ໃນວັນທີ 2 ກໍລະກົດ 2021 ຢູ່ສະໂມສອນບ້ານປາກຊຸນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີປິດຊຸດຝຶກອົບຮົມປັບປຸງ ແລະພັດທະນາລວດລາຍ ສີສັນແຜ່ນແພຫັດຖະກຳຕໍ່າຫູກໃຫ້ກັບກຸ່ມຫັດຖະກຳຕໍ່າຫູກລາຍເມີ້ຍປະຍຸກ ບ້ານປາກຊຸນ ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັດ ຄຳ ສຸກຖາວົງ ຮອງ

ສ້າງລາຍຮັບເຂົ້າຄອບຄົວ ດ້ວຍການປູກພືດແບບປະສົມປະສານເປັນສິນຄ້າ

  ຜັກກະລໍ່າປີແມ່ນພືດອີກຊະນິດໜຶ່ງທີ່ສັງຄົມໃຫ້ຄວາມຍອມຮັບ ແລະນິຍົມກັນນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍຊຶ່ງປະຈຸບັນປະຊາຊົນລາວບັນດາເຜົ່າໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວເພື່ອຜະລິດເປັນສິນຄ້າຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະຕະຫຼາດກໍ່ມີຄວາມຕ້ອງການຢ່າງກວ້າງຂວາງ.

ເຈົ້າເມືອງທ່າພະບາດ ຊຸກຍູ້ກຸ່ມຜະລິດກະສິກໍາເປັນສິນຄ້າ

 ໃນວັນທີ 16 ມິຖຸນາ 2021 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາເປັນສິນຄ້າຢູ່ບ້ານທວາຍໃຫຍ່ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ຍົມມະລາດ ສ້າງຕັ້ງກຸ່ມໂຮງສີເຂົ້າເປັນສິນຄ້າ

  ໃນວັນທີ 14 ມິຖຸນາ 2021 ທີ່ຫ້ອງປະຊຸມສຳນັກງານ ເມືອງຍົມມະລາດ ໄດ້ເປີດກອງປະຊຸມປຶກສາຫາລື ແລະສ້າງຕັ້ງກຸ່ມໂຮງສີເຂົ້າພາຍໃນເມືອງຂຶ້ນໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທະໃຫວ ໂດໄລສານ ຮອງເຈົ້າເມືອງຍົມມະລາດຊຶ່ງມີທ່ານ ແພງສະຫວັດ ເລືອງຄຳມາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ

ສາມັກຄີໄຊ ປູກເຂົ້ານາແຊງໄດ້ຫຼຸດແຜນ

  ປີນີ້ເມືອງສາມັກຄີໄຊຜະລິດເຂົ້ານາແຊງໄດ້ 188,35 ເຮັກຕາ ເນື້ອທີ່ການຜະລິດເຂົ້ານາແຊງຂອງຊາວກະສິກອນເມືອງສາມັກຄີໄຊທຽບໃສ່ແຜນການປີແມ່ນປະຕິບັດໄດ້ຫຼຸດແຜນການທີ່ວາງໄວ້.

ອັດຕະປື ສົ່ງເສີມປະຊາຊົນປູກພືດເປັນສິນຄ້າ

  ໃນລະດູຝົນປີ 2021 ນີ້ ແຂວງອັດຕະປື ຈະສຸມໃສ່ຊຸກຍູ້, ສົ່ງເສີມຊາວກະສິກອນສຸມໃສ່ການປູກພືດເປັນສະບຽງອາຫານປະເພດເຂົ້າໃຫ້ໄດ້ 26.380 ເຮັກຕາ,ປູກພືດສະບຽງອາຫານທົ່ວໄປໃຫ້ໄດ້ 841 ເຮັກຕາ ແລະປູກພືດເປັນສິນຄ້າໃຫ້ໄດ້ 49.464 ເຮັກຕາ.