ໂຮງຮຽນປະຖົມ 60 ແຫ່ງທົ່ວເມືອງແປກ ຝຶກອົບຮົມການຂຽນຮ່າງປະຫວັດນັກຮຽນ

ພິທີມອບ-ຮັບ ວັນທີ 11 ມີນາ ຜ່ານມາ ໜ່ວຍງານສາມັນສຶກສາ ຂອງຫ້ອງການສຶກສາທິການ ແລະ ກີລາເມືອງ (ສກມ) ແປກແຂວງຊຽງຂວາງ ໄດ້ຈັດຝຶກອົບຮົມໃຫ້ຄູ-ອາຈານສອນ 60 ໂຮງຮຽນເປົ້າ ໝາຍໃນຊັ້ນປະຖົມຜູ້ທີ່ຮັບຜິດຊອບ ວຽກງານປະກອບປະຫວັດນັກ ຮຽນຂັ້ນຮຽນ ປ.5 ທີ່ສະໂມສອນ 

ສົ່ງເສີມຄວາມສາມາດດ້ານພາສາຍີ່ປຸ່ນ ຂອງນັກຮຽນ

ໃນວັນທີ 16 ມີນາ 2019, ການແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 16 ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ນະຄອນ ຫຼວງວຽງຈັນ ເພື່ອສົ່ງເສີມການ ຮຽນພາສາຍີ່ປຸ່ນ ໃນ ສປປ ລາວ ແລະໃຫ້ໂອກາດແກ່ນັກຮຽນທ້ອງ ຖິ່ນໄດ້ສະແດງຄວາມສາມາດທາງ ດ້ານພາສາຍີ່ປຸ່ນ

ດາວມະຍຸລີ ນັກມວຍຍິງລາວ ຄວ້າແຊ໋ມໂລກທີ່ປະເທດໄທ

ນັກມວຍສາວລາວ ນາງ ດາວ ມະຍຸລີ ຈັນທິລາດ ຫຼື ເປັນທິີ່ ຮູ້ຈັກຊື່ຫຼິ້ນດີ້ອາຍຸ21 ປີໂຊຜົນງານໄດ້ຢ່າງໂດດເດັ່ນຫຼັງສາມາດ ຄວ້າແຊ໋ມມວຍໄທໂລກລາຍການ ເສິກຊິງແຊ໋ມມວຍໄທ ໂລກຄັ້ງທີ 2 ຖືວ່າສ້າງຊື່ສຽງໃຫ້ປະເທດ ໂດຍສະເພາະວົງການມວຍລາວໃຫ້ເປັນທີ່ຮູ້ຈັກ ແລະຍອມຮັບທົ່ວ ໂລກ.

ນັກສຶກສາພະຍາບານ ລົງຝຶກງານ ຢູ່ 3 ບ້ານເມືອງຫີນບູນ

  ພິທີມອບ-ຮັບນັກສຶກສາຊັ້ນສູງພະຍາບານສາຍກົງລຸ້ນທີ 2 ລົງຝຶກປະຕິບັດຕົວຈິງຊຸມຊົນຢູ່ 3 ບ້ານຄື: ບ້ານມ່ວງໄຂ່, ບ້ານນາ ໂດນ ແລະບ້ານນ້ອຍໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 12 ມີນາ 2019 ຢູ່ທີ່ວັດບ້ານມ່ວງໄຂ່ ເມືອງ ຫີນບູນແຂວງຄໍາມ່ວນກ່າວມອບ ໂດຍແມ່ນທ່ານ ນາງ ດຣ. ອໍາມາ ລາ ຊໍ

ສາລະວັນ ຝຶກອົບຮົມຄະນະພັດທະນາ ການສຶກສາຂັ້ນບ້ານ

  ðພະແນກສຶກສາທິການ ແລະ ກີລາແຂວງສາລະວັນໄດ້ເປີດບັ້ນ ຝຶກອົບຮົມຄະນະພັດທະນາການສຶກສາຂັ້ນບ້ານ, ວຽກງານປຸກສ້າງ ຫ້ອງກຽມປະຖົມພາຍໃຕ້ໂຄງການ ການສຶກສາກ່ອນໄວຮຽນໃນວັນທີ 12 ມີນາ 2019 ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ທອງໃບ ໄຊຍະສານ ຮອງຫົວໜ້າ 

ນັກເຕະຢູ-12 ລາວໄດ້ຮອງຊະນະເລີດ ບານເຕະຊີງແຊ໋ມນາໆຊາດ ທີ່ປະເທດໄທ

ນັກເຕະເຊົາວະຊົນລາວ ຢູ-12 ນະຄອນຫຼວງວຽງຈັນ ຕາງໜ້າຈາກ ສປປ ລາວ ສູ້ແບບ ສົມສັກສີ  ຊົມເຊີຍເຮັດດີທີ່ສຸດແລ້ວ ຫຼັງຜ່ານເຂົ້າຮອບຊີງຊະນະເລີດ ເຊຍເຈົ້າພາບແຕ່ໜ້າເສຍດາຍມາ  ເສຍໃນທ້າຍເກມແບບຫວຸດຫວິດ 1-0 ປະຕູ ໃນນັດຊີງຊະນະເລີດ ການ

ຝຶກອົບຮົມການນຳໃຊ້ຮ່າງທະບຽນນັກຮຽນ

ພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບການນຳໃຊ້ຮ່າງທະບຽນ, ການວິເຄາະຄະແນນ ແລະວິທີລິ້ງໃບປະກາສະນີຍະບັດວັນທີ 13 ມີນາ 2019  ທີ່ຫ້ອງປະຊຸມພະແນກ ດັ່ງກ່າວ ໂດຍການໃຫ້ກຽດເປັນປະ ທານຂອງທ່ານ ພັນ ດວງຕາ ຮອງ 

ນັກສຶກສາລາວ 16 ຄົນໄດ້ຮັບທຶນໄປຮຽນ ຢູ່ປະເທດຍີ່ປຸ່ນ

 ໃນວັນທີ 12 ມີນາ 2019, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງ ສົ່ງນັກສຶກສາທີ່ບ້ານທ່ານເອກຄະ ຣາຊະທູດຍີ່ປຸ່ນ, ນະຄອນຫຼວງວຽງ ຈັນ, ໃຫ້ແກ່ນັກສຶກສາ 16 ຄົນທີ່ຈະໄດ້ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍ ໃຕ້ທຶນລັດຖະບານຍີ່ປຸ່ນ (MEXT: Ministry of 

19 ໂຮງຮຽນເປົ້າໝາຍເມືອງແປກ ອົບຮົມຂຽນຮ່າງປະຫວັດນັກຮຽນຈົບຊັ້ນ

  ວັນທີ 6 ມີນາ 2019 ຜ່ານມານີ້  ໜ່ວຍງານສາມັນສຶກສາຂອງ ຫ້ອງການສຶກສາທິການ ແລະກີລາເມືອງ (ສກມ)  ແປກ  ແຂວງຊຽງ ຂວາງ ໄດ້ຈັດຝຶກອົບຮົມໃຫ້ຄູ-ອາ  ຈານສອນ 19  ໂຮງຮຽນເປົ້າໝາຍ ຜູ້ທີ່ຮັບຜິດຊອບວຽກງານປະກອບ ປະຫວັດນັກຮຽນຂັ້ນຮຽນ ມ.4 ແລະມ.7 ຢູ່ທີ່ສະໂມສອນ

ມສ ວຽງຈັນ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິການງານສູນກາງພັກ

ວັນທີ 12 ມີນາ ຜ່ານມາທີ່ນະຄອນຫຼວງວຽງຈັນ ໂຮງຮຽນມສ ວຽງຈັນ ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະ ນະຄັ້ງທີ 7 ສະໄໝທີ 10 ຂອງຄະ ນະບໍລິຫານງານສູນກາງພັກ  ໂດຍ ໃຫ້ກຽດຮ່ວມບັນຍາຍຂອງທ່ານ ນາງ ວຽງສຸວັນ ພະໄຊສົມບັດ ເລຂາຄະນະພັກຮາກຖານຜູ້ອໍາ ນວຍການ