ສະໜາມກີລາຫຍ້າທຽມເຟີລາລີ້ ສົມທົບກັບສະຫະພັນບານເຕະນະຄອນຫຼວງວຽງຈັນຈະໄດ້ຈັດການແຂ່ງຂັນກີລາເຕະບານ 7 ຄົນ 2 ລາຍການຄືຮຸ່ນຊາວໜຸ່ມ ແລະ ຮຸ່ນອາວຸໂສຊີງຂັນເດີ່ນກິລາຫຍ້າທຽມເຟີລາລີ້ປະຈຳປີ 2022
ລັດຖະບານ ແຫ່ງ ສປປ ລາວ, ໂດຍກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ສະຖານເອກອັກຄະລັດຖະທູດອອສເຕຣເລຍ ປະຈຳ ສປປ ລາວ, ໄດ້ຈັດງານສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ ໃນຫົວຂໍ້ “ຄວາມສະເໝີພາບໃນມື້ນີ້ ຄືຄວາມຍືນຍົງໃນມື້ໜ້າ”
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດຝຶກອົບຮົມກຳມະການຕັດສິນ, ເພື່ອກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນເຕະບານລາຍການ ເປບຊີ ລາວລີກ 1 ປະຈຳປີ 2022. ສຳລັບວາລະການຝຶກອົບຮົມຄັ້ງນີ້, ຈັດຂຶ້ນໃນລະຫວ່າງວັນທີ 1-3 ມີນາ 2022.
ໂນວັຄ ຢໍໂຄວິຊ ນັກກີລາເທນນິສຊື່ດັງຊາວເຊີຣ໌ເບຍ, ຫຼຸດຈາກຕຳແໜ່ງມືອັນດັບ 1 ຂອງໂລກ ໄປເປັນທີ່ຮຽບຮ້ອຍແລ້ວ, ຫຼັງຈາກຕົກຮອບ 8 ຄົນສຸດທ້າຍໃນການແຂ່ງຂັນເທນນິສ ເອທີພີ ທົວຣ໌ “ດູໄບດິວຕີຟຣີ ແຊມປຽນຊິພ 2022”.
ທີມຊາດລາວ U23 ສ້າງປະຫວັດສາດໜ້າໃໝ່ໃຫ້ວົງການເຕະບານ, ໂດຍການເອົາຊະນະ ທີມຊາດມາເລເຊຍ 2-0 ປະຕູ ເມື່ອວັນທີ 21 ກຸມພາ 2022,
ປິດສາກໄປເປັນທີ່ຮຽບຮ້ອຍແລ້ວສຳລັບມະຫະກຳໂອລິມປິກລະດູໜາວ “ປັກກິ່ງ 2022” ທີ່ ສປ ຈີນ, ຊຶ່ງພິທີປິດເຕັມໄປດ້ວຍບັນຍາກາດອົບອຸ່ນ ແລະສຸດປະທັບໃຈ.
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບສະຫະພັນບານເຕະແຂວງເຊກອງ (ສຕຂ) ໄດ້ເປີດຊຸດຝຶກອົບຮົມກໍາມະການຕັດສິນກີລາເຕະບານ, ເມື່ອວັນທີ 15 ກຸມພາ 2022 ຢູ່ສູນໄອຊີທີ (ICT) ໂຮງຮຽນມໍປາຍແຂວງ.
ມາຮອດປັດຈຸບັນ, ງານກີລາໂອລິມປິກລະດູໜາວປັກກິ່ງ 2022 ໄດ້ກາຍເປັນງານກີລາໂອລິມປິກລະດູໜາວທີ່ມີນັກກີລາເພດຍິງເຂົ້າຮວມຫຼາຍທີ່ສຸດ ແລະ ມີນັກກີລາເພດຍິງເຂົ້າຮ່ວມແຂ່ງຂັນ ຫຼາຍລາຍການທີ່ສຸດ.
ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະແຂວງຫຼວງພຣະບາງ, ໄດ້ຈັດກິດຈະກໍາຝຶກທັກສະຂັ້ນພື້ນຖານຂອງກີລາເຕະບານໃຫ້ແກ່ນັກຮຽນຊັ້ນປະຖົມ ທັງຍິງ ແລະ ຊາຍ ພາຍໃນ 10 ໂຮງຮຽນຂອງນະຄອນຫຼວງພຣະບາງ.
ກະຊວງສຶກສາທິການ ແລະ ກີລາ, ໄດ້ຮັບຮອງເອົາຫຼັກສູດຂັ້ນ ປ4 ສະບັບປັບປຸງໃໝ່, ຊຶ່ງໄດ້ແຈກຢາຍໃຫ້ໂຮງຮຽນຊັ້ນປະຖົມສຶກສາທົ່ວປະເທດ ໃນສົກຮຽນປີ 2022-2023 ຈໍານວນ 546.000 ຫົວ ແລະ ປຶ້ມຄູ່ມືຄູ ຈໍານວນ 42.600 ຫົວ ປະກອບມີ: