ໂດຍ:ບົວລະພາໄຊຍະຫາ
ໃນວັນທີ 20 ທັນວາ 2018 ທີ່ຫ້ອງປະຊຸມພະແນກສຶກສາທິການແລະກີລາແຂວງໄຊຍະບູລີກົມກີລາມວນຊົນກະຊວງສຶກສາທິການແລະກີລາໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາກີລາກາຍະກຳມວນຊົນທົ່ວປະເທດປະຈຳປີ 2018 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງບຸນພັກ ອິນທະປັນຍາຮອງເຈົ້າແຂວງໄຊຍະບູລີ, ທ່ານສີທາດຈັນທະບູລີຫົວໜ້າກົມກີລາມວນຊົນກະຊວງສຶກສາທິການແລະກີລາ, ມີບັນດາຫົວ ໜ້າກົມ, ຮອງກົມອ້ອມຂ້າງກະ ຊວງ, ຫົວໜ້າ, ຮອງຫົວໜ້າພະແນກສຶກສາທິການແລະກີລາທົ່ວປະເທດພ້ອມດ້ວຍພະນັກງານທີ່ ກ່ຽວຂ້ອງເຂົ້າຮ່ວມ.
(ໂດຍ: ເສດຖະກິດ-ສັງຄົມ)
ໃນວັນທີ 20 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ ໂຮງຮຽນ ມສ ວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 60 ປີ (1958-2018) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະກີລາ, ມີຄະນະອໍານວຍການ, ພະນັກງານຄູອາຈານປະຈໍາການ, ຜູ້ອາວຸໂສ ແລະ ສິດເກົ່າເຂົ້າຮ່ວມ.
ໂດຍ: ຂາວພອນ ມ້າວຄຳຜິວ
ທ່ານນາງແສງເດືອນຫຼ້າຈັນທະບູນລັດຖະມົນຕີກະຊວງສຶກສາທິການ ແລະກີລາ (ສສກ) ໄດ້ໂອ້ລົມຕໍ່ພະນັກງານຄູ-ອາຈານວິທະຍາໄລຄູປາກເຊ (ວຄປ) ໃນ ໂອກາດທີ່ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງຈຳປາສັກພ້ອມດ້ວຍຄະນະໃນວັນທີ 17 ທັນວາຜ່ານມາທີ່ວິທະຍາໄລຄູປາກເຊໂດຍເປັນກຽດຕ້ອນຮັບຂອງທ່ານພອນພູວັນໂນຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມ ດ້ວຍຄະນະມີຜູ້ເຂົ້າຮ່ວມຫົວໜ້າກົມຮອງກົມກະຊວງສຶກສາທິການ ແລະກີລາພະນັກງານຄູ-ອາຈານ.
ສ.ນ.ພ ເສດຖາກິດ-ສັງຄົມ
ທ້າຍອາທິດຜ່ານມາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນສໍາຄັນຂອງຊາດເປັນຕົ້ນແມ່ນວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດຄົບຮອບ 50 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 43 ປີ ແລະວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 98 ປີ ໂດຍໃຫ້ກຽດປາຖະກະຖາຂອງທ່ານກິແກ້ວໄຂຄໍາພິທູນຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີທ່ານ ນາງສົມຈັນບຸນພັນມີຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີຄະນະບໍດີ, ຮອງຄະນະບໍດີ, ຜູ້ອໍານວຍການສະຖາບັນ, ພະນັກງານ, ຄູອາຈານແລະນັກສຶກສາເຂົ້າຮ່ວມ.