ໂດຍ: ຄານສີສະຫວັນ
ພະແນກສຶກສາທິການ ແລະກີລາແຂວງ (ສກຂ) ຊຽງຂວາງ ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກ ງານຂ່າວສານການສຶກສາ ແລະ ກີລາຂອງພະແນກປະຈໍາປີ 2018 ແລະວາງທິດທາງແຜນການ-ການເຄື່ອນໄຫວໃນຕໍ່ໜ້າ (2019) ໃນວັນທີ 16 ມັງກອນ 2019 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກີລາແຂວງ, ພາຍໃຕ້
(ນສພ ເສດຖະກິດ-ສັງຄົມ)
ພິທີມອບຮັບໂຄງການເສີມຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ທີ່ເມືອງນໍ້າໝໍ້ ແຂວງອຸດົມໄຊ ຊຶ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າ 145,943 ໂດລາສະຫະລັດໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2019, ໂດຍມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ທາເຄຊິ ຮິກິຮາຣະເອກອັກ ຄະຣາຊະທູດຍີ່ປຸ່ນປະຈຳສປປລາວ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
(ນສພ ເສດຖະກິດ-ສັງຄົມ)
ຕອນບ່າຍຂອງວັນທີ 13 ມັງກອນ 2019 ນີ້ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດໄດ້ມີການປິດການແຂ່ງຂັນກີລາກາຍະກຳທົ່ວກອງທັບຄັ້ງທີ 2 ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ.
ໂດຍ: ເຂີຍບ້ານຫ້ອມ
ການແຂ່ງຂັນຊົກມວຍມິດຕະພາບລາວ-ໄທ ຫຼື ລາຍການມວຍດີວິທີໄທສັນຈອນຈະຂຶ້ນຊົກກັນ 4 ມື້ລຽນຕິດລະຫວ່າງວັນທີ 17-20 ມັງກອນ 2019 ນີ້ທີ່ສັງວຽນມວຍຊົ່ວຄາວແຂວງສາລະວັນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ແລະ ສົ່ງເສີມສິລະປະແມ່ໄມ້ມວຍລາວເປັນທີ່ຮູ້ຈັກໃຫ້ມວນຊົນໃນທົ່ວໂລກ.
ນ.ສ.ພ ເສດຖະກິດ-ສັງຄົມ
ວັນທີ 4 ມັງກອນຜ່ານມານີ້ຫ້ອງການສຶກສາທິການແລະກີລາເມືອງສີສັດຕະນາກນະຄອນຫຼວງວຽງຈັນໄດ້ຈັດກິດຈະກຳແຂ່ງຂັນສິລະປະວັນນະຄະດີໃນບັນດາໂຮງຮຽນທົ່ວເມືອງນັບແຕ່ຊັ້ນອານຸບານຫາຊັ້ນມັດທະຍົມສົມບູນງານດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງຮຽນມປາຍສີສັດຕະນາກໂດຍເປັນກຽດເຂົ້າຮ່ວມຂອງທ່ານດາວັນທົນນະວົງຮອງເຈົ້າເມືອງສີສັດຕະນາກ, ທ່ານສົມພອນສອນດາລາຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງສີສັດຕະນາກພ້ອມບັນດາຄະນະກຳມະການແລະຄູອາຈານເຂົ້າຮ່ວມ.
ໂດຍ: ເຂີຍບ້ານຫ້ອມ
ສະໂມສອນຊ້າງນ້ອຍເອັບຊີປະກາດຄວ້າ 2 ກອງຫຼັງທີມຊາດຊຸດໃຫຍ່ປະຈຸບັນປະກອບມີສອນວິໄລສີຫາວົງແລະວັນນາບຸນຫຼໍວົງສາເຂົ້າມາເສີມຄວາມແຂງແກ່ນໃນແນວຮັບກຽມລຸຍການແຂ່ງຂັນບານເຕະເປບຊີລາວພຣີເມຍລີກ 2019 ທີ່ຈະເປີດສາກຂຶ້ນ ໃນໄວໆນີ້.
ໂດຍ: ກິ່ນນາລົມ
ໃນວັນທີ 28 ທັນວາ 2018 ຜ່ານມາທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງຫຼວງນ້ຳທາໄດ້ຈັດກອງປະຊຸມສະຫຼຸບບັ້ນລົງຝຶກຫັດຂອງນັກສຶກສາລຸ້ນທີ VII ໂຮງຮຽນ ປກສ ຊັ້ນກາງເລກ 1 ແຂວງຫຼວງພະບາງ ປະຈຳ 2 ເດືອນ, ໂດຍການເຂົ້າຮ່ວມຂອງທ່ານພັທນາງມະນີຈັນແກ້ວມະນີວົງຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫຼວງນ້ຳທາ, ມີຄະນະຮັບຜິດຊອບ, ຄູ-ອາຈານພ້ອມດ້ວຍນັກສຶກສາເຂົ້າຮ່ວມ 10 ສະ ຫາຍ.
ໂດຍ: ຫຼວງອາໄພ
ໃນວັນທີ 2 ມັງກອນ ຜ່ານມາ ບໍລິສັດສະຫຍາມລ້ານຊ້າງຮ່ວມກັບບໍລິສັດກະທິລັດດາຈາກປະເທດໄທໄດ້ນຳເອົາໂຕະຕັ່ງນັກຮຽນຈຳນວນ 70 ຊຸດ ເພື່ອຊ່ວຍເຫຼືອນ້ອງນັກຮຽນຜູ້ປະສົບໄພພິບັດທີ່ເມືອງສະໜາມໄຊມູນຄ່າ1 ແສນບາດ ຫຼື ເທົ່າກັບ 26 ລ້ານກີບ.ພິທີມອບ-ຮັບໄດ້ຈັດຂຶ້ນທີ່ໂຮງຮຽນ ມສ ສະໜາມໄຊ.ໂດຍກ່າວມອບຂອງທ່ານນາງ ຈິດຕຣາ ປະດຸງສັກ ຈາກບໍລິສັດສະຫຍາມລ້ານຊ້າງປະເທດໄທ ແລະກ່າວຮັບຂອງທ່ານ ນາງ ມະນີລາ ໄຊສົມບູນ ຮອງເຈົ້າ ເມືອງເມືອງສະໜາມໄຊ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
(ໜັງສືພິມເສດຖະກິດ-ສັງຄົມ)
ທ້າຍເດືອນທັນວາ ຜ່ານມາທີ່ໂຮງຮຽນ ມສ ແຊລະບໍາ ເມືອງ ຊະນະສົມບູນ ແຂວງຈໍາປາສັກ ໄດ້ມີພິທີວາງສີລາເລີກສຳລັບໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມສຶກສາຢູ່ແຂວງພາກກາງ ແລະພາກໃຕ້ຂອງລາວເພື່ອເສີມຂະຫຍາຍ ແລະ ຮອງຮັບເອົາຈຳ ນວນນັກຮຽນທີ່ເພີ່ມຂຶ້ນສໍາລັບນັກຮຽນທີ່ສາມາດຮຽນຕໍ່ລະດັບມັດທະຍົມສຶກສາໄດ້ຢ່າງຄົບຖ້ວນ
ນສພ ເສດຖະກິດ-ສັງຄົມ
ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ ມະຫາວິທະຍາໄລວິທະຍາສາດສຸຂະພາບໄດຈັດພີທີຍ່າງເພື່ອສຸຂະພາບເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄວິທະຍາສາດສຸຂະພາບ (ມວສ) ຄົບຮອບ 60 ປີ (1958 - 2018) ໂດຍເລີ່ມແຕ່ປະຕູໄຊຫາຫໍຄໍາແລ້ວກັບຄືນສູ່ປະຕູໄຊໂດຍການເຂົ້າຮ່ວມຂອງທ່ານຄໍາພອນພຸດທະວົງຮອງລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະນໍາກະຊວງ, ຄະນະນໍາອະທິການບໍດີສູນສະຖາບັນໂຮງໝໍໂຮງຮຽນຈາກພາກສ່ວນກ່ຽວຂ້ອງພ້້ອມ ດ້ວຍມວນຊົນໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຟົດຟື້ນ.