ມອບ-ຮັບ ຄອມພິວເຕີ ຮັບໃຊ້ໂຄງການສົ່ງເສີມການສຶກສາແບບຍືນຍົງເປົ້າໝາຍ 4

 ວັນທີ 6 ກໍລະກົດ 2020 ທີ່ພະແນກສຶກສາທິການ ແລະກີລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບອຸປະກອນຄອມພິວເຕີຮັບໃຊ້ໂຄງການສົ່ງເສີມການສຶກສາແບບຍືນຍົງເປົ້າໝາຍ 4 ງົບປະມານຊ່ວຍເຫຼືອລ້າຈາກໂຄງການອຸຍແນສໂກລາວ-ເກົາຫຼີ

ມຕ ດອນຄູນ ເມືອງຮ້ຽມ ເປັນໂຮງຮຽນປອດຢາເສບຕິດ 5 ສົກຮຽນຕິດຕໍ່ກັນ

 ເມື່ອບໍ່ດົນມານີ້ທີ່ໂຮງຮຽນ ມຕ ດອນຄູນໄດ້ຈັດພິທີປະກາດໂຮງຮຽນ ມຕ ດອນຄູນປອດຢາເສບຕິດ 5 ສົກຮຽນຕິດຕໍ່ກັນ (2014-2019) ຂຶ້ນຢ່າງເປັນທາງການພາຍໃຕການເປັນປະທານຂອງທ່ານ ທອງຄໍາ ຫງຽນມະລົມ ຮອງເຈົ້າເມືອງໆຮ້ຽມຜູ້ຊີ້ນຳຂົງເຂດເສດຖະກິດ ແລະວັດທະນະທຳສັງຄົມ,

ຊາວໜຸ່ມໂຮງຮຽນການເມືອງ ແລະການປົກຄອງອຸດົມໄຊຮັບທຸງໄຊ 4 ບຸກ

  ພິທີມອບທຸງໄຊນໍາໜ້າຂະບວນການ 4 ບຸກ ໃຫ້ກັບຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ກໍລະ ກົດ 2020 ທີ່ຫ້ອງປະຊຸມຂອງຕົນໂດຍການເປັນປະທານຂອງທ່ານ ອຸ່ນຫຼ້າມະນີ ຈັນທະວົງ ຄະນະບໍລິຫານງານຊາວໜຸ່ມແຂວງ,

ເລືອກໄດ້ແລ້ວ 8 ນັກແມ້ນປືນທີມຊາດລາວກຽມຮ່ວມຍິງປືນຊີງແຊັມໂລກ

  ພາຍຫຼັງທີ່ໄດ້ຈັດການແຂ່ງຂັນຍິງປືນລາຍການໄອພີເອັດຊີ (ປະເພດປືນໂປຣດັກຊັນ) ລະດັບຊາດ 4 ຄັ້ງທີ່ຜ່ານມາ ໂດຍຫຼ້າສຸດເມື່ອວັນທີ 3 ກໍລະກົດ ຜ່ານມາກໍສາມາດຮູ້ຜົນໄດ້ທັນທີສາມາດເລືອກເຟັ້ນໄດ້ນັກກີລາທີ່ມີພອນສະຫວັນດີເດັ່ນຈຳນວນ 8 ຄົນກຽມຕາງໜ້າທີມຊາດລາວເຂົ້າຮ່ວມແຂ່ງຂັນ

ສກຂ ຫຼວງພະບາງເຊື່ອມຊຶມເອກະສານຂໍ້ແຂ່ງຂັນ 5 ເປັນເຈົ້າ

 ພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງ (ສກຂ)ໄດ້ຈັດພິທີເຊື່ອມຊຶມເອກະສານຂໍ້ແຂ່ງຂັນ 5 ເປັນເຈົ້າເມື່ອວັນທີ 3 ກໍລະກົດ ຜ່ານມາທີ່ພະແນກດັ່ງກ່າວ, 

ຜທ ແຂ່ງຂັນກີລາຮັບຕ້ອນກອງປະຊຸມໃຫ່ຍອົງຄະນະພັກກະຊວງ

  ກະຊວງແຜນການ ແລະການລົງທຶນ (ຜທ) ໄດ້ຈັດກິດຈະກຳເປີດຂະບວນການແຂ່ງຂັນກີລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຜທ ຄັ້ງທີ IV ຈັດຂຶ້ນໃນວັນທີ 7 ກໍລະກົດ 2020 ໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, 

ມອບ-ຮັບຫົວໜ້າຫ້ອງການສຶກສາເມືອງຫີນບູນ

 ເພື່ອເປັນການປະຕິບັດຕາມ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆຫີນບູນ ວ່າດ້ວຍການຍົກຍ້າຍ ແລະ ການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າຫ້ອງການພາຍໃນເມືອງ, ດັ່ງນັ້ນ ເມື່ອບໍ່ດົນມານີ້ທີ່ສະໂມສອນຫ້ອງ ການສຶກສາທິການ ແລະກີລາເມືອງ ຫີນບູນ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງການລະຫວ່າງຜູ້

ນັກຮຽນອາສາສະໝັກ ມ.ປາຍ ພັນຫຼວງ ຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ

ເພື່ອເປັນການປູກຈິດສຳນຶກໃຫ້ນັກຮຽນນັກສຶກສາ, ຮູ້ຈັກໃຫ້ການຊ່ວຍສັງຄົມກໍ່ຄືບຸກຄົມອ້ອມຂ້າງໃນເວລາມີເຫດການສຸກ ເສີນ, ເຈັບເປັນກະທັນຫັນ ແລະ ເຫດການອື່ນໆ ທີ່ເຮົາສາມາດປະ ຖົມພະຍາບານຂັ້ນຕົ້ນໄດ້ທາງອົງການກາແດງລາວແຂວງຫຼວງພະບາງ ໄດ້ຈັດຊຸດອົບຮົມປະຖົມພະຍານບານຂັ້ນ

ຄູຝຶກຫຼວງພະບາງ ສຳເລັດການຍົກລະດັບ ການນຳໃຊ້ຫຼັກສູດໃໝ່

ຄູຝຶກຂັ້ນແຂວງຫຼວງພະບາງໄດ້ສຳເລັດການຍົກລະດັບ ການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ພາຍຫຼັງທີ່ໄດ້ດຳ ເນີນມາແຕ່ວັນທີ 22-28 ມິຖຸນາ  2020 ຜ່ານມາທີ່ວິທະຍາໄລຄູ ຫຼວງພະບາງ  ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກ

ສກຂ ແຂວງໄຊຍະບູລີ ຝຶກອົບຮົມຄູຝຶກນຳໃຊ້ຫຼັກສູດຊັ້ນປະຖົມ

  ພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ເປີດກອງປະຊຸມຝຶກອົບຮົມຄູຝຶກປະຈຳ ແຂວງກ່ຽວກັບການນຳໃຊ້ຫຼັກສູດຊັ້ນປະຖົມຂັ້ນ ປ2 ສະບັບປັບປຸງໃໝ່ໃນຕອນ ເຊົ້າຂອງວັນທີ 29 ມິຖຸນາ 2020 ທີ່ສະໂມສອນພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ