ຮຽບຮຽງໂດຍ: ກິນນາລົມ
ໃນລະຫວ່າງວັນທີ 21-22 ທັນວາ 2018 ຈຶ່ງກົງກັບເດືອນຈຽງເພັງແຂວງຫຼວງນໍ້າທາໄດ້ສະເຫຼີມສະຫຼອງພະທາດຫຼວງນໍ້າທາຕາມທີ່ເຄີຍປະຕິບັດກັນມາໃນທຸກໆປີ, ສຳລັບປີນີ້ປະກອບດ້ວຍຫຼາຍກິດຈະກໍາເຊັ່ນ: ແຫ່ປະສາດເຜິ້ງຕັກບາດຍາດນໍ້າ, ຖວາຍສັງຄະທານ, ຕາມຮີດຄອງປະເພນີ, ໂດຍການເປັນເຈົ້າພາບຂອງບ້ານວຽງຄຳ, ມີການນໍາແຂວງ, ການນຳເມືອງ, ອົງການປົກຄອງຈາກ 9 ບ້ານເທສະບານແຂວງພ້ອມດ້ວຍປະຊາຊົນຊາວຫຼວງນໍ້າທາ, ແຂກທັງພາຍໃນແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮຽບຮຽງໂດຍ:ບຸນຈັນທ່າວ
ໃນວັນທີ 19 ທັນວາ 2018, ໂຮງຮຽນ ມສ ນາລວມເມືອງໄຊຍະບູລີ ໄດ້ຈັດພິທີປະກວດສະແດງສິລະປະວັນນະຄະດີແລະນັກຮ້ອງສຽງດີຄັ້ງທີ III ລະຫ່ວາງຫ້ອງແຂ່ງຫ້ອງຂຶ້ນທີ່ໂຮງຮຽນດັ່ງກ່າວ,ໂດຍການເປັນປະທານຂອງທ່ານອິນປັນໄຊຍະເດດຜູ້ອໍານວຍການໂຮງຮຽນ ມສ ນາລວມ,ໃຫ້ກຽດເຂົ້າຮ່ວມໂດຍທ່ານພົງສະ ຫວັນລັກຊີວີຮອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງໄຊຍະບູລີ,ມີສະມາຄົມພໍ່ແມ່ນັກ ຮຽນ,ອໍານາດການປົກຄອງບ້ານ,ແຂກຖືກເຊີນ,ຄູ-ອາຈານ,ພໍ່ແມ່ຜູ້ປົກຄອງພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
(ເສດຖະກິດ-ສັງຄົມ)
ຖືວ່າເປັນອີກສອງບົດບາດທີ່ໜ້າຈັບຕາໃນການສະແດງຮູບເງົາຂອງລູກນໍ້າ ທິດາລັດ ນາງສາວລາວໃນຮູບເງົາ “ສິ້ນລາຍຫົງ” ແລະ“ ດອກຄູນສຽງແຄນ” ທີ່ໄດ້ສະແດງຮ່ວມກັບເຫຼົ່າດາລານັກສະແດງປະເທດເພື່ອບ້ານ, ຊຶ່ງອອກສູ່ສາຍຕາທ່ານຜູ້ຊົມທັງສອງຝັ່ງແມ່ນໍ້າຂອງລາວ - ໄທໄປແລ້ວໂດຍຜ່ານໂທລະພາບຊ່ອງ 8 ຂອງໄທໃນຮູບເງົາ “ສິ້ນລາຍຫົງ” ຮັບບົດເປັນແມ່ເຈົ້າດາລາໄລ.